ລະດັບນໍ້າເຊກອງຈະສູງຂຶ້ນ ເພາະມີການປ່ອຍນໍ້າອອກເຂື່ອນທີ່ຫວຽດນາມ

0
2358

ລະ​ວັງລະ​ດັບ​ນ້ຳ​ເຊກອງ ຈະ​ເພີ່ມ​ສູງ​ຂຶ້ນ 5-6 ແມັດ ໃນ​ລະ​ຫວ່າ​ວັນ​ທີ 7-10 ຕຸ​ລາ ເນື່ອງ​ມີ​ການ​ປ່ອຍ​ນ້ຳ​ອອກ​ຈາກ​ເຂື່ອນ​ໄຟ​ຟ້າ​ຈາກຫວຽດ​ນາມລົງ​ມາ ພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ແຂວງ​ເຊກອງ ແຈ້ງເຕືອນໄພລະດັບນ້ຳເຊກອງ ແຕ່ວັນທີ່ 7-10 ຕຸລາ 2020.

ອີງໃສ່ແຈ້ງການຂອງບໍລິສັດຫຸ້ນສ່ວນເຂື່ອນໄຟຟ້ານ້ຳ/ຕົກພາກກາງຂອງ ສສ ຫວຽດ​ນາມ ວ່າດ້ວຍການປ່ອຍນ້ຳບໍລິຫານອ່າງເກັບນ້ຳເຂື່ອນໄຟຟ້າອາເລື້ອຍ ໃນລະຫວ່າງວັນທີ 7-10 ຕຸລາ 2020 ລະດັບນ້ຳເຊກອງ ຈະມີປະລິມານເພີ່ມຈາກລະດັບປົກກະຕິ ເນື່ອງຈາກວ່າ ບໍລິສັດຫຸ້ນສ່ວນເຂື່ອນໄຟຟ້ານ້ຳຕົກພາກກາງ (ອາເລື້ອຍ) ປະເທດຫວຽດນາມ ຈະໄດ້ປ່ອຍນ້ຳອອກຈາກເຂື່ອນ.

ໃນເວລາ 8:00ໂມງ ຂອງວັນທີ 9 ຕຸລາ2020 ໃນບໍລິມາດທີ່ຈະປ່ອຍ 100-1.000 ແມັດກ້ອນ/ວິນາທີ ແລະ ຄາດວ່າລະດັບນ້ຳ-ນ້ຳເຊກອງ ໃນລະຫວ່າງວັນທີ່ 7-10 ຕຸລາ 2020 ຈະມີປະລິມານສູງຂຶ້ນເຖິງ 5.50 ຫາ 6.50 ແມັດ ແລະ ລະດັບນ້ຳເຊກອງ ປັດຈຸບັນເວລາ 7:00 ໂມງ ຂອງວັນທີ 6 ຕຸລາ 2020 ແທກໄດ້ 2.52 ແມັດ ( ລະດັບນ້ຳເຂດເຕືອນໄພແມ່ນ 17,50 ແມັດ, ເຂດອັນຕະລາຍແມ່ນ 18.50 ແມັດ).

ດັ່ງນັ້ນ, ຈິ່ງຂໍແຈ້ງເຕືອນເຖິງອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຕະຫຼອດຮອດພໍ່ແມ່ປະຊາຊົນທີ່ອາໄສ ແລະ ດຳລົງຊີວິດ ຢູ່ລຽບຕາມລຳນ້ຳເຊກອງ ຈົ່ງມີສະຕິລະມັດລະວັງຕໍ່ກັບສະພາບການ ດັ່ງທີ່ຈະເກີດຂຶ້ນ ແລະ ພ້ອມທັງໃຫ້ຕິດຕາມຂ່າວ ສະພາບອາກາດ ແລະ ນ້ຳຈາກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ( ຂະແໜງຊັບພະຍາກອນນ້ຳ ແລະ ອຸຕຸນິຍົມ ) ໂດຍອອກຂ່າວທາງວິທະຍຸ ແລະ ໂທລະພາບຂອງແຂວງເປັນປະຈຳ.

LEAVE A REPLY

Please enter your comment!
Please enter your name here