ເຈົ້າເມືອງວິລະບູລີ ລົງຕິດຕາມການກໍ່ສ້າງສ້ອມແປງເສັ້ນທາງພາຍໃນເມືອງ

0
913

ເພື່ອເປັນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ການພັດທະນາພື້ນຖານໂຄງລ່າງດ້ານຕ່າງໆ ຂອງເມືອງວິລະບູລີ ໃຫ້ດີຂຶ້ນກວ່າເກົ່າ ເວົ້າລວມ, ເວົ້າສະເພາະກໍ່ແມ່ນການກໍ່ສ້າງ ແລະ ສ້ອມແປງບັນດາເສັ້ນທາງຕ່າງໆພາຍໃນເມືອງໃຫ້ດີຂຶ້ນເທື່ອລະກ້າວ ເພື່ອເປັນການອໍານວຍຄວາມສະດວກໃນການສັນຈອນໄປມາ ຂອງຜູ້ໃຊ້ລົດໃຊ້ຖະໜົນ ໃນການເດີນທາງໄປມາລະຫວ່າງບ້ານຫາບ້ານ, ບ້ານຫາເມືອງ ແລະ ເມືອງຫາເມືອງ.

ດັ່ງນັ້ນ, ມາໃນຕອນເຊົ້າຂອງວັນທີ 6 ຕຸລາ 2020 ນີ້ ທ່ານ ຄໍາຜຸຍ ສີບຸນເຮືອງ ກໍາມະການພັກແຂວງເລຂາພັກເມືອງ ເຈົ້າເມືອງ ວິລະບູລີ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂອງເມືອງປະກອບມີ ຫ້ອງວ່າການເມືອງ, ຫ້ອງການສາທາລະນະສຸກ, ຫ້ອງການໂຍທາທິການ ແລະ ຂົນສົ່ງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງວິລະບູລີ ໄດ້ພ້ອມກັນລົງເຄື່ອນໄຫວຊຸກຍູ້ການພັດທະນາພື້ນຖານໂຄງລ່າງ ເສດຖະກິດ-ສັງຄົມ ຢູ່ເຂດກຸ່ມບ້ານພັດທະນາທີ 7 ຈຸດສຸມກະແຕບ-ນາຜາດ່າງ ຂອງເມືອງວິລະບູລີ ໂດຍສະເພາະກໍ່ແມ່ນການຊຸກຍູ້ຕິດຕາມໂຄງການສ້ອມແປງເສັ້ນທາງ ເຂົ້າຫາຈຸດສຸມກະແຕບ-ນາຜາດ່າງ ເຊິ່ງວ່າການສ້ອມແປງໃນຄັ້ງນີ້ ແມ່ນເລີ່ມແຕ່ທາງແວ່ບ້ານນໍ້າແລບ ຫາຫ້ວຍອາໂລມ ຊາຍແດນຂອງເມືອງພີນ; ເສັ້ນທາງດັ່ງກ່າວນີ້ແມ່ນໄດ້ເລີ່ມລົງມືສ້ອມແປງມາແຕ່ທ້າຍເດືອນ ກັນຍາ 2020 ເປັນຕົ້ນມາ ເຊິ່ງມີຄວາມຍາວທັງໝົດ 24 ກິໂລແມັດ, ກວ້າງ 5 ແມັດ, ໂດຍນໍາໃຊ້ງົບປະມານຂອງກອງທຶນພັດທະນາທ້ອງຖິ່ນ ປະຈໍາປີ 2020 ຂອງເມືອງວິລະບູລີ ໃນມູນຄ່າ 25 ພັນກວ່າໂດລາສະຫະລັດ

ເຊິ່ງແມ່ນບໍລິສັດ ຈະເລີນພັດທະນາກໍ່ສ້າງ ແລະ ສ້ອມແປງຂົວ-ທາງ ເປັນຜູ້ຮັບເໝົາໃນການສ້ອມແປງຄັ້ງນີ້, ສໍາລັບໜ້າວຽກແມ່ນໄດ້ນໍາໃຊ້ລົດເກດດັດປັບໜ້າທາງເກົ່າ, ເຮັດຮ່ອງລະບາຍນໍ້າສອງຂ້າງທາງ, ຖົມໜ້າທາງໃນບາງຈຸດທີ່ເປັນຂຸມເລິກ ແລະ ໃຊ້ລົດໂລໜ້າທາງໃຫ້ແໜ້ນໜາ ປະຈຸບັນແມ່ນສ້ອມແປງສໍາເລັດແລ້ວປະມານ 70 % ແລະ ຄາດວ່າຈະໃຫ້ສໍາເລັດ 100 % ໃນທ້າຍເດືອນ ຕຸລາ 2020 ນີ້. ພາຍຫຼັງສ້ອມແປງສໍາເລັດແລ້ວ ກໍ່ຈະໄດ້ອໍານວຍຄວາມສະດວກໃຫ້ແກ່ຜູ້ທີ່ສັນຈອນໄປມາໃນເຂດດັ່ງກ່າວ ໄດ້ຮັບຄວາມສະດວກຫຼາຍຂຶ້ນກວ່າເກົ່າ . ໃນໂອກາດນີ້ ທ່ານເຈົ້າເມືອງວິລະບູລີ ກໍ່ໄດ້ຮຽກຮ້ອງຍັງຄະນະພັກຮາກຖານ, ຄະນະໜ່ວຍພັກ ພ້ອມດ້ວຍອໍານາດການປົກຄອງບ້ານພາຍໃນຈຸດສຸມກະແຕບ – ນາຜາດ່າງ ຈົ່ງໄດ້ພ້ອມກັນເປັນເຈົ້າການຮ່ວມກັນ ໃນການສ້ອມແປງເສັ້ນທາງໃນຄັ້ງນີ້

ໂດຍສະເພາະກໍ່ແມ່ນການປະກອບສ່ວນດ້ານທຶນຮອນທີ່ເຫັນວ່າສົມຄວນ ແລະ ບັນດາແຮງງານໃນການເຮັດອະນາໄມ ເກັບເສດຮາກໄມ້ຕ່າງໆອອກໃຫ້ ເພື່ອເປັນການອໍານວຍຄວາມສະດວກ ໃຫ້ແກ່ຜູ້ຮັບເໝົາສ້ອມແປງໃນຄັ້ງນີ້ ແລະ ໃນຕໍ່ໜ້າກໍ່ຈະໄດ້ມອບໃຫ້ຈຸດສຸມ, ກຸ່ມບ້ານ ແລະ ບັນດາບ້ານໃນເຂດດັ່ງກ່າວ ເປັນເຈົ້າການຮ່ວມກັນໃນການນໍາໃຊ້ ແລະ ປົກປັກຮັກສາໃຫ້ນໍາໃຊ້ໄດ້ຍາວນານ. ຈາກນັ້ນທ່ານເຈົ້າເມືອງວິລະບູລີ ພ້ອມດ້ວຍຄະນະກໍ່ໄດ້ເດີນທາງໄປສໍາຫຼວດເບິ່ງເສັ້ນທາງເຂົ້າຫາບ້ານກະແຕບ ເຊິ່ງມີຄວາມຍາວທັງໝົດປະມານ 3.400 ແມັດ ເພື່ອຂຶ້ນແຜນຊອກຫາແຫຼ່ງທຶນງົບປະມານມາສ້ອມແປງ ເນື່ອງຈາກວ່າເສັ້ນທາງດັ່ງກ່າວນີ້ໄດ້ເປ່ເພຫຼາຍສົມຄວນ ເຮັດໃຫ້ການສັນຈອນໄປມາມີຄວາມລໍາບາກ ໂດຍເພາະກໍ່ແມ່ນໃນຊ່ວງລະດູຝົນ. ບ້ານກະແຕບກໍ່ແມ່ນອີກບ້ານໜຶ່ງທີ່ຂຶ້ນກັບກຸ່ມບ້ານ ພັດທະນາທີ 7 ຂອງເມືອງວິລະບູລີ ເປັນບ້ານພີ່ນ້ອງຊົນເຜົ່າບຣູ, ມີຈໍານວນ 200 ຫຼັງຄາເຮືອນ, ມີ 163 ຄອບຄົວ, ປະຊາຊົນມີອາຊີບເຮັດນາປູກເຂົ້າເປັນຕົ້ນຕໍ ແລະ ລ້ຽງສັດເປັນສໍາຮອງ.

ຕໍ່ມາທ່ານ ຄໍາຜຸຍ ສີບຸນເຮືອງ ກໍາມະການພັກແຂວງ ເລຂາພັກເມືອງເຈົ້າເມືອງ ວິລະບູລີ ພ້ອມດ້ວຍຄະນະກໍ່ໄດ້ສືບຕໍ່ໄປສໍາຫຼວດເບິ່ງໂຮງຮຽນ ປະຖົມສົມບູນໂນນສໍາລານ ໂດຍສະເພາະກໍ່ແມ່ນໄດ້ສໍາຫຼວດເບິ່ງຕົວຈິງສະຖານທີ່ເຈາະນໍ້າບາດານ, ຕັ້ງອ່າງເກັບນໍ້າ ແລະ ເອົາໄຟຟ້າເຂົ້າ ທັງນີ້ກໍ່ເພື່ອເປັນການອໍານວຍຄວາມສະດວກ ໃຫ້ແກ່ຄູ ແລະ ນ້ອງນ້ອຍນັກຮຽນພາຍໃນໂຮງຮຽນດັ່ງກ່າວ ຈະໄດ້ມີນໍ້າສະອາດ ແລະ ໄຟຟ້າໃຊ້ໃນຊີວິດປະຈໍາວັນ.

ພາບ -ຂໍ້ມູນຂ່າວ : ຜູ້ສື່ຂ່າວເມືອງວິລະບູລີ.

LEAVE A REPLY

Please enter your comment!
Please enter your name here