52 ປີ ທະນາຄານ ແຫ່ງ ສປປລາວ

0
1106

ຊົມເຊີຍ ວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ ຄົບຮອບ 52 ປີ (7 ຕຸລາ 1968 – 7 ຕຸລາ 2020) ຢ່າງສຸດໃຈ. ສະພາປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ຮັບຮອງເອົາກົດໝາຍ ວ່າດ້ວຍການສ້າງຕັ້ງ ທະນາຄານແຫ່ງ ສປປ ລາວ (ທຫລ) ໃນເດືອນກໍລະກົດ 1990 ຊຶ່ງກໍານົດພາລະບົດບາດ ແລະ ໜ້າທີ່ການເຄື່ອນໄຫວຂອງ ທຫລ ໃນການຄຸ້ມຄອງມະຫາພາກດ້ານເງິນຕາ, ຮັກສາສະຖຽນລະພາບຄ່າເງິນກີບໃຫ້ໝັ້ນທ່ຽງ ທັງຕໍ່ພາຍໃນ ແລະ ສາກົນ.

ຕໍ່ມາໄດ້ມີດໍາລັດ ວ່າດ້ວຍການຄຸ້ມຄອງການເຄື່ອນໄຫວທະນາຄານທຸລະກິດ ແລະ ສະຖາບັນການເງິນອື່ນໃນເດືອນມັງກອນ ປີ 1992. ຈາກນັ້ນ ໄດ້ຍົກຂຶ້ນມາເປັນລັດຖະບັນຍັດໃນປີ 2000 ແລະ ເປັນກົດຫມາຍ ວ່າດ້ວຍທະນາຄານທຸລະກິດໃນທ້າຍປີ 2006.

ຈາກນັ້ນມາເຖິງປັດຈຸບັນ, ທຫລ ໄດ້ປະຕິບັດພາລະບົດບາດຂອງຕົນຢ່າງເຕັມສ່ວນ ຕອບສະໜອງຕໍ່ແນວທາງນະໂຍບາຍ, ມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະສະໄໝ ກໍຄືແຜນ ພັດທະນາເສດຖະກິດສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ແລະ ການເຊື່ອມໂຍງສູ່ພາກພື້ນ ແລະ ສາກົນຢາງບໍ່ຢຸດຢັ້ງ.ຢືນຢູ່ຕໍ່ໜ້າສະພາບແວດລ້ອມຂອງສາກົນ ແລະ ພາກພື້ນ ທີ່ມີການຜັນແປຢ່າງສະຫຼັບສັບຊ້ອນ ຊຶ່ງມີກາລະໂອກາດ ແລະ ສິ່ງທ້າທາຍ ໂດຍສະເພາະ ສະພາບຂໍ້ຂັດແຍ່ງດ້ານການຄ້າ ແລະ ຄວາມບໍ່ສະຫງົບທາງດ້ານການເມືອງ, ເຮັດໃຫ້ຕະຫຼາດການເງິນຜັນຜວນແຮງ ແລະ ເສດຖະກິດຝືດເຄື່ອງ;

ພາຍໃນປະເທດການພັດທະນາເສດຖະກິດ-ສັງຄົມ ກໍ່ໄດ້ປະເຊີນກັບສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນບັນຫາ ການຂາດດຸນງົບປະມານ ແລະ ຂາດດຸນການຄ້າ, ພັນທະໃນການຊໍາລະໜີ້ສິນກັບຕ່າງປະເທດຫຼາຍຂຶ້ນ, ພື້ນຖານເສດຖະກິດພາຍໃນທີ່ອ່ອນນ້ອຍ ທັງປະເຊີນກັບໄພທໍາມະຊາດ ແລະ ພະຍາດລະບາດຢ່າງໜັກໜ່ວງ ຊຶ່ງມັນໄດ້ເລັ່ງທວງໃຫ້ພວກເຮົາຕ້ອງໄດ້ມີການປັບປຸງກົນໄກ ແລະ ແບບແຜນໃນການເຮັດວຽກ, ບຸກບືນຫ້າວຫັນໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໃນການແກ້ໄຂບັນຫາທີ່ຍັງຄົງຄ້າງ ຕິດ ພັນກັບການຈັດຕັ້ງປະຕິບັດໜ້າທີ່ການເມືອງ.

ສິ່ງສໍາຄັນທີ່ສຸດໃນໄລຍະ 5 ປີຕໍ່ໜ້າ ໃຫ້ມີການຫັນປ່ຽນໃໝ່ ທີ່ມີລັກສະນະບຸກທະລຸໃນຂະແໜງທະນາຄານ, ຍູ້ແຮງການເຕີບໂຕຂອງພື້ນຖານເສດຖະກິດແຫ່ງຊາດ, ການຈໍລະຈອນແຈກຢາຍສິນຄ້າ ແລະ ການບໍລິການໃຫ້ເຂັ້ມແຂງ, ແກ້ໄຂບັນຫາທາງດ້ານເງິນຕາ, ການຄຸ້ມຄອງສະຖາບັນການເງິນ ແລະ ການຊໍາລະສະສາງຢ່າງເຂັ້ມງວດ ເປັນລະບົບ.

ທຫລ ຕ້ອງເພີ່ມທະວີການປະສານສົມທົບກັບບັນດານະໂຍບາຍການຄຸ້ມຄອງເສດຖະກິດມະຫາພາກກັບຂະແໜງການກ່ຽວຂ້ອງໃຫ້ກົມກຽວກັນ. ໃນນີ້ ເປັນເຈົ້າການໃນການປະສານກັບຂະແໜງການກ່ຽວຂ້ອງ ເພື່ອພ້ອມກັນແກ້ໄຂບັນຫາການອ່ອນຄ່າຂອງເງິນກີບ, ຄວບຄຸມການເພີ່ມຂຶ້ນ ຂອງລາຄາສິນຄ້າ ແລະ ຫຼຸດຜ່ອນການນໍາໃຊ້ເງິນຕາຕ່າງປະເທດ ຊໍາລະຢູ່ພາຍໃນປະເທດ. ທຫລ ຕ້ອງເພີ່ມທະວີການຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ແກ່ທະນາຄານທຸລະກິດ ເພື່ອລົງທຶນປະກອບສ່ວນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ເສດຖະກິດຂອງປະເທດເຮົາ ດ້ວຍການຊອກທຸກວິທີທາງລະດົມແຫຼ່ງທຶນ ໂດຍສຸມໃສ່ສະໜັບສະໜູນການປ່ອຍກູ້ໃຫ້ແກ່ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນອັດຕາດອກເບ້ຍທີ່ເໝາະສົມ ເພື່ອຊຸກຍູ້ການຜະລິດສິນຄ້າຊົມໃຊ້ພາຍໃນ ແລະ ສົ່ງອອກ ແລະ ຄ້າຂາຍກັບຕ່າງປະເທດ ນໍາເອົາເງິນຕາຕ່າງປະເທດເຂົ້າປະເທດໃຫ້ຫຼາຍກວ່າການຈ່າຍໃຫ້ຕ່າງປະເທດ ເພື່ອໃຫ້ຄັງສໍາຮອງເງິນຕາຕ່າງປະເທດເພີ່ມຂຶ້ນ.

ທຫລ

LEAVE A REPLY

Please enter your comment!
Please enter your name here