ຕອນເຊົ້າຂອງວັນທີ 04 ຕຸລາ 2020 ນີ້ ການນຳ ພັກ – ລັດ ແຂວງບໍ່ແກ້ວ ຊັກກາລະບູຊາຫໍຫຼັກເມືອງ, ວາງພວງມະລາ ຢູ່ສຸສານນັກປະຕິວັດຄາຍປາໄລ ແລະ ວາງກະຕ່າດອກໄມ້ ຢູ່ອານຸສາວະລີ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດຈະເປີດກອງກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ VI
![](https://www.allinlaos.com/wp-content/uploads/2020/10/img_1666.jpg)
![](https://www.allinlaos.com/wp-content/uploads/2020/10/img_1665.jpg)
ໃນລະຫວ່າງວັນທີ 5-6 ຕຸລາ2020ນີ້ ນຳໂດຍ ສະຫາຍ ປອ ບົວຄົງ ນາມມະວົງ ກຳມະການສຳ ຮອງສູນກາງພັກເລຂາພັກແຂວງ ເຈົ້າແຂວງໆບໍ່ແກ້ວ ໄດ້ພ້ອມກັນຊັກກະລະບູຊາ, ມາໄຫວອາໄລ ແລະ ລະນຶກເຖີງຄຸນງາມຄວາມດີ ອາໄລຮັກຕໍ່ຄຸນງາມຄວາມດີ ຕໍ່ປະທານໄກສອນ ພົມວິຫານ ທີ່ແສນເຄົາລົບຮັກ ແລະ ລະນຶກເຖີງຄຸນງາມຄວາມດີຂອງບັນດາສະຫາຍນັກຮົບປະຕິວັດ ທີ່ໄດ້ອຸທິດຕົນເຂົ້າໃນການປະຕິວັດຊາດ ຍາດເອົາເອກະລາດອຳນາດອະທິປະໄຕ ແລະ ຝືນແຜນດີນອັນຄົບຖ້ວນມາສູ່ປວງຊົນລາວທັງຊາດ
![](https://www.allinlaos.com/wp-content/uploads/2020/10/img_1668.jpg)
![](https://www.allinlaos.com/wp-content/uploads/2020/10/img_1667.jpg)
ນຳພາປະເທດຊາດກ້າວຂື້ນສູ່ສັງກາດໃຫມ່ ແຫ່ງການພັດທະນາທີມີຄວາມຮຸງເຮືອງສີວິໄລ ແລະ ຍຸຕິທຳ, ປະທານໄກສອນ ພົມວິຫານ ແລະ ບັນດາສະຫາຍນັກຮົບປະຕິວັດ ໄດ້ສ້າງວິລະກຳອັນລ້ຳເລີດ ທີມີຊື່ສຽງຮຽງນາມ ແລະ ຄຸນງາມຄວາມດີ ຂອງບັນດາສະຫາຍ ຍືນຍົງໃນພາລະກິດຂອງການປະຕິວັດຂອງພວກເຮົາຕະຫຼອດໄປ.
![](https://www.allinlaos.com/wp-content/uploads/2020/10/img_1664.jpg)
Cr: ຄຳພັນ ແກ້ວມະນີ