ປະກາດຮັບຮອງ ຄະນະບໍລິຫານງານຊາວໜຸ່ມແຂວງຄໍາມ່ວນ ເປັນແຂວງ 4 ບຸກ ປີທີ III

0
864

ພິທີມອບ-ຮັບ ທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ ຂອງຄະນະບໍລິຫານງານຊາວໜຸ່ມແຂວງຄໍາມ່ວນ ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 6 ຕຸລາ 2020 ນີ້, ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສາຍຄໍາ ພະໄຊສິດທິເດດ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຄໍາມ່ວນ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ໂອໄດ ສຸດາພອນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຄໍາມ່ວນ.

ສະຫາຍ ສາຍຄໍາ ພະໄຊສິດທິເດດ ເລຂາຄະນະບໍລິ ຫານງານຊາວໜຸ່ມແຂວງໄດ້ຂຶ້ນຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດຂະບວນການແຂ່ງຂັນໃນໄລະຍະ 1 ປີຜ່ານມາ ສົກປີ 2018-2019 ໃນການຜັນຂະຫຍາຍບົດແນະນຳ 421/ລຂ ໃນການປະຕິບັດຂໍ້ແຂ່ງຂັນ 4 ບຸກ ຕາມ 4 ເນື້ອໃນ 9 ມາດຖານ ໃນການປະກາດຮັບຮອງເປັນແຂວງຄະນະຊາວໜຸ່ມ ປປລ 4 ບຸກ ເຫັນໄດ້ວ່າຕາມການປະເມີນສາມາດປະຕິບັດໄດ້ຕາມເງື່ອນໄຂ ແລະ ມາດຖານທີ່ກຳນົດໄວ້.

ຈາກນັ້ນ, ໄດ້ຜ່ານຂໍ້ຕົກລົງຂອງທ່ານເລຂາຄະນະບໍລິ ຫານງານຊາວໜຸ່ມແຂວງຄໍາມ່ວນ ວ່າດ້ວຍການຮັບຮອງ 10 ຕົວເມືອງທົ່ວແຂວງ ເປັນເມືອງ 3 ດີ 4 ຮູ້ ຂອງເຍົາວະ ຊົນລາວ ເປັນກຽດມອບໃບຢັ້ງຢືນໂດຍ ສະຫາຍ ສາຍຄໍາ ພະໄຊສິດທິເດດ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ; ພ້ອມກັນນັ້ນ ກໍ່ໄດ້ຜ່ານຂໍ້ຕົກລົງຂອງ ເລຂາຄະນະບໍລິຫານງານສູນກາງ ຊປປລ ວ່າດ້ວຍການມອບໃບຢັ້ງຢືນ 4 ບຸກ ໃຫ້ຄະນະບໍລິຫານງານຊາວໜຸ່ມແຂວງຄໍາມ່ວນ ເປັນແຂວງ 4 ບຸກ ປີທີ III ເຊີ່ງເປັນກຽດນາງ ວິລະວອນ ພັນທະວົງ ຮອງເລຂາຄະນະບໍລິຫານງານສູນກາງ ຊປປລ

ໃນໂອກາດທີ່ທາງຄະນະບໍລິຫານງານສູນກາງຊາວໜຸ່ມ ປປລ ໄດ້ລົງມາປະກາດຮັບຮອງ ຄະນະຊາວໜຸ່ມແຂວງຄໍາມ່ວນ 4 ບຸກ ປີທີ III ໃນຄັ້ງນີ້ ຍັງໄດ້ມອບເຄື່ອງຊ່ວຍເຫຼືອ ໃຫ້ແກ່ ຄະນະບໍລິຫານງານຊາວໜຸ່ມແຂວງຄໍາມ່ວນ ເພື່ອຊຸກຍູ້ຊ່ວຍ ເຫຼືອເຂົ້າໃນຂະບວນການຕ່າງໆໃນທົ່ວແຂວງ ລວມມູນຄ່າ 4.840.000 ກີບ ມອບໂດຍ ນາງ ວິລະວອນ ພັນທະວົງ ຮອງເລຂາຄະນະບໍລິຫານງານສູນກາງ ຊປປລ.

Cr: ສື່ມວນຊົນຊາວຫນຸ່ມລາວ

LEAVE A REPLY

Please enter your comment!
Please enter your name here