ປາຖະກະຖາ ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດກູບາ ຄົບຮອບ 55 ປີ

0
1351

ວັນທີ 2 ຕຸລາ 2020, ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບຄະນະພົວພັນຕ່າງປະເທດສູນກາງພັກ, ສະມາຄົມມິດຕະພາບລາວ-ກູບາ ແລະ ສະ ຖານເອກອັກຄະລັດຖະທູດ ແຫ່ງ ສ.ກູບາ ປະຈໍາ ສປປ ລາວ ໄດ້ ຈັດຕັ້ງປາຖະກະຖາ ເນື່ອງໃນໂອ ກາດວັນສ້າງຕັ້ງພັກກອມມູນິດ ກູບາ ຄົບຮອບ 55 ປີ ຂຶ້ນ (03 ຕຸລາ 1965 – 03 ຕຸລາ 2020) ທີ່ສະໂມສອນຄະນະໂຄສະນາອົບຮົມສູນກາງພັກ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາພັນ ພົມມະທັດ, ກໍາມະການ ກົມການເມືອງສູນກາງພັກ, ເລ ຂາທິການສູນກາງພັກ, ຫົວໜ້າໂຄສະນາອົບຮົມສູນກາງພັກ, ທ່ານ ປາໂປຼ ແອງໂຕນີໂອເອກ ອັກຄະລັດຖະທູດວິສາມັນຜູ້ມີອໍາ ນາດເຕັມແຫ່ງ ສາທາລະນະລັດກູບາ ປະຈໍາ ສປປລາວ, ທ່ານ. ນາງ ປອ ສູນທອນ ໄຊຍະຈັກ ກໍາ ມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ຈະເລີນ ເຢຍປາວເຮີ ກໍາມະການສູນກາງພັກ, ລັດຖະ ມົນຕີປະຈໍາສໍານັກງານນາຍົກ ລັດຖະມົນຕີ, ປະທານສະມະຄົມ ມິດຕະພາບ ລາວ-ກູບາ, ມີບັນດາສະຫາຍຮອງເລຂາຄະນະພັກ, ຄະນະນໍາ, ຄະນະກົມຈາກກະຊວງ; ອົງການອ້ອມຂ້າງສູນກາງພັກ, ສະຖາບັນຕ່າງໆ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ທ່ານ ປາໂປຼ ແອງໂຕນີໂອ ໄດ້ເລົ່າຄືນເຖິງມູນ ເຊື້ອແຫ່ງການກໍາເນີດ ແລະ ເຕີບ ໃຫຍ່ຂະຫຍາຍຕົວຂອງການປະຕິວັດກູບາໂດຍຍົກໃຫ້ເຫັນ ເຖິງບົດບາດການນໍາພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງພັກກອມມູນິດກູບາໂດຍແມ່ນ ທ່ານ ຟີແດນ ກາດສໂຕຼ ຣູດສ ເປັນຜູ້ນໍາໃນເມື່ອກ່ອນ ແລະ ມີທ່ານ ຣາອູນ ກາດສໂຕຼ ຣຸດສ ແລະ ທ່ານ ມີເກນ ດຽດສ ເປັນຜູ້ນໍາຮຸ່ນຕໍ່ມາໄດ້ນໍາພາປະຊາຊົນກູບາຍາດໄດ້ໄຊຊະນະ ແລະ ຜົນສໍາເລັດຮອບດ້ານ, ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກູບາ, ເຊິ່ງສາມາດ ປົກປ້ອງໝາກຜົນຂອງການປະຕິວັດໄວ້ໄດ້ຢ່າງໝັ້ນຄົງ, ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດແຫ່ງການປົກປັກຮັກ ສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ, ເຮັດໃຫ້ບົດບາດ ແລະ ອິດທິພົນ ຂອງກູບາ ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ການສະ ເຫຼີມສະຫຼອງວັນສໍາຄັນປະຫວັດສາດຄັ້ງນີ້ ແມ່ນເປັນການທົບທວນຄືນໃຫ້ເຫັນເຖິງມູນເຊື້ອອັນພິລາດອາດຫານຂອງພັກ ແລະ ປະຊາຊົນກູບາອ້າຍນ້ອງໃນການຕໍ່ສູ້ເພື່ອເອກະລາດແຫ່ງຊາດ ທີ່ເຕັມໄປດ້ວຍການເສຍ ສະຫຼະ ແລະ ເດັດດ່ຽວບໍ່ຍອມຈໍານົນ, ສາມາດຍາດໄດ້ໄຊຊະນະ ທີ່ໃຫຍ່ຫຼວງ, ກ້າວໄປສູ່ການຍາດ ເອົາເອກະລາດ ແຫ່ງຊາດ, ອະທິ ປະໄຕ, ເສລີພາບ ແລະ ຜືນແຜ່ນ ດິນອັນຄົບຖ້ວນ, ປະຊາຊົນໄດ້ກາຍເປັນເຈົ້າຂອງປະເທດຊາດ ຢ່າງແທ້ຈິງ ແລະ ສະຖາປະນາເປັນສາທາລະນະລັດກູບາ ແລະ ພວມສ້າງປະເທດກູບາໃຫ້ກ້າວຂຶ້ນເປັນປະເທດສັງຄົມນິຍົມທີ່ ເຂັ້ມແຂງ, ເພື່ອຕໍ່ສູ້ຕ້ານສົງຄາມຮຸກຮານ, ການປິດລ້ອມ ແລະ ການຂົ່ມຂູ່ທຸກຮູບແບບຂອງພວກ ຈັກກະພັດຈົນເຖິງທຸກວັນນີ້. ທ່ານ ປາໂປຼ ແອງໂຕນີໂອ ຍັງໄດ້ຕີລາຄາສູງ ແລະ ຍົກໃຫ້ ເຫັນເຖິງມູນເຊື້ອແຫ່ງສາຍ ພົວພັນມິດຕະພາບ ແລະ ການ ຮ່ວມມືລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດລາວ-ກູບາ ໃນໄລຍະຕໍ່ສູ້ກູ້ຊາດກໍຄືໄລຍະປົກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດໃນປັດຈຸບັນ. ພ້ອມທັງຢືນຢັນຈະສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອດັ່ງກ່າວໃຫ້ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ໂດຍ: ບຸນຊ້ອຍ

LEAVE A REPLY

Please enter your comment!
Please enter your name here