ເລັ່ງຊອກຫາຄົນຮ້າຍສັງຫານສາມສົບທີ່ເມືອງສຸຂຸມາ

0
6396

ຈໍາປາສັກ: ປະຊາຊົນລາຍງານຂ່າວສະເທືອນຂວັນໃຫ້ຮູ້ວ່າເກີດເຫດຄາດຕະກຳ ເສຍຊີວິດ 3 ສົບ ວັນທີ 3/10/2020 ໄດ້ມີເຫດຄາດຕະກຳ ຢູ່ບ້ານທ່າດ່ານ, ເມືອງສຸຂຸມາ, ແຂວງຈຳປາສັກ.

ຂໍ້ມູນເບື້ອງຕົ້ນ ແມ່ນຍັງບໍ່ຮູ້ສາເຫດແລະບໍ່ຮູ້ໂຕຄົນຮ້າຍເທື່ອ. ຜູ່ເສຍຊີວິດເປັນເພດຊາຍ 3 ຄົນ ຜູ້ຕາຍແມ່ນ ທ້າວກົ໋ງ ເດັກນອ້ຍຊື່ເຕີ້ນ ອິກຄົນບໍ່ຮູ້ຊື່ ຄົນບ້ານໃຫມ່ເຮືອນລາວຢູ່ທ່າດ່ານ.

ສົບຜູ່ຕາຍທັງສາມແມ່ນຖືກປາດຄໍ, ສົບນຶ່ງປາດອະໄວຍະວະເພດ ເວລາປະມານ 10 ໂມງເຊົ້າ. ເຈົ້າຫນ້າທີ່ກັກໂຕຜູ້ຖືກສົງໃສ 1 ຄົນ ອຸຍຸຊາວປາຍປີ ຍັງຢູ່ໃນການສືບສວນ.

ຂໍໃຫ້ຈັບຄົນຜິດໄດ້ໄວໆ, ເສຍໃຈກັບຄອບຄົວຜູ້ເສຍຊີວິດດ້ວຍ

LEAVE A REPLY

Please enter your comment!
Please enter your name here