ເມືອງໄຊບູລີ ກໍານົດເອົາບຶງຂາເປຍເປັນເຂດວັງສະຫງວນອະນຸລັກສັດນໍ້າ-ສັດປ່າ

0
1040

ເພື່ອເປັນການອະນຸລັກສັດນໍ້າ- ສັດປ່າ ແລະຊີວະນາໆພັນໃຫ້ຍືນຍົງຕະຫຼອດໄປ ສະນັ້ນ ມາໃນວັນທີ 2 ຕຸລາ 2020 ທີ່ຜ່ານມານີ້, ຢູ່ທີ່ບຶງຂາເປຍ ບ້ານກ້າງປາ ເມືອງໄຊບູລີແຂວງສະຫວັນນະເຂດ ໄດ້ຈັດກິດຈະກໍາ ປ່ອຍປາ ສູ່ທໍາມະຊາດພ້ອມທັງປະກາດກົດລະບຽບການຄຸ້ມຄອງວັງສະຫງວນບຶງຂາເປຍເປັນວັງສະຫງວນ ຂອງເມືອງ. ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ດຣ ສຸລິວົງ ສີວໍລະວົງ ຮອງເຈົ້າເມືອງໄຊບູລີ , ທ່ານ ນາງ ສົມລານ ອິນທິສານ ປະທານແນວລາວສ້າງຊາດເມືອງ , ມີກໍາຄະນະປະຈໍາພັກເມືອງ ກໍາມະການພັກເມືອງຫົວໜ້າຫ້ອງການກ່ຽວຂ້ອງອ້ອມຂ້າງເມືອງ, ອໍານາດການປົກຄອງບ້ານອ້ອມຂ້າງ, ເຖົ້າແກ່ແນວໂຮມ ຕະຫຼອດຮອດປະຊາຊົນພາຍໃນບ້ານກ້າງປາເຂົ້າຮ່ວມ. ໃນກິດຈະກໍາດັ່ງກ່າວແມ່ນໄດ້ນໍາເອົາລູກປາ ຈໍານວນ 18 ພັນໂຕ ນໍາໄປປ່ອຍ ສູ່ແຫຼ່ງນໍ້າທໍາມະຊາດທີ່ບຶງຂາເປຍ, ເຊິ່ງເປັນຫວັງສະຫງວນທີ່ໄດ້ກໍານົດໄວ້ ແລະ ປາທີ່ນໍາມາປ່ອຍໃນຄັ້ງນີ້ ມີ ປາປາກ, ປາເກັດແລບ, ແລະປານວນຈັນ, ຈາກນັ້ນ ໃນພິທີ ທ່ານ ຄໍາໜັ້ນ ສຸພິຫາລາດ ຫົວໜ້າຫ້ອງວ່າການປົກຄອງເມືອງໄຊບູລີ ທັງເປັນຫົວໜ້າ ໂຄງການສົ່ງເສີມ ການອະນຸລັກປ່າໄມ້ ແລະບຶງທໍາມະຊາດແບບມີສ່ວນຮ່ວມຂອງປະຊາຊົນບ້ານກາງປາ.

ກໍ່ຍັງໄດ້ ຜ່ານກົດລະບຽບການຄຸ້ມຄອງວັງສະຫງວນບຶງຂາເປຍ, ຜ່ານຂໍຕົກລົງຂອງທ່ານເຈົ້າເມືອງໄຊບູລີ ສະບັບເລກທີ 656 /ຈມ ຊບລ ວ່າດ້ວຍການຄຸ້ມຄອງການປະມົງ ແລະການອະນຸລັກຊີວະນາໆພັນທາງບົກ ແລະທາງນໍ້າ ເຊິ່ງໃນນັ້ນມີເນື້ອທີ່ 250 ເຮັກຕາ ເປັນເຂດສະຫງວນກວມລວມ ແລະ 5 ເຮັກຕາເປັນສະຫງວນຖາວອນ ຢ່າງຈະແຈ້ງ, ພ້ອມນີ້ ກໍ່ຍັງໄດ້ມອບປື້ມກົດລະບຽບການຄຸ້ມຄອງວັງສະຫງວນບຶງຂາເປຍໃຫ້ກັບ 7 ກຸ່ມບ້ານ, ໃນນັ້ນມີບ້ານ ກາງປາ, ເວີນເໜືອ, ເວີນໃຕ້, ແກ້ງໂພສີ, ດົງຍາງ, ໂພນທັນ ແລະບ້ານສະກອງເພື່ອນໍາເອົາກົດລະບຽບ, ເນື້ອໃນດັ່ງກ່າວນໍາໄປຜັນຂະຫຍາຍໃຫ້ປະຊາຊົນໃນແຕ່ລະບ້ານໄດ້ຮັບຮູ້ ເຂົ້າໃຈຢ່າງທົ່ວເຖິງພ້ອມກັນຈັດຕັ້ງປະຕິບັດຕາມກົດລະບຽບຢ່າງເຂັ້ມງວດ.

ທັງນີ້ກໍ່ເພື່ອເປັນການປົກປັກຮັກສາຂອບເຂດທີ່ໄດ້ກໍານົດເປັນບ່ອນສະຫງວນບໍ່ໃຫ້ຖືກບຸກລຸກ, ທໍາລາຍ-ລວງລໍ້າ, ເປັນຕົ້ນແມ່ນການລ່າສັດທີ່ມີລັກສະນະດັບສູນດ້ວຍວິທີການໃຊ້ລະເບີດ, ທາດເຄມີ, ທາດເບື່ອ,ໄຟຟ້າຊັອດ ແລະວິທີອື່ນໆ ທີ່ເຮັດໃຫ້ສັດນໍ້າ-ສັດປ່າມີການສູນພັນ, ຫ້າມລ່າສັດນໍ້າ- ສັດປ່າໃນລະດູປະສົມພັນ ແລະຂະຫຍາຍພັນ, ຫ້າມບໍ່ໃຫ້ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງໃດໜຶ່ງມີການຕັນ ຫ້ວຍ-ຮ່ອງ ຫຼື ໃຊ້ສິ່ງກີດຂວາງການເຄື່ອນຍ້າຍເພື່ອຂະຫຍາຍພັນຂອງສັດນໍ້າ ແລະສັດປ່າ ທີ່ເປັນສາຂາຂອງບຶງຂາເປຍ.

ໂອກາດດຽວກັນນີ້ ບັນດາປະທານຍັງໄດ້ຜັນປ່ຽນກັນໂອ້ລົມ ພ້ອມທັງຮຽກຮ້ອງໃຫ້ອໍານາດການປົກຄອງບ້ານ, ກໍ່ຄືຂະແໜງການ ແລະພາກສ່ວນກ່ຽວຂ້ອງ ໃຫ້ເອົາໃຈໃສ່ຊ່ວຍກັນໃນການປົກປັກຮັກສາແຫຼ່ງນໍ້າທໍາມະຊາດທີ່ເປັນບ່ອນອຸດົມບູນແຫ່ງນີ້, ທັງນີ້ກໍ່ເພື່ອເປັນການຮັກສາລະບົບນິເວດກໍ່ຄືບ່ອນຢູ່ອາໃສຂອງສັດນໍ້າ-ສັດປ່າ ແລະຊິວະນາໆພັນ ເພື່ອບໍ່ໃຫ້ສູນພັນ, ຄ່ຽງຄູ່ກັບການພັດທະນາການນໍາໃຊ້ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມໃຫ້ຍືນຍົງຕະຫຼອດໄປ, ເພື່ອລູກຫຼານ ຜູ້ເກີດໃໝ່ຮຸ່ນຫຼັງເປັນຜູ້ສືບຕໍ່ໃນອານາຄົດ.

ພາບ ແລະຂ່າວ ຄໍາກອນ ພອນມາລາ

LEAVE A REPLY

Please enter your comment!
Please enter your name here