ເມືອງເງິນສ້າງລາຍຮັບເຂົ້າງົບປະມານໄດ້ເກີນເປົ້າໃນປີ 2021

0
1126

ວັນທີ 28 ມັງກອນ 2022 ນີ້, ເມືອງເງິນ ແຂວງ ໄຊຍະບູລີ. ໄດ້ເປີດກອງປະຊຸມ ສະຫລຸບການຈັດ ຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2021. ແລະ ວາງທິດທາງແຜນການ ປີ 2022. ໂດຍຊີ້ໃຫ້ເຫັນແຜນເບື້ອງຕົ້ນ 1,85 ຕື້ກີບ. ດັດແກ້ແຜນເພີ່ມຂື້ນ 550 ລ້ານກີບ, ລວມແຜນດັດແກ້ 2,40 ຕື້ກີບ ປະຕິບັດໄດ້ 2,68 ຕື້ກີບ ເທົ່າກັບ 144,61%ຂອງແຜນເບື້ອງຕົ້ນ, ເທົ່າກັບ 111,54% ຂອງແຜນດັດແກ້,ໃນນັ້ນ ສວຍສາອາກອນ ແຜນດັດແກ້ 2,25 ຕື້ກີບ ປະຕິບັດໄດ້ 2,50 ຕື້ກີບ ເທົ່າກັບ 111,39 % ຂອງແຜນດັດແກ້. ຊັບສິນ ແຜນ 155 ລ້ານກີບ ປະຕິບັດໄດ້ 176 ລ້ານກີບ, ເທົ່າກັບ 113,60% ຂອງແຜນການປີ.

ທ່ານ ວິລະພົງ ອິນທະວົງ ຫົວໜ້າຫ້ອງການ – ການເງິນ ເມທອງເງິນ ກ່າວວ່າ: ສຳລັບລາຍຮັບເກັບໃຫ້ແຂວງ ປະຕິບັດໄດ້ 5,87 ຕື້ກີບ. ປະຕິບັດລາຍຈ່າຍ: ທັງໝົດ 2 ຕື້ກວາກີບ. ເທົ່າກັບ 97,61% ຂອງແຜນການປີ. ໃນນີ້ ເງິນບໍລິຫານ 1.659.617.000 ກີບ ເທົ່າກັບ 98,70%ຂອງແຜນການປີ. ເງິນດັດສົມ, ສົງເສີມ, ຊ່ວຍໜູນ 431 ລ້ານກີບ ເທົ່າກັບ 93,62%. ທິດທາງແຜນການ ແລະ ມາດຕະການຄາດຄະເນ ການຈັດຕັ້ງປະຕິບັດແຜນງົບປະມານ ປະຈຳປີ 2022. ເມືອງເງິນ ໄດ້ຮັບຕົວເລກແຜນລາຍຮັບ-ລາຍຈ່າຍງົບປະມານດັ່ງນີ້: ດ້ານລາຍຮັບ ແຜນລາຍຮັບທັງໝົດ 5,18 ຕື້ກີບໃນນັ້ນ ສວຍສາອາກອນ 5 ຕື້ກວ່າກີບ, ລາຍຮັບຊັບສີນ 180 ລ້ານກີບ. ຄາດຄະເນແຜນລາຍຈ່າຍ ງົບປະມານທັງໝົດ 2,51 ຕື້ກີບ ໃນນີ້: ຈ່າຍບໍລິຫານ 2,01 ຕື້ກີບ. ຈ່າຍດັດສົມ-ສົ່ງເສີມ 504 ລ້ານກີບ.

ໃນວາລະກອງປະຊຸມ ບັນດາຂະແໜງການຕ່າງໆ ກໍ່ໄດ້ພ້ອມກັນປະກອບຄຳຄິດເຫັນ ຢ່າງກົງໄປກົງມາ ເພື່ອຊອກ ໃຫ້ເຫັນຈຸດດີ, ຂໍ້ຄົງຄ້າງ ເພື່ອພ້ອມປັບປຸງແກ້ໄຂໃນຕໍ່ໜ້າ.

ທ່ານ ທອງພັນ ສຸກສະຫວັດ ຮອງເຈົ້າເມືອງໆເງິນ ໄດ້ເນັ້ນໃຫ້ ຄະນະນຳຂະແໜງການເງິນແຕ່ລະຂັ້ນ ຕ້ອງໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງແນວຄິດ, ເຊື່ອມຊືມແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດຕໍ່ຖັນແຖວພະນັກງານ-ລັດຖະກອນຂອງຂະແໜງການເງິນຢ່າງເລີກເຊີງເຖີງຖອງ, ເຊີດຊູສິດ, ໜ້າທີ ຄວາມຮັບຜິດຊອບຂອງຕົນໃຫ້ສູງຂື້ນ, ມີຈັນຍາບັນໃນການປະຕິບັດໜ້າທີວຽກງານໃຫ້ເຂັ້ມງວດ. ເອົາໃຈໃສ່ປັບປຸງລະບອບນຳພາ ແລະ ແບບແຜນວິທີເຮັດວຽກໃຫ້ດີ, ປັບປຸງຂອດກົນໄກປະສານງານລະຫວ່າງຂະແໜງການທີກ່ຽວ ຂ້ອງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ,ກະທັດຮັດ, ກົມ ກຽວເປັນເອກະພາບ, ການຈັດຕັ້ງປະຕິບັດມີຄວາມສະ ດວກ, ວ່ອງໄວ ທັນຕາມສະພາບການ. ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນລາຍຮັບ ງົບປະມານແຫ່ງລັດ ປະຈຳປີ 2022 ຢູ່ເມືອງເງິນ ໃຫ້ບັນລຸຕາມແຜນການທີ່ວາງໄວ້.

ໂດຍ: ອິນແປງ ແຫວນຄຳ

LEAVE A REPLY

Please enter your comment!
Please enter your name here