ສຸດເສົ້າລົດຈັກຕໍາກັນຮຸນແຮງສາຫັດ 1 ເສຍຊີວິດ 3

0
2532

ສະຫວັນນະເຂດ: ລາຍງານຈາກກູ້ໄພແຂວງສະຫວັນນະເຂດ ໃຫ້ຮູ້ວ່າ ເວລາປະມານ 22:30 ວັນທີ່ 5/10/2020 ໄດ້ຮັບແຈ້ງເຫດລົດຈັກຕໍາກັນ ເຂດເສັ້ນທາງ ບ້ານ ໄຊອຸດົມເມືອງ ອຸທຸມພອນແຂວງ ສະຫວັນນະເຂດ

ອຸບັດຕິເຫດມີຜູ່ ເສຍຊີວິດ ທັງໝົດ 3 ຄົນ ເປັນເພດຊາຍ. ເສຍຊີວິດຄາທີ 1 ເພດຊາຍ ຊື່ ທ້າວ ວິໄຊ ອາຍຸ 19 ປີ ປະຊາຊົນບ້ານໄຊຍະມຸງຄຸນ ເມືອງອຸທຸມພອນ. ແລະ ອີກ 2 ຄົນ ເສຍຊີວິດຢຸ່ໂຮງໝໍ ຊື່ ທ້າວ ໄຜ່ ປະຊາຊົນບ້ານໄຊຍະມຸງຄຸນ ເມືອງ ອຸທຸມພອນ ທ້າວ ທືມ ອາຍຸ15ປີ ບ້ານ ໄຊອຸດົມ ເມືອງ ອຸທຸມພອນ. ສ່ວນຜູ່ບາດເຈັບ ຊື່ ທ້າວເຈມ ບ້ານ ໄຊອຸດົມ ເມືອງ ອຸທຸມພອນ.

ຄລິບລາຍງານສົດ

LEAVE A REPLY

Please enter your comment!
Please enter your name here