ທລຍ ເສີມສ້າງຄວາມເຂັ້ມແຂງໃຫ້ພະນັກງານຂັ້ນບ້ານ ແລະ ຈັດສົ່ງລົງປະຈໍາຢູ່ບ້ານ

0
1212

ເພື່ອແກ້ໄຂຄວາມທຸກຍາກຊຸດທີ 2 ໃນທ່າມກາງທົ່ວພັກຂອງພວກເຮົາພວມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ແລະ ກະກຽມກອງປະຊຸມໃຫຍ່ຄັ້ງທີ່ 11 ຂອງພັກເຮົາກະຊວງກະສິກຳ ແລະ ປ່າໄມ້ກໍ່ພວມສົມທົບກັບອົງການປົກຄອງທ້ອງຖິ່ນຜັນຂະຫຍາຍຄຳສັ່ງເລກທີ 097 ກ່ຽວກັບການເພີ່ມທະວີການນໍາພາຊີ້ນໍາວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກກໍ່ຄືດຳລັດ 348 ວ່າດ້ວຍມາດຕະຖານ ແລະ ພັດທະນາເຖິງວ່າພວກເຮົາຈະພົບຄວາມຫຍຸ້ງຍາກຫຼາຍປະການລວມມີທັງຜົນກະທົບຂອງການລະບາດພະຍາດໂຄວິດ-19 ກໍ່ຕາມ.

ໃນຂະນະດຽວກັນກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ກໍໄດ້ຈັດຝຶກອົບຮົມ ແລະ ຈັດສົ່ງພະນັກງານຂັ້ນບ້ານ 38 ທ່ານຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ ລົງປະຈໍາຢູ່ບ້ານຂຶ້ນໃນລະຫວ່າງວັນທີ 29 ກັນຍາ 2020 ທີ່ແຂວງອຸດົມໄຊ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ຄໍາບຸນນັດ ໄຊຍະນົນ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ໂດຍການເປັນຮອງປະທານຮ່ວມຂອງທ່ານ ອ່ອນແກ້ວ ອຸ່ນນາລົມ, ຮອງເຈົ້າແຂວງອຸດົມໄຊ, ທ່ານ ທອງສີ ເສົາສຸລິພົມ, ຮອງເຈົ້າແຂວງຜົ້ງສາລີ ແລະ ການເຂົ້າຮ່ວມຂອງຜູ້ຕາງໜ້າຫ້ອງການ ກະຊວງກະສິກໍາ ແລະ ປ່າໄມ້, ກົມການປົກຄອງທ້ອງຖິ່ນ ກະຊວງພາຍໃນ, ກົມທ້ອງຖິ່ນຮາກຖານຫ້ອງວ່າການສູນກາງພັກ ແລະ ກົມແຜນການ-ການເງິນ, ກົມພັດທະນາຊົນນະບົດ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້, ຫົວໜ້າ\ຮອງຫົວໜ້າພະແນກກະສິກໍາປ່າໄມ້ແຂວງຜົ້ງສາລີ ແລະ ອຸດົມໄຊ ແລະ ນັກສໍາມະນາກອນຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານຈາກ 6 ເມືອງຂອງແຂວງຜົ້ງສາລີ ແລະ ອຸດົມໄຊ(38ທ່ານ) ລວມທັງ ວິທະຍາກອນຈາກກອງທຶນຫຼຸດຜ່ອນຄວາມທຸກຍາກ ລວມທັງໝົດ 89 ທ່ານ, ຍິງ 30 ທ່ານ.

ພາຍຫຼັງທີ່ ທ່ານ ຜູ້ອໍານວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ສະຫຼຸບລາຍງານໂດຍຫຍໍ້ກ່ຽວກັບ ຜົນໄດ້ຮັບ, ຂໍ້ສະດວກ ແລະ ບົດຮຽນທີ່ຖອດຖອນໄດ້ ກ່ຽວກັບການຈັດຊຸດອົບຮົມໃນຄັ້ງນີ້ແລ້ວ, ທ່ານ ຮອງເຈົ້າແຂວງອຸດົມໄຊ ແລະ ຮອງເຈົ້າແຂວງຜົ້ງສາລີ ກໍ່ໄດ້ປະກອບຄໍາເຫັນ ແລະ ສະແດງຄວາມຊົມເຊີຍທີ່ ທລຍ ໄດ້ຈັດຊຸດອົບຮົມສໍາເລັດດ້ວຍໝາກຜົນອັນດີ ແລະ ເປັນປະກົດການໃໝ່ ທີ່ຍັງບໍ່ມີພາກສ່ວນໃດເຄີຍຈັດຕັ້ງປະຕິບັດໃນລັກສະນະນີ້ ຊຶ່ງມັນສອດຄ່ອງ ຕາມທິດທາງນະໂຍບາຍຂອງພັກ-ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນຂອງແຂວງ ແລະ ເມືອງ.

ຈາກນັ້ນ ທ່ານ ຄໍາບຸນນັດ ໄຊຍະນົນ, ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ກໍ່ໄດ້ຂຶ້ນປະກອບຄໍາເຫັນຕໍ່ຊຸດອົບຮົມ ຊຶ່ງທ່ານໄດ້ກ່າວວ່າ:

“ການຮັບເອົານັກສຶກສາຈົບວິຊາຊີບ ເພື່ອສົ່ງ ລົງກໍ່ສ້າງຮາກຖານ ແກ້ໄຂຄວາມທຸກຍາກຄັ້ງນີ້ ຊຶ່ງເນື້ອແທ້ແມ່ນການລົງກໍ່ສ້າງການເມືອງພັດທະນາຊົນນະບົດ ຊຶ່ງແມ່ນມາດຕະການຍຸດທະສາດຍາວນານຂອງພັກເຮົາ. ມັນຖືກຕ້ອງສອດຄ່ອງກັບມູນເຊື້ອອັນດີງາມ ແລະ ອຸດົມຄະຕິຂອງພັກເຮົາໃນການນໍາເອົາເພື່ອຄວາມສົມບູນພູນສຸກມາໃຫ້ປະຊາຊົນບັນດາເຜົ່າ ແລະ ມັນເປັນການຈັດຕັ້ງປະຕິບັດ ນະໂຍບາຍ ສາມສ້າງໃນຕົວຈິງ, ປະກອບສ່ວນອັນສໍາຄັນເຂົ້າໃນການສ້າງພະນັກງານກັບທີ່ ໃຫ້ຂັ້ນບ້ານ”.

ທ່ານ ຄໍາບຸນນັດ ໄຊຍະນົນ ໄດ້ກ່າວເນັ້ນໜັກຕື່ມວ່າ:

1. ຫ້ອງການກອງທຶນຫຼຸດຜ່ອນຄວາມທຸກຍາກ ໃນນາມເປັນເສນາທິການໃຫ້ກະຊວງ ກະສິກຳແລະປ່າໄມ້ ຕ້ອງໄດ້ເອົາໃຈໃສ່ ສືບຕໍ່ຊ່ອຍເຫຼືອ ບັນດາພະນັກງານລົງຮາກຖານ ທາງດ້ານວິຊາການ, ດ້ານນະໂຍບາຍຕ່າງໆ ຕາມລະບຽບຫຼັກການຂອງກອງທຶນ ກໍຄືຂອງລັດຖະບານວາງອອກ, ປະສານສົມທົບເປັນປະຈໍາກັບ ພະແນກ ກປ ກໍຄືອົງການປົກຄອງທ້ອງຖິ່ນ ເພື່ອຕິດຕາມຊຸກຍູ້ ການປະຕິບັດໜ້າທີ່ຂອງເຂົາເຈົ້າ ຕິດພັນກັບການເຮັດໂຄງການຕົວຈິງຢູ່ບ້ານ ກຽມພ້ອມໃຫ້ການຊ່ອຍເຫຼືອເຂົາເຈົ້າ ໃນຍາມຈໍາເປັນໃຫ້ທັນເວລາ.

2. ພະແນກກໍ່ຄືຫ້ອງການ ກະສິກຳປ່າໄມ້ ຕ້ອງໄດ້ຖືວ່າ ພະນັກງານ ທລຍ ທີ່ລົງບ້ານນີ້ ແມ່ນພະນັກງານຂອງຕົນ ຕ້ອງໄດ້ໃຫ້ການຊ່ອຍເຫຼືອທາງດ້ານວິຊາການ, ຕິດຕາມກວດກາ ປະເມີນຜົນງານ ແຕ່ລະໄລຍະ, ພ້ອມດຽວກັນນັ້ນ ກໍ່ເອົາໃຈໃສ່ ຕິດຕາມການປະຕິບັດນະໂຍບາຍດ້ານວັດຖຸ ຈິດໃຈ ແລະຄວາມກ້າວໜ້າດ້ານການເມືອງ ຂອງເຂົາເຈົ້າ, ສະຫຼຸບສັງລວມ ສະພາບການປະຕິບັດວຽກງານ ກໍຄືການເຄື່ອນໄຫວຂອງເຂົາເຈົ້າ ໃຫ້ກະຊວງ ໂດຍຜ່ານຫ້ອງການກອງທຶນຫຼຸດຜ່ອນຄວາມທຸກຍາກ.

3. ອົງການປົກຄອງ ໂດຍສະເພາະແມ່ນເມືອງ ແລະ ບ້ານ ຈະຕ້ອງໄດ້ເອົາໃຈໃສ່ ຜູ້ສຶກສາອົບ ຮົມນຳພາຊີ້ນຳຄຸ້ມຄອງ ນໍາໃຊ້ ແລະ ມອບໝາຍວຽກງານໃຫ້ບັນດາພະນັກງານໂຄງການ ທີ່ລົງປະຈໍາຢູ່ບ້ານ, ຖືເຂົາເຈົ້າເປັນທັງລູກບ້ານ ເປັນທັງຜູ້ຊ່ອຍວຽກ ແລະ ເປັນທັງພະນັກງານໂຄງການ. ກໍສ້າງຊ່ອຍເຫຼືອເຂົາເຈົ້າໃຫ້ກາຍເປັນຕົວແບບ ແລະ ເປັນຫຼັກ ແຫຼ່ງແກ່ນສານ ໃນການແກ້ໄຂຄວາມທຸກຍາກ ຢູ່ບ້ານ ເປັນບຸກຄະລາກອນ ເພື່ອສ້າງຄວາມເຂັ້ມແຂງໃຫ້ລະບົບການເມືອງ ຂອງບ້ານ ໃນສະເພາະໜ້າແລະຍາວນານ.

4. ພະນັກງານ ທລຍ ທັງໝົດ ລວມທັງ ພະນັກງານລົງບ້ານ ກໍ່ຕ້ອງເອົາໃຈໃສ່ ຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນສົມບັດ ສິນທໍາປະຕິວັດ ຍົກສູງຈິດໃຈຮັບໃຊ້ ຜູ້ທຸກຍາກຢ່າງແທ້ຈິງ. ເຮັດວຽກດ້ວຍຄວາມບໍລິສຸດສັດຊື່ ມີຈັນຍາບັນ, ເຊີດຊູສະຕິລະວັງຕົວ ຕອບຕ້ານກົນ ອຸບາຍລາຍຫຼ່ຽມ ຂອງຄົນບໍ່ດີໂດຍສະເພາະແມ່ນ ກະທໍາຜິດກົດໝາຍ ກົດໜ່ວງຖ່ວງດຶງການພັດທະນາທ້ອງຖິ່ນຮາກຖານ; ພ້ອມດຽວກັນນັ້ນ ກໍ່ໝັ່ນຊອກຮູ້ຮໍ່າຮຽນຍົກລະດັບຕົນເອງ ປັບປຸງການປະຕິບັດໜ້າທີ່ຂອງຕົນ ປະສານງານກັບພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ຍົກລະດັບການເຮັດວຽກ ແບບແຜນການດໍາລົງຊີວິດຂອງຕົນເອງ ໃຫ້ມີຄຸນນະພາບ ມີປະສິດທິຜົນສູງກວ່າເກົ່າ.

ໃນຕອນທ້າຍ ທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ກໍໄດ້ໃຫ້ກຽດຂຶ້ນກ່າວລາຍງານວ່າ: “ພະນັກງານ ທລຍ ຂັ້ນບ້ານດັ່ງກ່າວນີ້ ກໍຄືພະນັກງານຂອງພະແນກກະສິກໍາ ແລະ ປ່າໄມ້, ກໍຄືຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ສົ່ງລົງປະຈໍາຢູ່ບ້ານ ຕາມຂອບເຂດຮັບຜິດຊອບ ເປັນຕົ້ນແມ່ນ 3-5 ບ້ານ\1 ຄົນ ເຮັດໜ້າທີ່ໃນການນໍາພາປະຊາຊົນເຮັດຕົວຈິງໃນໂຄງການດັ່ງກ່າວນີ້ ພະນັກງານດັ່ງກ່າວແມ່ນມອບໃຫ້ອົງການປົກຄອງບ້ານ, ອົງການປົກຄອງເມືອງເປັນຜູ້ຊີ້ນໍາ ນໍາພາຮອບດ້ານ ພາຍໃຕ້ການຕິດຕາມຂອງພະແນກກະສິກໍາ ແລະ ປ່າໄມ້ແຂວງ ກໍຄືຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ສ່ວນກອງທຶນຫຼຸດຜ່ອນຄວາມທຸກຍາກ ຢູ່ນະຄອນຫຼວງວຽງຈັນນັ້ນ ຊ່ວຍເຫຼືອທາງດ້ານນະໂຍບາຍ ຄ່າຕອບແທນ ແລະ ອື່ນໆທີ່ກ່ຽວຂ້ອງ ພ້ອມວຽກງານສົ່ງເສີມດ້ານວິຊາການ ດັ່ງນັ້ນ ຈຶ່ງໄດ້ມີການຈັດກອງປະຊຸມຝຶກອົບຮົມໃນຄັ້ງນີ້ ຊຶ່ງໄດ້ແບ່ງອອກເປັນ 3 ພາກຄື: ພາກທີ 1 ແມ່ນພາກທິດສະດີ ການເມືອງ ການປົກຄອງ, ພາກທີ 2 ແມ່ນຫຼັກການ, ນິຕິກໍາກ່ຽວກັບການກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ, ພາກທີ 3 ແມ່ນພາກວິຊາການ ພາຍຫລັງທີ່ນັກສໍາມະນາກອນໄດ້ຮຽນຮູ້ ແລະ ຝຶກອົບຮົມຕົວຈິງເປັນເວລາຫຼາຍວັນນັ້ນ ເຊື່ອແນ່ວ່າເຂົາເຈົ້າມີຄວາມຮູ້ຄວາມສາມາດນໍາພາປະຊາຊົນຢູ່ເຂດທີ່ຕົນຮັບຜິດຊອບໄດ້ຢ່າງມີຜົນສໍາເລັດ”.

LEAVE A REPLY

Please enter your comment!
Please enter your name here