ກອງພັນໃຫຍ່ 941 ເປີດຊຸດອົບຮົມປະສານສຽງແຕກ ໄລຍະທີ 2

0
1094

ໃນຕົ້ນເດືອນ ຕຸລາ 2020 ນີ້, ກອງພັນໃຫຍ່ 941 ໄດ້ຈັດຕັ້ງອົບ ຮົມຫັດແອບຊ້ອມຮົບປະສານສຽງແຕກຍິງລູກປືນແທ້ໄລຍະທີ 2 ຢູ່ສະ ໜາມກອງພັນ 903 ຂຶ້ນກັບກອງພັນ ໃຫຍ່ 941. ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ພັນສອນ ຄໍາຜິວ ຫົວໜ້າການທະຫານກອງພັນໃຫຍ່ 941, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບທົ່ວ ກອງພັນໃຫຍ່ເຂົ້າຮ່ວມ. ສະຫາຍ ພັນຕີ ພູໄຊ ລໍວັນເດດ ຫົວໜ້າຂະແໜງອົບຮົມ ກອງພັນ ໃຫຍ່ 941 ໃຫ້ຮູ້ວ່າ: ການອົບຮົມ- ຫັດແອບຊ້ອມຮົບປະສານສຽງແຕກຍິງລູກປືນແທ້ໃນຄັ້ງນີ້ ແມ່ນໄດ້ ຮັບຜົນດີ, ຄູ-ອາຈານໄດ້ເອົາໃຈໃສ່ ສິດສອນໃຫ້ພະນັກງານ-ນັກຮົບຢ່າງ ເຕັມເມັດເຕັມໜ່ວຍ, ຍົກສູງຄວາມ ຮັບຜິດຊອບສຸມທຸກເຫື່ອແຮງສະຕິປັນຍາຂອງຕົນເຂົ້າໃນການຫັດ ແອບຮໍ່າຮຽນ ເພື່ອໃຫ້ບັນລຸຕາມ ຂາດໜາຍທີ່ວາງໄວ້, ການອົບຮົມ-ຫັດແອບຍິງລູກປືນແທ້ໃນຄັ້ງນີ້ ກໍເພື່ອເຮັດໃຫ້ພະນັກງານ-ນັກຮົບ ມີຄວາມຊຳນິຊຳນານດ້ານສິລະປະຍຸດ-ຍຸດທະວິທີ, ໃຫ້ມີຄວາມຂ້ອງ ແຄ້ວວ່ອງໄວ້ເພື່ອຮັບປະກັນໃນ ການກຽມພ້ອມສູ້ຮົບ ແລະ ມີຄວາມ ປອດໄພ 100 %.

ຜ່ານການອົບຮົມ-ຫັດແອບຕົວຈິງແມ່ນ 45 ວັນ ປະ ກອບມີ 2 ພາກຄື: ພາກທີ I ພາກທິດ ສະດີຫັດແອບລະບຽບຮູບແຖວບຸກຄົນເຄື່ອນທີ່, ຫັດແອບຮູບແຖວຂັ້ນໝູ່, ຂັ້ນໜວດ, ຂັ້ນກອງຮ້ອຍ, ຫັດແອບບົດເປີດສາກ, ບົດບຸກຕີ, ພາກທີ II ພາກຍິງລູກປືນແທ້, ສາມາດຕີລາຄາໄດ້ຂັ້ນເກັ່ງ 90 ສະຫາຍ, ກາງ 40 ສະຫາຍ ແລະ ຄາດໜາຍ 20 ສະຫາຍ.

ໂອກາດດັ່ງກ່າວ, ສະຫາຍ ພັນ ເອກ ພັນສອນ ຄໍາຜິວ ຍັງໄດ້ໂອ້ລົມພ້ອມທັງຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍ ແລະ ຄະນະຮັບຜິດຊອບຄູ-ອາຈານທີ່ພ້ອມກັນເອົາໃຈໃສ່ບຸກ ບືນຫ້າວຫັນດ້ວຍຄວາມຮັບຜິດຊອບສູງພ້ອມທັງຮຽກຮ້ອງໃຫ້ພະ ນັກງານ-ນັກຮົບແຕ່ລະສະຫາຍຈົ່ງຍົກສູງຄວາມຮູ້ຄວາມມາດກໍາແໜ້ນທາງດ້ານທິດສະດີຫຼັກການໃຫ້ມີຄວາມຊຳນິຊຳນານເພື່ອໜູນໃຊ້ເຂົ້າໜ້າທີ່ວຽກງານຕົວຈິງຂອງຕົນໃຫ້ ມີປະສິດທິພາບສູງພ້ອມກັນເຮັດ ສໍາເລັດໜ້າທີ່ຂັ້ນເທິງມອບໜາຍໃຫ້.

ຂ່າວ: ນ. ທອງສີ, ພາບ: ດາວຽງ

LEAVE A REPLY

Please enter your comment!
Please enter your name here