ປກສແຂວງອັດຕະປື ສຶກສາອົບຮົມກຸ່ມມົ້ວສຸມຢາ ໃຫ້ກັບໂຕກັບໃຈກັບມາເປັນລູກທີ່ດີຂອງພໍ່ແມ່

0
1576

ໃນຕອນເຊົ້າຂອງວັນທີ 29 ກັນຍາ 2020 ຜ່ານມານີ້ ເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ແຂວງອັດຕະປື ໄດ້ສຶກສາອົບຮົມກຸ່ມມົ້ວສຸມເສບຢາເສບຕິດຈຳນວນ 4 ຄົນ ຢູ່ທີ່ສູນປີ່ນປົວ – ບຳບັດຜູ້ເຄາະຮ້າຍຈາກຢາເສບຕິດ ປກສ ແຂວງ.

ເຂົ້າຮ່ວມ ມີ: ທ່ານ ພັທ ວິລະໄຊ ສີບຸນເຮືອງ ຮອງຫ້ອງຕຳຫຼວດ ປກສແຂວງ, ມີເຈົ້າໜ້າທີ່ຕຳຫຼວດ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ, ເຈົ້າໜ້າທີ່ຕຳຫຼວດປະຈຳສູນ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງ, ອຳນາດການປົກຄອງບ້ານ ແລະ ຜູ້ປົກຄອງຂອງພວກກ່ຽວເຂົ້າຮ່ວມ.

ທ່ານ ຮອ ທະນົງໄຊ ຂຽວອາພອນ ຫົວໜ້າໜ່ວຍງານຫ້ອງການ ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງ ໄດ້ຍົກໃຫ້ເຫັນຜົນຮ້າຍຂອງຢາເສບຕິດທີ່ສົ່ງຜົນກະທົບຢ່າງຮ້າຍແຮງ ຕໍ່ຮ່າງກາຍຂອງຜູ້ທີ່ເສບຢາເສບຕິດ ແລະ ຍັງໄດ້ຍົກໃຫ້ເຫັນ ເຖິງມາດຕະການທາງດ້ານກົດໝາຍກ່ຽວກັບຄະດີຢາເສບຕິດ ເພື່ອໃຫ້ຜູ້ເຄາະຮ້າຍທີ່ຕົກເປັນເຫຍື່ອຂອງຢາເສບຕິດ ໄດ້ຮັບຮູ້, ເຂົ້າໃຈ ແລະ ເບື່ອໜ່າຍຕໍ່ພຶດຕິກຳບໍ່ດີທີ່ຜ່ານມາຂອງຕົນເອງ ແລ້ວກັບມາເປັນລູກທີ່ດີຂອງພໍ່ແມ່ ແລະ ເປັນພົນລະເມືອງດີຂອງສັງຄົມ.

ຈາກນັ້ນ, ທ່ານ ພັທ ວິລະໄຊ ສີບຸນເຮືອງ ກໍ່ໄດ້ໂອ້ລົມຕື່ມອີກ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ຮັບຮູ້ ແລະ ເຂົ້າໃຈ ເຖິງໂທດໄພຂອງຢາເສບຕິດທີ່ມີຜົນກະທົບຕໍ່ຮ່າງກາຍ, ເຮັດໃຫ້ເສຍຊັບດັບທຶນ, ເສຍ ຊື່ສຽງກຽດຕິຍົດຂອງພໍ່ແມ່ຍາດພີ່ນ້ອງ, ອຳນາດການປົກຄອງ, ສ້າງຄວາມເດືອດຮອດໃຫ້ແກ່ສັງຄົມ ແລະ ຍັງເປັນການກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ – ສັງຄົມຂອງຊາດ. ດັ່ງນັ້ນ, ໃຫ້ທຸກຄົນຢຸດເຊົາພຶດຕິກຳທີ່ບໍ່ດີຂອງຕົນ ແລ້ວ ຫັນມາຊອກວຽກເຮັດງານທຳທີ່ຖືກຕ້ອງຕາມລະບຽບກົດໝາຍ ເພື່ອປັບປຸງຊີວິດການເປັນຢູ່ຂອງຕົນໃຫ້ດີຂື້ນເທື່ອລະກ້າວ.

ຕອນທ້າຍ ກໍໄດ້ເຊັນບັນທຶກ ເພື່ອເປັນຂໍ້ຜູກມັດ ໃຫ້ພວກກ່ຽວປ່ຽນແປງພຶດຕິກຳທີ່ບໍ່ດີຂອງຕົນ ແລ້ວມອບພວກກ່ຽວຄືນ ໃຫ້ພໍ່ແມ່ຜູ້ປົກຄອງ ແລະ ອຳນາດການປົກຄອງບ້ານ ສຶກສາອົບຮົມຕື່ມອີກ.

LEAVE A REPLY

Please enter your comment!
Please enter your name here