ກອງປະຊຸມປັບປຸງແບບແຜນວິທີເຮັດວຽກຂອງວຽກງານການທະຫານທ້ອງຖິ່ນ 6 ແຂວງພາກເໜືອ

0
1259

ກອງບັນຊາການທະຫານ ແຂວງຫຼວງນໍ້າທາ ໄດ້ຮັບກຽດ ເປັນເຈົ້າພາບຈັດກອງປະຊຸມປັບປຸງແບບແຜນວິທີເຮັດວຽກ ຂອງວຽກງານການທະຫານ ທ້ອງຖິ່ນ 6 ແຂວງພາກເໜືອ ຂຶ້ນໃນລະຫວ່າງວັນທີ 29-30 ກັນຍາ 2020 ນີ້ ເຊິ່ງໄດ້ດໍາເນີນ ມາເປັນເວລາ 2 ວັນ, ໂດຍເປັນ ປະທານຮ່ວມຂອງ ສະຫາຍ ຄໍາ ໄຫຼ ສີປະເສີດ ເລຂາພັກແຂວງ ເຈົ້າແຂວງໆຫຼວງນໍ້າທາ, ເປັນ ກຽດເຂົ້າຮ່ວມຂອງສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ຮອງຫົວ ໜ້າກົມໃຫຍ່ເສນາທິການກອງທັບ, ສະຫາຍ ພົນຈັດຕະວາຄໍາແດງ ແພງວິໄລ ຮອງຫົວ ໜ້າກົມໃຫຍ່ພະລາທິການກອງ ທັບ, ມີຄະນະນໍາມາຈາກກະຊວງ, ເຈົ້າເມືອງໆຫຼວງນໍ້າທາ, ຄະນະພັກ-ຄະນະບັນຊາກົມກອງທະຫານທ້ອງຖິ່ນ 6 ແຂວງພາກເໜືອ ຄື: ກອງບັນຊາການທະຫານແຂວງຜົ້ງສາລີ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ລັດວິ ສາຫະກີດໄຟຟ້າລາວປະຈໍາພາກເໜືອ, ລັດວິສາຫະກິດ ພັດທະນາກະສິກໍາ-ອຸດສາຫະກໍາ, ໂຮງງານຊີມັງ ແຂວງບໍ່ແກ້ວ ແລະ ກອງບັນຊາການທະຫານແຂວງຫຼວງນໍ້າທາ ແລະ 5 ກອງບັນຊາການທະຫານເມືອງເຂົ້າຮ່ວມ. ກອງປະຊຸມສະຫາຍ ພົນຈັດ ຕະວາ ຄໍາສະເຫວີຍ ສີນທະນຸໄຊ ຫົວໜ້າກົມການທະຫານທ້ອງຖີ່ນກົມໃຫຍ່ເສນາທິການກອງທັບໄດ້ຂຶ້ນຜ່ານບົດລາຍງານການເຄື່ອນໄຫວທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານການທະຫານທ້ອງຖິ່ນຜ່ານມາພ້ອມ ທັງຍົກໃຫ້ເຫັນສະພາບການລວມ, ສະພາບປະກົດການຫຍໍ້ທໍ້ດ້ານຕ່າງໆ, ສະພາບປະຊາຊົນ, ສະພາບບັນດາກົມກອງທ້ອງຖິ່ນເຊິ່ງຕິດພັນກັບການຄົ້ນຄວ້າ ແລະ ວິທີປັບປຸງແບບແຜນວິທີເຮັດວຽກຂອງພະນັກງານອົງການຈັດຕັ້ງພັກ-ລັດ ແລະ ການນໍາແຕ່ ລະຂັ້ນ, ເຊິ່ງໄດ້ເປັນເຈົ້າການໃນ ການຈັດຕັ້ງປະຕິບັດວຽກງານ ການ ທະຫານທ້ອງຖິ່ນ ໃຫ້ຖືກ ຕ້ອງກັບການກໍ່ສ້າງທ່າສະໜາມ 3 ຂັ້ນ, ກໍຄືມະຕິ 3 ສ້າງຂອງພັກ ໃນໄລຍະຜ່ານມາ, ກອງປະຊຸມໄດ້ຄົ້ນຄວ້າປະກອບຄໍາຄິດ-ຄໍາເຫັນຂອງບັນດາກອງບັນຊາການທະຫານແຂວງ ໃນການຈັດຕັ້ງປະຕິບັດວຽກງານຕົວຈິງຜ່ານມາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນເພື່ອນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ໄປໝູນໃຊ້ເຂົ້າໃນການນໍາພາ-ບັນ ຊາຂັ້ນຂອງຕົນໃຫ້ສອດຄ່ອງກັບແບບແຜນວິທີເຮັດວຽກທີ່ ກອງບັນຊາການທະຫານທ້ອງຖິ່ນໄດ້ກໍານົດໄວ້, ຮັບປະກັນເຮັດ ໃຫ້ການອົບຮົມ ແລະ ສ້າງບັນ ດາເປົ້າໜາຍໃຫ້ໄດ້ຕາມເງື່ອນໄຂ ແລະ ມີຄຸນນະພາບສູງ.

ຕອນທ້າຍກອງປະຊຸມ ບັນດາ ສະຫາຍແຂກ, ຜູ້ແທນກອງປະຊຸມ ໄດ້ຮັບຟັງການໂອ້ລົມ ຂອງສະ ຫາຍ ຄໍາໄຫຼ ສີປະເສີດ ເຊິ່ງສະ ຫາຍກໍໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍ ຕໍ່ກໍາລັງປະກອບອາ ວຸດທ້ອງຖິ່ນ 6 ແຂວງພາກເໜືອ ທີ່ໄດ້ເປັນເຈົ້າການປະຕິບັດໜ້າ ວຽກງານໃນໄລຍະຜ່ານມາພ້ອມທັງໄດ້ຍົກໃຫ້ເຫັນສະພາບການ ຂອງໂລກ, ພາກພື້ນ ແລະ ສາກົນ ທີ່ມີການຜັນແປໄປດ້ວຍຫຼາຍ ຮູບການ, ກອງປະຊຸມວຽກງານການທະຫານທ້ອງຖີ່ນໃນຄັ້ງນີ້ແມ່ນມີຄວາມໝາຍສໍາຄັນຢ່າງຍິ່ງ ຂໍຮຽກຮ້ອງມາຍັງການນໍາກົມກອງທ້ອງຖິ່ນ ຈົ່ງພ້ອມກັນ ເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ຕີຖອຍທຸກ ປະກົດການຫຍໍ້ທໍ້ດ້ານຕ່າງໆທີ່ຈະເກີດຂຶ້ນກັບປະຊາຊົນ ແລະ ພະນັກງານ-ນັກຮົບບັນດາ ກົມກອງທ້ອງຖິ່ນ ເຊິ່ງຕິດພັນກັບການຄົ້ນຄ້ວາ ແລະ ປັບປຸງ ແບບແຜນວິທີເຮັດວຽກຂອງພະນັກງານໃນອົງການຈັດຕັ້ງ ພັກ-ລັດ ແລະ ການນໍາແຕ່ລະຂັ້ນລວມທັງຂອດການຈັດຕັ້ງປະຕິ ບັດ ວຽກງານການທະຫານທ້ອງຖິ່ນໃຫ້ຖືກຕ້ອງກັບການກໍ່ສ້າງ ທ່າ ສະໜາມ 3 ຂັ້ນ, ກໍຄືມະຕິ 3 ສ້າງຂອງພັກໃນໄຍລະຜ່ານມາ, ໂດຍຖືເອົາການສ້າງແຂວງເປັນ ຫົວໜ່ວຍຍຸດທະສາດ, ສ້າງເມືອງ ເປັນຫົວໜ່ວຍເຂັ້ມແຂງຮອບ ດ້ານ, ການສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນ ຕິດພັນກັບການພັດທະນາຊົນນາບົດຮອບ ດ້ານ, ເພື່ອສ້າງໃຫ້ຄະນະນໍາຂັ້ນ ແຂວງ, ຂັ້ນເມືອງ, ອົງການຈັດ ຕັ້ງພັກ-ລັດ ແລະ ທະຫານທ້ອງຖິ່ນ ມີແນວຄິດການເມືອງໜັກແໜ້ນ, ມີລະບຽບວິໄນເຂັ້ມງວດ, ຮັບປະ ກັນເຮັດໃຫ້ສະພາບມີຄວາມສະຫງົບ, ປະຊາຊົນບັນດາເຜົ່າມີ ຊີວິດການເປັນຢູ່ດີຂຶ້ນ ແລະ ມີຄວາມສາມັກຄີປອງດອງ ເປັນ ປຶກແຜ່ນແໜ້ນໜາ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງ ທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້.

LEAVE A REPLY

Please enter your comment!
Please enter your name here