ແຂວງອັດຕະປື ຈັດການແຂ່ງຂັນກິລາໜ້ານໍ້າເຮືອຊ່ວງຕາມປະເພນີ ເນື່ອງໃນບຸນອອກພັນສາ ພສ 2563

0
1102

ຄໍາວ່າ “ອອກພັນສາ” ນັ້ນໄດ້ແກ່ການອະນຸຍາດໃຫ້ພະພິກຂຸສົງອອກຈາກເຂດຈຳກັດຫຼັງຈາກການເຂົ້າຈໍາພັນສາຄົບ 3 ເດືອນ ເພື່ອອອກໄປປະຕິບັດໜ້າທີ່ຢູ່ບ່ອນອື່ນໄດ້, ເອີ້ນອີກຢ່າງໜຶ່ງວ່າການອອກຈາກລະດູຝົນເມື່ອເຖິງມື້ຂຶ້ນ 14 ຄ່ຳ ຂອງເດືອນ 11 ຊາວພຸດທັງຫຼາຍພາກັນຈັດຫາວັດຖຸທານຕ່າງໆມາໄວ້ຖວາຍທານຕາມກຳລັງສັດທາຂອງຕົນ.

ເມື່ອເຖິງມື້ເພັງ 15 ຄໍ່າເດືອນ 11 ຕອນເຊົ້າມວນຊົນຊາວພຸດກໍມາເຕົ້າໂຮມກັນຖວາຍຂອງທານທີ່ໄດ້ກະກຽມໄວ້ ດ້ວຍການຕັກບາດຢູ່ໃນວັດພ້ອມທັງຖວາຍຜ້າຈີວອນ ຫຼື ຜ້າຈໍານໍາພັນສາໃຫ້ແກ່ພະພິກຂຸສົງຕາມປະເພນີລາວແຕ່ເກົ່າແລ້ວເວລາໄກ້ຈະຮອດ ວັນບຸນອອກພັນສາຊາວບ້ານໄດ້ກະກຽມເຮັດບັ້ງໄຟດອກ, ພໍຕົກຄ່ຳມາຂອງມື້ເພັງຊາວບ້ານກໍພາກັນມາເຕົ້າໂຮມ ກັນຢູ່ວັດເພື່ອພ້ອມກັນສ້າງເຮືອໄຟໂຄກ, ວຽນທຽນ, ຈູດບັ້ງໄຟດອກ ແລະ ໄຕ້ໄຟບູຊາຄຸນພະພຸດພະທໍາ ແລະ ພະສົງ ນອກຈາກນັ້ນ ແຕ່ລະຄອບຄົວຍັງໄດ້ສ້າງເຮືອໄຟໂຄກຢູ່ທີ່ເຮືອນຂອງໃຜລາວ ເພື່ອບູຊາຄຸນ, ພະພຸດພະທຳ ແລະ ພະສົງ.

ອີກຢ່າງໜຶ່ງທີ່ ຊາວບ້ານໄດ້ກະກຽມ ແມ່ນເຮືອໄຟນໍ້າ ເຊິ່ງປົກກະຕິແມ່ນ ສ້າງຂຶ້ນໃນຕອນບ່າຍຂອງມື້ເພັງເອງ. ບາງບ້ານກໍເຮັດແບບງ່າຍດາຍຈາກທ່ອນກ້ວຍ ເປັນຕົ້ນຕໍ ເສີມດ້ວຍແຜ່ນ ໄມ້ນ້ອຍໆເປັນ ຮູບຍາວຄ້າຍຮູບເຮືອ ເຊິ່ງເພິ່ນເອົາມັດຢອງ ໃສ່ແພທ່ອນກ້ວຍ. ຈາກນັ້ນເພິ່ນເອົາຕົ້ນກາລະພຶກ ຕັ້ງໄວ້ຢູ່ເທິງກາງ ຂອງແຜ່ນໄມ້ແລ້ວ ຈຶ່ງໄຕ້ກະບອງລຽນ ໃສ່ເຮືອໄຟ ເພື່ອໃຫ້ແນມເຫັນແສງໄຟ ໃນຄືນວັນເພັງ ແລະ ແລ້ວຊາວບ້ານກໍ ພ້ອມກັນອະທິຖານຕ່າງໆນາໆເຊັ່ນວ່າ: ຂໍໃຫ້ຊີວິດ ມີຄວາມສຸກ, ປັດສະຈາກໂລກ ໄພໄຂ້ເຈັບ, ປະສົບຜົນສຳເລັດ ໃນໜ້າທີ່ການງານ ແລະ ອື່ນໆ ແລ້ວກໍປ່ອຍເຮືອໄຟ ອອກສູ່ແລວນໍ້າ, ເພິ່ນເອີ້ນຂະບວນ ການນີ້ວ່າ “ການໄຫຼເຮືອໄຟ”. ອີກບາງບ້ານ ກໍເຮັດດ້ວຍໄມ້ໃຜ່ມັດ ເຂົ້າກັນເປັນ ຮູບຊົງເຮືອໃຫຍ່ ມີການກະກຽມ ຫຼາຍວັນ. ຢູ່ຕາມລຳນ້ຳຖ້າວ່າ ຜູ້ໃດຫາກລັດ ເອົາເຮືອໄຟດັ່ງກ່າວ ໄດ້ຕົ້ນກາລະພຶກ ກໍຈະເປັນຂອງຜູ້ນັ້ນ ເຊິ່ງເປັນຜູ້ມີໂຊກໄຊ ເຫລືອຫລາຍ, ມີຄວາມເຊື່ອວ່າ ຄອບຄົວຂອງ ຜູ້ນັ້ນຈະມີຊີວິດ ທີ່ປາສະຈາກໂລກໄພໄຂ້ເຈັບທັງຫລາຍທັງປວງ ໃນປີນັ້ນ. ແຕ່ໃນປັດຈຸບັນ ຢູ່ຕາມຕົວເມືອງ ໂດຍສະເພາະຊາວໜຸ່ມໄດ້ນຳເຮືອໄຟນ້ອຍ ທີ່ເຮັດດ້ວຍທ່ອນກ້ວຍປະດັບປະດາດ້ວຍທູບທຽນ ແລະ ດອກໄມ້ເຊິ່ງແມ່ນຮູບແບບປະຍຸກໃໝ່ໄປລອຍນ້ຳຫລັງ ຈາກທີ່ໃຫ້ພະສູດ ແລະວຽນທຽນຢູ່ໃນວັດແລ້ວພ້ອມທັງອະທິຖານຕ່າງໆນາໆ.

ພໍຮອດມື້ຕໍ່ມາ ຄືມື້ແຮມ 1ຄໍ່າກໍມີການຈັດຊ່ວງເຮືອ ລະຫວ່າງຊຸມຊົນຕ່າງໆ ແລະ ຄົບງັນກັນຕາມປະເພນີ ຕະຫລອດທັງຄືນ. ຈຸດປະສົງຂອງ ການຊ່ວງເຮືອ ແລະ ການໄຫລເຮືອໄຟ ແມ່ນເພື່ອສົມມາຄາລະວະພ້ອມທັງຂໍໂຊກຂໍລາບ ຈາກພະຍານາກ ແລະ ເທວະດາທີ່ໄດ້ປົກປັກຮັກສາແມ່ນໍ້າລໍາເຊຕະຫລອດຮອດຫ້ວຍຄອງບຶງ ບ່ອນທີ່ຊາວພຸດທັງຫລາຍໄດ້ທຳມາຫາກິນຢ່າງສະຫງົບສຸກ.

ສໍາລັບຢູ່ ແຂວງ ອັດຕະປື ປີນີ້ ແມ່ນໄດ້ປະຕິບັດຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1049/ຫສນຍ,ລົງວັນທີ

30/9/2020ເລື່ອງການສືບຕໍ່ປະຕິບັດມາດຕະການຜ່ອນຜັນ, ມາດຕະການປ້ອງກັນ, ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຂັມງວດ. ການຈັດການແຂງຂັນກິລາຫນ້ານໍ້າເຮືອຊ່ວງຕາມເພນີໃນເທື່ອນີ້ແມ່ນໄດ້ຈັດຂຶ້ນຕອນເຊົ້າວັນທີ 3 ກັນຍາ 2020 ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ເລັດ ໄຊຍະພອນ ເຈົ້າແຂວງ ອັດຕະປື, ທ່ານ ບຸນທະມາລີ ຫມັ້ນອານົງ ເຈົ້າເມືອງ ສາມັກຄີໄຊ ມີບັນດາທ່ານຄະນະນໍາຂອງແຂວງ, ເມືອງ ແລະມວນຊົນຊາວແຂວງ ອັດຕະປືເຂົ້າຮ່ວມ.

ເຮືອທີ່ເຂົ້າຮ່ວມແຂງຂັນກິລາຫນ້ານໍ້າໃນປີນີ້ມີທັງຫມົດ 17 ເຫລັ້ມຄື: ເຮືອປະເພດ35 ສີພາຍ (ຊາຍ)ຈໍານວນ 2 ເຫລັ້ມ, ເຮືອປະເພດ 22 ສີພາຍ (ຊາຍ)ຈໍານວນ 7 ເຫລັ້ມ, ເຮືອປະເພດ 12 ສີພາຍ (ຊາຍ) ຈໍານວນ 8 ເຫລັ້ມ, ຖ້າທຽບໃສ່ປີຜ່ານມາແມ່ນຫລຸດລົງ.

ໂດຍລວມແລ້ວ ການແຂ່ງຂັນກິລາຊ່ວງເຮືອຫນ້ານໍ້າ ໂອກາດບຸນອອກພັນສາປະວໍລະນາ ແມ່ນບຸນປະເພນີອັນດີງາມທີ່ຊາວພຸດທະສາສະຫນາໄດ້ຈັດຕັ້ງປະຕິບັດ ແລະ ສືບທອດກັນມາແຕ່ບູຮານນະການ, ມັນແມ່ນວັດທະນາທໍາອັນດີງາມຂອງຊາດ, ເພື່ອສ້າງຄວາມສາມັກຄີຮັກແພງອັນແຫນ້ນແຟ້ນ, ສ້າງໂອກາດໃຫ້ພາກສ່ວນຕ່າງໆ ໄດ້ມາພົບຫນ້າພົບຕາສ້າງສັນຄວາມສາມັກຄີ, ຄົບຄ້າສະມາຄົມ ແລະ ແຂງຂັນຄວາມສາມາດໃນການຊ່ວງເຮືອປະເພດຕ່າງໆໃຫ້ມີບັນຍາກາດມ່ວນຊື່ນ, ສໍາລັບການແຂ່ງຂັນດັ່ງກ່າວຈະໄດ້ດໍາເນີນເຖິິງຄາບບ່າຍຂອງວັນດຽວກັນຈຶ່ງສໍາເລັດ.

LEAVE A REPLY

Please enter your comment!
Please enter your name here