ຫ້ອງກະສີກຳ ແລະ ປ່າໄມ້ ເມືອງກະລຶມ ມອບແນວພັນໄກ່ 1.300 ກວ່າໂຕ ໃຫ້ປະຊາຊົນ 13 ບ້ານ

0
1075

ໃນວັນທີ7.10.2020 ໂດຍປະຕິບັດຕາມຂໍ້ຕົກລົງຂອງພະແນກກະສິກຳ ແລະ ປ່າໄມ້ ແຂວງເຊກອງ ວ່າດ້ວຍການຈັດແບ່ງແນວພັນສັດປີກ ແລະ ປາ ໃຫ້ 4 ຕົວເມືອງທີ່ໄດ້ຮັບ ຜົນກະທົບຈາກໄພທຳມະຊາດ ປີ 2019 ດັ່ງນັ້ນໃນຕອນເຊົ້າຂອງວັນທີ 6 ຕຸລາ ຜ່ານມານີ້ຢູ່ທີ່ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງກະລຶມ ແຂວງເຊກອງ ໄດ້ຈັດພິທີມອບ-ຮັບແນວພັນໄກ່ ໃຫ້ປະຊາຊົນ 13 ບ້ານ, ມີ 130 ຄອບຄົວ ທີ່ຖືກຜົນກະທົບຈາກໄພພິບັດໃນ 2019 ທີ່ຜ່ານມາ ເຊິ່ງມີບ້ານແກ້ງກຸຍ, ບ້ານແກ້ງກຽນ, ບ້ານວັກ, ບ້ານຈຣອກ, ບ້ານສອງຄອນ, ບ້ານຈິງ, ບ້ານໂລ້ຍ, ບ້ານຫາດນອງ, ບ້ານຕີນ-ຕຶມ, ບ້ານເຈຼະ, ບ້ານຕັງກາດ, ບ້ານຕັງປຼັງ ແລະ ບ້ານຕະມໍໃໝ່ ໂດຍໃຫ້ກຽດເຂົ້າຮ່ວມ ມີທ່ານ ຄຳປະເສີດ ດອຍບົວລະພາ ຮອງເຈົ້າເມືອງ – ເມືອງກະລຶມ, ຜູ້ຊີ້ນຳຂົງເຂດວຽກງານເສດຖະກິດ, ທ່ານ ແສງອຸໄທ ຄຳວົງສາ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງກະລຶມ, ວິຊາການລ້ຽງສັດ ແລະ ການປະມົງຂັ້ນແຂວງ – ຂັ້ນເມືອງ, ຜູ້ຕາງໜ້າຈາກບໍລິສັດ ແລະ ພໍ່ແມ່ປະຊາຊົນມາຈາກບ້ານດັ່ງກ່າວເຂົ້າຮ່ວມ.

ທ່ານ ສີອຳພອນ ສີນາມົນຕິ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງກະລຶມ ໄດ້ໃຫ້ຮູ້ວ່າ: ແນວພັນໄກ່ທີ່ມອບໃຫ້ປະຊາຊົນໃນຄັ້ງນີ້ແມ່ນບໍລິສັດ ເອສ ເອມ ພີ ເທຣດດິ້ງ ຈຳກັດຜູ້ດຽວ ເປັນຜູ້ຈັດຊື້ແນວພັນໄກ່ ຈຳນວນ 1.350 ໂຕ ເພື່ອຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພພິບັດ ນຳເອົາສັດປີກຈຳນວນດັ່ງກ່າວມາລ້ຽງເປັນການປັບປຸງ, ພື້ນຟູ ຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ.

ໂອກາດນີ້ ທາງວິຊາການຂະແໜງລ້ຽງສັດ ແລະ ການປະມົງ ກໍໄດ້ແນະນຳວິທີການລ້ຽງໄກ່ ແລະ ການປົກປັກຮັກສາໄກ່ ເປັນຕົ້ນແມ່ນເອົາໃຈໃສ່ໃນການໃຫ້ອາຫານໄກ່, ການສັກຢາ, ຢອດຢາເປັນປົກກະຕິເພື່ອເຮັດໃຫ້ໄກ່ມີພູມຕ້ານທານທີ່ດີປອດຈາກເຊື້ອພະຍາດທີ່ອາດເກີດຂຶ້ນຕາມລະດູການ.

ພາບ-ຂ່າວ: ຄຳເພົ້າ ຮຸ່ງໄຊຍະວົງ

LEAVE A REPLY

Please enter your comment!
Please enter your name here