ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນກໍາມະບານກະຊວງ ຖວທ ຄັ້ງທີ VIII

0
1283

ກອງປະຊຸມໃຫຍ່ຜູ້ແທນກໍາມະບານ ກະຊວງຖະ ແຫລງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ (ຖວທ) ຈັດຂຶ້ນໃນວັນທີ 1 ຕຸລາ 2020 ທີ່ຫໍວັດທະນາທຳແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ປ້ານ ນ້ອຍມະນີ, ກຳມະການສູນກາງພັກປະທານສູນກາງສະຫະພັນກຳມະບານລາວ, ທ່ານ ບົວເງິນ ຊາພູວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວພ້ອມດ້ວຍຜູ້ແທນສົມບູນທັງໝົດ 181 ທ່ານ ຍິງ 51 ທ່ານ ຊື່ງເປັນຕົວແທນໃຫ້ແກ່ສະມາຊິກກຳມະບານທົ່ວກະຊວງຖະ ແຫລງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວທັງໝົດ 1.542 ທ່ານ.

ກອງປະຊຸມໄດ້ສັງເກດຕີລາຄາຄືນ ແລະຮັບຮອງເອົາບົດລາຍງານການເມືອງກອງປະຊຸມໃຫ່ຍຄັ້ງທີ VIII ຂອງສະ ຫະພັນກຳມະບານກະຊວງ ຖວທ ແລະທິດທາງແຜນການໃນ 5 ປີຕໍ່ໜ້າ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມພະຍາຍາມ ແລະ ຕັດສິນໃຈສູງ ເພື່ອຜ່ານຜ່າຄວາມຫຍຸ້ງຍາກພ້ອມທັງເສີມຂະ ຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນໃຫ້ສຳເລັດຕາມແຜນ ການທີ່ວາງໄວ້ ໂດຍສະເພາະການເປີດບັນແຂ່ງຂັນ ແລະຊຸກຍູ້ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ, ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ ເຮັດໃຫ້ສະຫະພັນກຳມະບານກະຊວງຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວ ໄດ້ຮັບການຮັບຮອງ ເປັນສະຫະພັນກຳມະບານ 5 ເປັນເຈົ້າ, ໄດ້ຮັບທຸງໄຊ ແລະ ປະດັບຫລຽນກາກຳມະ ບານລາວ ເປັນເຈົ້າສະໄໝທີ 7 ຂອງສະຫະພັນກຳມະບານລາວ; ນອກຈາກນີ້ສະມາຊິກກຳມະບານຈຳນວນໜຶ່ງຍັງໄດ້ຮັບການປະດັບຫລຽນກາກຳມະບານ ແລະ ໜ່ວຍກຳມະບານຮາກຖານອ້ອມາຂ້າງກະຊວງຈຳນວນໜຶ່ງກໍໄດ້ຮັບໃບຍ້ອງຍໍເຊັ່ນດຽວກັນ.

ກອງປະຊຸມໃຫ່ຍຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສະຫະພັນກຳມະບານກະຊວງຖະແຫລງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ຊຸດທີ 8 ຈໍານວນ 13 ທ່ານ ໃນຈຳນວນຜູ້ສະໝັກເລືອກຕັ້ງທັງໝົດ 19 ທ່ານ ຍິງ 3 ທ່ານ. ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານສະຫະພັນກຳມະບານກະຊວງຖະແຫລງຂ່າວ,ວັດທະນາທຳ ແລະ ທ່ອງທ່ຽວຄັ້ງທີ 8 ໄດ້ເປັນເອກະສັນເລືອກຕັ້ງເອົາ ທ່ານ ຄຳຫລ້າ ຍອຍສາຍຄໍາ ເປັນປະທານຄະນະບໍລິຫານງານສະຫະພັນກຳມະບານກະຊວງຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວ, ທ່ານ ຄູນສະຫວັດ ຊຸ່ມມະນີວົງ, ທ່ານ ວຽງວັດທະນາ ຊະນະພານ ແລະ ທ່ານ ໄຊສົມບັດ ບູນນະຜົນ ເປັນຮອງປະທານ, ໃນນີ້ ເລືອກເອົາທ່ານ ຄູນສະຫວັດ ຊຸ່ມມະນີວົງ ເປັນປະທານກວດການອກຈາກນີ້ກອງປະຊຸມຍັງເລືອກເອົາຕົວແທນເຂົ້າຮ່ວມກອງປະຊຸມໃຫ່ຍສະຫະພັນກຳມະບານລາວ ຈຳນວນ 3 ທ່ານ, ສໍາຮອງ 2 ທ່ານ.

ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຈາກ ທ່ານ ປ້ານ ນ້ອຍມະນີ, ກຳມະການສູນກາງພັກປະທານສູນກາງສະຫະພັນກຳມະບານລາວ ໂດຍທ່ານເນັ້ນໜັກຫລາຍບັນຫາສຳຄັນເພື່ອເປັນທິດຊີ້ນໍາໃຫ້ຄະນະສະຫະພັນກຳມະບານກະຊວງຖະແຫລງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ແນໃສ່ເຮັດຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄັ້ງນີ້ໃຫ້ປະກົດຜົນເປັນຈິງ ແລະ ຍາດໄດ້ຜົນສຳເລັດໃໝ່.

ປະທານສູນກາງສະຫະພັນກໍາມະບານລາວຍັງໄດ້ຮຽກຮ້ອງມາຍັງຄະນະສະຫະພັນກໍາມະບານຮາກຖານແຕ່ລະຂັ້ນ ພ້ອມດ້ວຍສະມາຊິກກຳມະບານກະຊວງຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວຈົ່ງຕັ້ງໜ້າເສີມຂະຫຍາຍບົດບາດຂອງຕົນ ເຕົ້າໂຮມຄວາມສາມັກຄີເປັນເອກະພາບ ໂດຍສົມທົບກັບບັນດາອົງການຈັດຕັ້ງພາຍໃຕ້ການນໍາພາຂອງອົງຄະນະພັກກະຊວງ ເພື່ອປະຕິບັດພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ປະກອບສ່ວນເຂົ້າໃນວຽກງານຖະແຫລງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວໃຫ້ມີທ່າກ້າວຂື້ນ, ທັນສະໄໝ ແລະ ພັດທະນາໄປຢ່າງບໍ່ຢຸດຢັ້ງ.

Cr: ຈັນທະສອນ ສີຫານາດ

LEAVE A REPLY

Please enter your comment!
Please enter your name here