ສະຫາຍ ຄຳຂັນ ຈັນທະວີສຸກ ເປັນເລຂາຄະນະບໍລິຫານງານພັກແຂວງ ຫຼວງພະບາງອີກສະໄໝ

0
1596

ຜົນສໍາເລັດກອງປະຊຸມໃຫຍ່ ອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ VIII

ກອງປະຊຸມໃຫຍ່ ອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ VIII ໄດ້ດຳເນີນໃນວັນທີ 2-3 ຕຸລາ 2020 ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການປົກຄອງແຂວງ, ໂດຍການເປັນປະທານຂອງສະຫາຍ ຄຳຂັນ ຈັນທະວີສຸກ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆຫຼວງພະບາງ ແລະ ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ທອງລຸນສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ;

ມີຜູ້ຕາງໜ້າຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ ແລະ ຄະນະກວດກາສູນກາງພັກ, ຜູ້ແທນສົມບູນ ຈຳນວນ 264 ສະຫາຍ, ຍິງ 30 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ ໃນທົ່ວແຂວງ ຈຳນວນ 23.909 ສະຫາຍ ພ້ອມດ້ວຍ ແຂກຖືກເຊີນ ເຂົ້າຮ່ວມ.

ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ສຸມໃສ່ພິຈາລະນາ ແລະ ຮັບຮອງເອົາ ຮ່າງລາຍງານການເມືອງ, ບົດສຳຫຼວດການນຳພາ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VII, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2021-2025); ຮັບຟັງການປະກອບຄຳເຫັນ ຈາກຂະແໜງການ, ກົມກອງ, ຄອບຄົວຕົວແບບ ຈຳນວນໜຶ່ງ, ພ້ອມທັງ ດຳເນີນການປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານພັກແຂວງ ສະໄໝທີ VIII ແລະ ເລືອກເອົາຜູ້ແທນ ໄປເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI. ສຳລັບການປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກແຂວງ ສະໄໝທີ VIII ມີຜູ້ສະໝັກຮັບເລືອກຕັ້ງ ຈຳນວນ 42 ສະຫາຍ, ຍິງ 5 ສະຫາຍ, ເລືອກເອົາ 37 ສະຫາຍ ໃນນີ້ ເລືອກໄດ້ ຍິງ 4 ສະຫາຍ. ຜ່ານການເລືອກຕັ້ງ ແລະ ດຳເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII ໄດ້ເປັນເອກະສັນກັນເລືອກເອົາ ຄະນະປະຈຳພັກແຂວງ ຈຳນວນ 11 ສະຫາຍ (ຍິງ 1 ສະຫາຍ) ປະກອບມີ: ສະຫາຍ ຄຳຂັນ ຈັັນທະວີສຸກ, ສະຫາຍ ວົງສະຫວັນ ເທບພະຈັນ, ສະຫາຍ ສຸກັນ ບຸນຍົງ, ສະຫາຍ ສິງຕັນ ໄຊລືຊົ່ງ, ສະຫາຍ ຄຳຫຼ້າ ລຽນປະດິດ, ສະຫາຍ ມອນໄຊ ລາວມົວຊົ່ງ, ສະຫາຍ ພົນຈັດຕະວາ ສົມຈັນ ແກ້ວຈັນດາ, ສະຫາຍ ນາງ ວຽນວິໄລ ດີລະພັນ, ສະຫາຍ ວຽງທອງ ຫັດສະຈັນ, ສະຫາຍ ປອ. ຄຳຄ່ອງ ພົມມະປັນຍາ ແລະ ສະຫາຍ ບຸນເລື່ອມ ມະນີວົງ;

ພ້ອມນັ້ນ ກໍ່ໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ຄຳຂັນ ຈັນທະວີສຸກ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ວົງສະຫວັນ ເທບພະຈັນ ແລະ ສະຫາຍ ສຸກັນ ບຸນຍົງເປັນຮອງເລຂາຄະນະບໍລິຫານງານພັກແຂວງ; ເລືອກເອົາສະຫາຍ ຄຳຫຼ້າ ລຽນປະດິດ ເປັນປະທານຄະນະກວດກາພັກແຂວງ, ສະຫາຍ ສົມໝາຍ ສຸທິວົງ, ສະຫາຍ ຄຳພວງ ດວງມະນີ ແລະ ສະຫາຍ ນາງ ສົມໝາຍ ມິນາກອນ ເປັນຮອງປະທານກວດກາພັກແຂວງ; ໃນຂະນະດຽວກັນ ກອງປະຊຸມໃຫຍ່ ໄດ້ເລືອກເອົາຜູ້ແທນສົມບູນ ຈຳນວນ 31 ສະຫາຍ (ຍິງ 4 ສະຫາຍ) ແລະ ສຳ ຮອງ 3 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI.

ອັນສຳຄັນ ກອງປະຊຸມ ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກ ສະຫາຍ ທອງລຸນ ສີສຸລິດ ຊຶ່ງກ່ອນອື່ນໝົດ ສະຫາຍ ໄດ້ສະແດງຄວາມຊົມເຊີຍຜົນງານອັນໃຫຍ່ຫຼວງ ແລະ ຫຼາຍດ້ານ ທີ່ຄະນະພັກແຂວງ ກໍ່ຄືຄະນະພັກ ແລະ ອົງການປົກຄອງຂັ້ນຕ່າງໆ ຍາດມາໄດ້ ໃນໄລຍະ 5 ປີຜ່ານມາ,

ພ້ອມກັນນີ້ ສະຫາຍໄດ້ເນັ້ນໜັກບາງບັນຫາສຳຄັນ ເພື່ອໃຫ້ຄະນະບໍລິຫານງານພັກແຂວງຊຸດໃໝ່ ແລະ ຜູ້ແທນກອງປະຊຸມ ນຳໄປຄົ້ນຄວ້າ, ຫັນເປັນທິດທາງ ແລະ ແຜນການລະອຽດ ຂອງຄະນະພັກຂັ້ນຂອງຕົນ ໝູນໃຊ້ ແລະ ຈັດຕັ້ງຜັນຂະຫຍາຍ ໃຫ້ປະກົດຜົນເປັນຈິງ ເປັນຕົ້ນ ສືບຕໍໍ່ຢຶດໝັັ້ນ ແລະ ເດັດດ່ຽວນໍາພາ ພາລະກິດປົກປັກຮັກສາ ທ້ອງຖິ່ນຂອງຕົນ ດ້ວຍການຜັນຂະຫຍາຍ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ຮັບປະກັນໃຫ້ແຂວງ ມີສະຖຽນລະພາບ ທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ ຢ່າງຕໍໍ່ເນື່ອງ, ຮັບປະກັນ ບໍໍ່ໃຫ້ມີບັນຫາຮ້າຍແຮງເກີດຂຶ້ນ;

ຄົ້ນຄວ້າບັນດາມາດຕະການຕົວຈິງ ເພື່ອເສີມຂະຫຍາຍກໍາລັງແຮງ ຂອງບັນດາພາກສ່ວນເສດຖະກິດ ເຂົ້າໃນການຂຸດຄົ້ນ ຄວາມອາດສາມາດບົ່ມຊ້ອນ ແລະ ທ່າແຮງໄດ້ປຽບຂອງແຂວງ, ເຮັດໃຫ້ເສດຖະກິດມະຫາພາກ ຂອງແຂວງ ມີຄວາມໝັັ້ນທ່ຽງ, ຖືກທິດ, ແກ້ໄຂຄວາມແຕກໂຕນກັນ ກ່ຽວກັບລະດັບການພັດທະນາ ແລະ ລະດັບຊີວິດການເປັນຢູ່ ລະຫວ່າງ ເຂດຕົວເມືອງ ກັບເຂດຊົນນະບົດ ໃຫ້ໄດ້ເທື່ອລະກ້າວ, ບັນລຸຄາດໝາຍ ກ່ຽວກັບການລຶບລ້າງຄວາມທຸກຍາກ; ເອົາໃຈໃສ່ເພີ່ມຂຶ້ນ ຕໍໍ່ວຽກງານສຶກສາ ໂດຍລົງເລິກກວດກາຄຸນນະພາບຂອງໂຮງຮຽນ ແລະ ສະຖາບັນການສຶກສາຕ່າງໆ, ຊຶ່ງຂະແໜງສຶກສາ, ຂະແໜງແຮງງານ ແລະ ຂະແໜງແຜນການ ໃຫ້ຮີບຮ້ອນປຶກສາຫາລືກັນ ເພື່ອປັບປຸງແຜນພັດທະນາ ຊັບພະຍາກອນມະນຸດ ໃຫ້ຕິດແທດ ແລະ ຮັບໃຊ້ໂດຍກົງ ຕໍໍ່ຄວາມຕ້ອງການຕົວຈິງ ຂອງການພັດທະນາ ແຂວງຫຼວງພະບາງ ກໍຄືບັນດາແຂວງພາກເໜືອ;

ເອົາໃຈໃສ່ເຊີດຊູ ນໍ້າໃຈຮັບຜິດຊອບ ແລະ ນໍ້າໃຈຮັບໃຊ້ປະຊາຊົນ ຂອງອົງການບໍລິຫານລັດທຸກຂັັ້ນ ກໍຄືຂອງພະນັກງານ, ລັດຖະກອນທຸກຄົນ ໃຫ້ສົມກັບ ລັດເຮົາ ແມ່ນລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ; ປະຕິບັດຄຳຂວັນ “ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຕໍໍ່ສູ້ ຂອງທົ່ວອົງຄະນະພັກ, ເຮັດໃຫ້ແຂວງຫຼວງພະບາງ ນັບມື້ນັບໜັກແໜ້ນ, ພັດທະນາຕໍໍ່ເນື່ອງ, ມີຄວາມຍືນຍົງ, ກ້າວສູ່ທັນສະໄໝ ແລະ ຍຸຕິທໍາ” ແລະ ທິດທາງລວມ ຮອດປີ 2025 “ສືບຕໍໍ່ບຸກທະລຸ ທັງ 4 ດ້ານ ຢ່າງແຂງແຮງ, ເຮັດໃຫ້ແຂວງ ໄດ້ຮັບການພັດທະນາ ຢ່າງຕໍໍ່ເນື່ອງ, ຍືນຍົງ ແລະ ມີພື້ນຖານອັນໜັກແໜ້ນກ້າວຂຶ້ນ ເປັນຫົວໜ່ວຍຍຸດທະ ສາດໜຶ່ງ ທີ່ເຂັັ້ມແຂງ, ຊີວິດການເປັນຢູ່ ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນບັນດາເຜົ່າ ນັບມື້ນັບດີຂຶ້ນ, ສັງຄົມມີຄວາມສະຫງົບ, ຍຸຕິທໍາ ແລະ ສີວິໄລ ສົມກັບເປັນເມືອງມໍລະດົກໂລກ, ແຂວງທີ່ມີຊື່ລືຊາ, ມີມູນເຊື້ອຕໍໍ່ສູ້ ແລະ ມູນເຊື້ອປະຕິວັດ ຢ່າງແທ້ຈິງ.

ສຸດທ້າຍ ສະຫາຍ ທອງລຸນ ສີສຸລິດ ໄດ້ຮຽກຮ້ອງມາຍັງຄະນະບໍລິຫານງານພັກແຂວງຊຸດໃໝ່ ຈົ່ງເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ໃຫ້ສູງຂຶ້ນ, ເຊີດຊູຄວາມເປັນແບບຢ່າງ ໃນການປະຕິບັດກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ, ມີຄວາມສາມັກຄີເປັນເອກະພາບພາຍໃນສູງ ເພື່ອເປັນໃຈກາງ ແຫ່ງຄວາມສາມັກຄີ ເປັນເອກະພາບຂອງທົ່ວອົງຄະນະພັກ ແລະ ປວງຊົນບັນດາເຜົ່າຂອງແຂວງຫຼວງພະບາງ; ຮຽກຮ້ອງມາຍັງ ຄະນະພັກ ແລະ ສະມາຊິກພັກທຸກສະຫາຍ ຈົ່ງຕັ້ງໜ້ົາຝຶກຝົນຫຼໍ່ຫຼອມດ້ານຄຸນສົມບັດ ສິນທຳປະຕິວັດ, ເຊີດຊູນ້ຳໃຈຟົດຟື້ນປະຕິວັດ, ອອກແຮງຊອກຮູ້ຮ່ຳຮຽນ ກຳແໜ້ນທິດສະດີ ແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ແລະ ເຊີດຊູນ້ຳໃຈຮັບໃຊ້ປະຊາຊົນ.

Cr: ກົມປະຊາສຳພັນ ຫສນຍ

LEAVE A REPLY

Please enter your comment!
Please enter your name here