ແຂວງຫຼວງພະບາງ ມ້າງກຸ່ມຄ້າຂາຍຢາເສບຕິດລາຍໃຫຍ່ ຍືດຂອງກາງຢາບ້າ 3 ລ້ານກວ່າເມັດ

0
4066

ທ່ານ ພັທ ສົມບູນ ທະນາວັນ ຮອງກອງບັນຊາການ ປ.ກ.ສ ແຂວງ ຫົວໜ້າຫ້ອງຕຳຫຼວດ, ຜູ້ຊີ້ນຳວຽກງານຢາເສບຕິດ ແຂວງຫຼວງພະບາງ ໃຫ້ສໍາພາດຕໍ່ນັກຂ່າວພວກເຮົາໃນ ວັນທີ 4 ຕຸລາ 2021 ທີ່ຜ່ານມາວ່າ: ເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະຕ້ານຢາເສບຕິດ ປ.ກ.ສ ແຂວງຫຼວງພະບາງ ຫຼັງຈາກທີ່ໄດ້ຮັບຂໍ້ມູນລະອຽດວ່າມືຜູ້ຄ້າຢາເສບຕິດວາງແຜນຂົນສົ່ງຢາຈາກແຂວງອຸດົມໄຊ ຜ່ານຫຼວງພະບາງ ຈິ່ງໄດ້ເອົາໃຈໃສ່ໃນການຕ້ານເພື່ອບໍ່ໃຫ້ພວກກຸ່ມຄົນບໍ່ດີສວຍໂອກາດຄ້າຂາຍຢາເສບຕິດ, ເອົາໄປເບື່ອເມົາສັງຄົມ ສາມາດກັກຜູ້ຕ້ອງຫາໄດ້ທັງໝົດ 03 ຄົນ ຄື: ທ້າວ ບີ ທຳມະຈິດ ອາຍຸ 27 ປີ ອາຊີບຫວ້າງງານ, ຊົນເຜົ່າລາວ ຢູ່ບ້ານໜອງແມງດາ ເມືອງໄຊ ແຂວງອຸດົມໄຊ, ທ້າວ ເບັງລີ ອາຍຸ 29 ປີ ອາຊີບ ຫວ້າງງານ ຢູ່ບ້ານສີບຸນເຮືອງ ເມືອງຮຸນ ແຂວງອຸດົມໄຊ ແລະ ທ້າວ ສີດາເລົ່າ (ດາລີ) ອາຍຸ 27 ປີ ອາຊີບຄ້າຂາຍ ຢູ່ບ້ານຊົ່ງຈາ ເມືອງນ້ຳບາກ ແຂວງຫຼວງພະບາງ ພ້ອມຂອງກາງລົດໃຫຍ່ 3 ຄັນ ແລະ ຢາບ້າ 3 ລ້ານກວ່າເມັດ.

ພ້ອມກັນນັ້ນ ທ່ານ ຍັງໄດ້ກ່າວຕື່ມວ່າ: ສໍາລັບເປົ້າໝາຍຄັ້ງນີ້ ຖືວ່າເປັນລາຍໃຫຍ່ທີ່ສຸດ ຫາກທຽບໃສ່ຜ່ານມາທີ່ທາງເຈົ້າໜ້າທີ່ສາມາດຍຶດໄດ້ ເຊິ່ງຂອງກາງທັງໝົດແມ່ນຍຶດໄດ້ໃນລະຫວ່າງ ວັນທີ 27-31 ສິງຫາ ປີ 2021 ຢູ່ບ້ານປົ່ງດົງ ເມືອງນານ, ບ້ານຊົງຈ່າ, ບ້ານຫຼັກ50 ເມືອງນ້ຳບາກ, ແຂວງຫຼວງພະບາງ ແລະ ບ້ານດອນໄຊ, ເມືອງໄຊ ແຂວງອຸດົມໄຊ ເຊິ່ງປະກອບມີຂອງກາງ ຢາບ້າ ທັງໝົດ 570 ແພັກ ຫຼື ເທົ່າກັບ 1.710 ມັດ, ຈຳນວນ 3.420.077 ເມັດ, ເງິນກີບທະນາຄານ ຈໍານວນ 5 ລ້ານກີບ, ເງິນບາດໄທ ຈໍານວນ 1.075.000 ບາດ, ສາຍຄໍຄຳພ້ອມກີ້ ຈໍານວນ 01 ເສັ້ນ, ສາຍແຂນຄໍາ 01 ເສັ້ນ, ແຫວນຄໍາ 02 ວົງ, ແຫວນຍົກ(ສີຂຽວ) 01 ວົງ, ພາຫະນະລົດໃຫຍ່ 03 ຄົນ, ປືນສັ້ນ F92 ຈໍານວນ 01 ກະບອກ, ລູກປຶນ ຈໍານວນ 350 ລູກ,ຈັກບົດຢາບ້າ 01 ເຄື່ອງ ແລະ ໂທລະສັບມືຖື ຈໍານວນ 06 ໜ່ວຍ. ສໍາລັບຢາບ້າທີ່ຍຶດໄດ້ໃນຄັ້ງນີ້ ແມ່ນຈະໄດ້ຍຶດໄວເປັນຂອງກາງ ເພື່ອດຳເນີນຄະດີຕໍ່ຜູ້ກະທຳຜິດຢ່າງເດັດຂາດ.

ພ້ອມນີ້ທ່ານຍັງໄດ້ຮຽກຮ້ອງມາຍັງພະນັກງານ, ທະຫານຕໍາຫຼວດ, ນັກທຸລະກິດ ພໍ່ຄ້າຊາວຂາຍ ຕະຫຼອດຮອດພໍ່ແມ່ປະຊາຊົນ ຈົ່ງຊ່ວຍເປັນຫູເປັນຕາ ຊ່ວຍເຈົ້າໜ້າທີ່ເພື່ອບໍ່ໃຫ້ມີຊ່ອງວ່າງສວຍໂອກາດຄ້າຂາຍສິ່ງເສບຕິດ ທີ່ເປັນໄພອັນຕະລາຍຕໍ່ສັງຄົມ, ເປັນສິ່ງເບື່ອເມົາເຮັດໃຫ້ສັງຄົມເກີດຄວາມສັບສົນວຸ້ນວາຍຍ້ອນຜິດຢາບ້າ, ເປັນສິ່ງກົດໝ່ວງຕໍ່ການພັດທະນາປະເທດຊາດ, ສະນັ້ນຫາກພົບເຫັນພວກທີ່ຄ້າຂາຍສິ່ງເສບຕິດ ສິ່ງຜິດກົດໝາຍແມ່ນໃຫ້ແຈ້ງເຈົ້າໜ້າທີ່ ເພື່ອຈະສະກັດກັ້ນບໍ່ໃຫ້ມີການລັກລອບຄ້າຂາຍ ແລະພ້ອມກັນກໍາຈັດໃຫ້ສິ້ນໄປຈາກສັງຄົມລາວ.ຂ່າວ:ສີສຸວັນ

LEAVE A REPLY

Please enter your comment!
Please enter your name here