ເກີດເຫດ! ຄົນນອນເສຍຊີວິດ ຢູ່ທີ່ ບ້ານສວນຫລວງ ເມືອງຊຽງເງິນ

0
2039

ໃນວັນທີ 03.10.2020 ເວລາ07:48 ໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີ 0711625 ວ່າມີຄົນເສຍຊີວິດຢູ່ທີ່ ບ້ານສວນຫລວງ ເມືອງຊຽງເງິນ ແຂວງຫລວງພະບາງ ເມື່ອທີມງານກູ້ຊີບອົງການກາແດງລາວອອກກວດສອບເຫດພົບຄົນເສຍຊີວິດ ເພດຊາຍ01ຄົນ

ຊື່ທ້າວສົມດີ ອາຍຸ67ປີ ສັນຊາດລາວ ບ້ານຢູ່ປັດຈຸບັນ ບ້ານປາກແຊງ ເມືອງປາກແຊງ ແຂວງຫລວງພະບາງ

ສ່ວນສາເຫດຂອງການເສຍຊີວິດແມ່ນຍ້ອນພະຍາດຂອງຜູ້ກ່ຽວເອງ

ຫນ່ວຍກູ້ຊີບອົງການກາແດງລາວຈື່ງໄດ້ທຳການທຳການຫໍ່ສົບຂອງຜູ້ເສຍຊີວິດແລ້ວນຳສົ່ງສາລາວັດບ້ານມະໂນ

ທາງທີມງານຫນ່ວຍກູ້ຊີບອົງການກາແດງລາວ ຫລວງພະບາງພວກເຮົາ

ຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນ

LEAVE A REPLY

Please enter your comment!
Please enter your name here