ເຕືອນໄພ! ອຸຕຸແຈ້ງ ຝົນຍັງຊີແກ່ຍາວໄປອີກຫຼາຍມື້ ທົ່ວປະເທດ

0
16533

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 19 ຫາ 25 ຕຸລາ 2020 ວ່າ: ໃນໄລຍະວັນທີ 19 ຫາ 21 ຕຸລານີ້ ຄວາມກົດດັນອາກາດສູງຂອງອາກາດເຢັນທີ່ປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ແຂວງພາກເໜືອ ແລະ ພາກກາງຂອງປະເທດລາວ, ພ້ອມດຽວກັນລົມຕາເວັນອອກ- ຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່,

ສ່ວນພາກໃຕ້ຮ່ອງຄວາມກົດດັນຈະພາດຜ່ານດ້ວຍກຳລັງປານກາງ ຊຶ່ງຈະເຮັດໃຫ້ອາກາດເຢັນລົງຢູ່ທົ່ວໄປໃນຕອນເຊົ້າແຂວງພາກເໜືອ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

ຈາກນັ້ນ ວັນທີ 22 ຫາ 25 ຕຸລາ 2020 ມວນອາກາດເຢັນຈາກປະເທດຈີນຈະເພີ່ມກຳລັງແຮງຂຶ້ນແຜ່ລົງມາປົກຄຸມຢູ່ທຸກພາກຂອງລາວ, ສົມທົບກັບລົມຕາເວັນອອກສ່ຽງເໝືອພັດປົກຄຸມດ້ວຍກຳລັງປານກາງ ຫາ ແຮງ ຈະເຮັດໃຫ້ອາກາດເຢັນລົງໃນຕອນກາງຄືນ ຫາ ຕອນເຊົ້າຕື່ມອີກ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

.

.

LEAVE A REPLY

Please enter your comment!
Please enter your name here