ຄະນະບໍລິຫານງານພັກແຂວງຫຼວງພະບາງ ຊຸດທີ່ VII ເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້ຢູ່ຄຸນງາມຄວາມດີຕໍ່ຜູ້ບຸນຄຸນຕໍ່ປະເທດຊາດ

0
1957

ໃນໂອກາດທີ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ VIII ຈະດຳເນີນຂື້ນໃນລະຫວ່າງວັນທີ່ 2-3 ຕຸລາ 2020. ຄະນະບໍລິຫານງານພັກແຂວງຊຸດທີ VII ນຳໂດຍ ສະຫາຍ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະໄດ້ເຂົ້າວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມ ແລະ ກະຕ່າດອກໄມ້ຢູ່ອານຸສອນສະຖານຂອງປະທານ ໄກສອນ ພົມວິຫານ ແລະ ອານຸສອນສະຖານປະທານສຸພານຸວົງ

ໃນຕອນເຊົ້າວັນທີ 1 ຕຸລາ 2020 ເພື່ອລະນຶກເຖີງບຸນຄຸນ ຄຸນງາມຄວາມດີຂອງນັກຮົບປະຕິວັດກໍ່ຄືຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ໄດ້ເສຍສະຫຼະຊີວິດໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່.

ພາຍຫຼັງສຳເລັດການວາງພວງມາລາ ແລະ ກະຕ່າດອກໄມ້ ຜູ້ແທນກອງປະຊຸມໃຫຍ່ໄດ້ເຂົ້າເຊື່ອມຊືມກົດລະບຽບ ແລະ ວາລະຂອງການດຳເນີນກອງປະຊຸມ, ພ້ອມທັງເຂົ້າຮ່ວມຊົມການວາງສະແດງຮູບພາບຜົນງານການເຄື່ອນໄຫວຂອງພະແນກການ-ກົມກອງ ແລະ ຜະລິດຕະພັນສີໄມ້ລາຍມືຂອງສະຖາບັນການສຶກສາ ແລະ ຫົວໜ່ວຍທຸລະກິດພາຍໃນແຂວງຕື່ມອີກ.

LEAVE A REPLY

Please enter your comment!
Please enter your name here