ຮອງນາຍົກລັດຖະມົນຕີແຫ່ງ ສປປລາວ ລົງເຮັດວຽກຢູ່ແຂວງບໍ່ແກ້ວ

0
2496

ສະຫາຍ ປອ ບົວຄົງ ນາມມະວົງ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ ພ້ອມດ້ວຍຄະນະໄດ້ຕ້ອນຮັບການເຄື້ອນໄຫວເຮັດວຽກຢູ່ແຂວງບໍ່ແກ້ວຂອງ ສະຫາຍ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ-ອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ

ໃນລະຫວ່າງວັນທີ 03 ຕຸລາ 2020 ຮ່ວມເດີນທາງມີບັນດາສະຫາຍລັດຖະມົນຕີ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ,

ຈຸດປສົງເພື່ອເຂົ້າຮ່ວມຊຸກຍູ້ຕິດຕາມການດຳເນີນກອງປະຊຸມໃຫຍ່ອົງຄະນະພັກ ແຂວງບໍ່ແກ້ວ ຄັ້ງທີ VI ທີ່ຈະໄຂຂຶ້ນໃນລະຫວ່າງ ວັນທີ 5 – 6 ຕຸລາ 2020 ນີ້ ໃຫ້ຮັບປະກັນສະຖຽນລະພາບທາງດ້ານການເມືອງ,ຖືກຕ້ອງຕາມທັດສະນະຂອງກົມການເມືອງສູນກາງພັກວາງໄວ້.

ພາບ-ຂ່າວ ຄຳພັນ ແກ້ວມະນີ

LEAVE A REPLY

Please enter your comment!
Please enter your name here