ນະຄອນຫລວງວຽງຈັນ ທຳລາຍສິ່ງຜິດກົດໜາຍ 600 ກວ່າກິໂລກຣາມ

0
3697

ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ ຈັດພິທີ່ທໍາລາຍຢາເສບຕິດ 600 ກວ່າກິໂລກຣາມໃນວັນທີ 10 ຕຸລາ 2020 ທີ່ບ້ານໂຊກນ້ອຍ, ເມືອງໄຊເສດຖາ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ ວັນທີ 12 ຕຸລາ ຄົບຮອບ 19 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ.

.

.

ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ລາຍງານໃຫ້ຮູ້ວ່າ: ໃນ 1 ປີຜ່ານມາ ນະຄອນຫລວງວຽງຈັນ ສາມາດມ້າງຄະດີຢາເສບຕິດໄດ້ 951 ຄັ້ງ, ກັກຕົວຜູ້ກະທໍາຜິດໄດ້ 1.291 ຄົນ ຍິງ 147 ຄົນ ມີຄົນຕ່າງປະເທດ 24 ຄົນ ຍິງ 1 ແລະ ຄະດີທີ່ໄດ້ດໍາເນີນສໍາເລັດ 632 ເລື່ອງ ຍັງສືບຕໍ່ດໍາເນີນ 319 ເລື່ອງ ພ້ອມທັງຢຶດຂອງກາງຄະດີປະເພດຕ່າງໆໄດ້ເຊັ່ນ: ຢາບ້າ ຈໍານວນ 2.662.498 ເມັດ, ຮີໂຣອິນ 1 ກີໂລ 992 ກຣາມ, ຢາໄອສ໌ 846 ກີໂລ 644 ກຣາມ, ກັນຊາ 51,6 ກຣາມ, ຢາອີ 10 ເມັດ; ຢຶດລົດໃຫຍ່ 8 ຄັນ, ລົດຈັກ 38 ຄັນ, ປືນສັ້ນ 2 ກະບອກ, ໂທລະສັບ 40 ໜ່ວຍ, ທີ່ດິນພ້ອມເຮືອນ 8 ຕອນ ແລະ ປະເພດວັດຖຸມີຄ່າ: ຄໍາ 1,934 ກຣາມ, ເງິນ 6.921 ໂດລາສະຫະລັດ, 267.130 ບາດ, 1.234.000 ກີບ.

.

ສໍາລັບຢາເສບຕິດທີ່ສານຕັດສິນທີ່ນໍາໄປທໍາລາຍຖິ້ມ ໃນຄັ້ງນີ້ ໄດ້ມາຈາກກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດຄື: ເຮໂລອິນ 2 ກີໂລ 741 ກຣາມ, ຢາບ້າ 152 ກີໂລ, ຢາໄອສ໌ 16 ກີໂລ, ໂຄເຄນ 3 ກີໂລ, ຝິ່ນ 19 ກຣາມ, ນໍ້າຢາຝິ່ນ 539 ກຣາມ, ກັນຊາແຫ້ງ 484 ກິໂລ 40 ກຣາມ, ຢາເມັດສີຂາວ 8 ກຣາມ, ແປ້ງຝຸ່ນສີຂາວ 1 ກຣາມ, ແປ້ງຝຸ່ນສີແດງ 173 ກຣາມ, ສີປະສົມອາຫານ 37 ກຣາມ ແລະ ນໍ້າເຄມີ 2 ແກ້ວ ລວມທັງໝົດ 659 ກວ່າກິໂລກຣາມ ແລະ ນໍ້າເຄມີ 2 ແກ້ວ.

.

Cr: ຂັນທະວີ

LEAVE A REPLY

Please enter your comment!
Please enter your name here