ລັດຖະມົນຕີກະຊວງ ຍທຂ ລົງໄປຊີ້ນຳດ້ວຍຕົນເອງເພື່ອແກ້ໄຂບາງເສັ້ນທາງທີ່ເປ່ເພຢູ່ນະຄອນຫລວງວຽງຈັນ ແລະ ແຂວງວຽງຈັນ

0
3081

ວັນທີ 6 ຕຸລາ 2020 ທ່ານ ບຸນຈັນ ສິນທະວົງ ລັດຖະ ມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມສະພາບການສ້ອມ ແປງທາງ 13 ເໜືອ ໂດຍສະເພາະແມ່ນໄລຍະສີເກີດ-ໂພນໂຮງ ທີ່ມີຫາງສຽງຈົ່ມວ່າຂອງປະຊາຊົນ ກ່ຽວກັບສະພາບຄວາມຫຍຸ້ງຍາກໃນການສັນຈອນໄປມາ ແລະ ການເປ່ເພຂອງເສັ້ນທາງດັ່ງກ່າວ.

.

.

ໃນໂອກາດດຽວກັນນີ້ ທ່ານລັດຖະມົນຕີກໍໄດ້ມີຄໍາເຫັນ ແລະ ໃຫ້ທິດຊີ້ນໍາຕໍ່ໂຄງການ ເຊິ່ງໄດ້ເນັ້ນໃຫ້ໂຄງ ການສືບຕໍ່ແກ້ໄຂການສ້ອມແປງທາງໃນລະດູແລ້ງຕາມແຜນການສ້ອມແປງທາງປີ 2020-2021 ໂດຍໃຫ້ແບ່ງເສັ້ນທາງອອກເປັນ 3 ໄລຍະເພື່ອແກ້ໄຂ ຄື: ໄລຍະທີ 1 ແຕ່ສີໄຄ-ສີເກີດ ໄລຍະທີ 2 ແຕ່ສີເກີດ-ໂພນໂຮງ ແລະ ໄລຍະທີ 3 ແຕ່ໂພນໂຮງ-ວັງວຽງ ພ້ອມນັ້ນ ກໍໃຫ້ມີລະບົບບໍລິ ການລະບາຍການສັນຈອນໃນໄລຍະທີ່ກໍາລັງດໍາເນີນການກໍ່ສ້າງ ເພື່ອໃຫ້ພາຫະນະຜ່ານໄປ-ມາໄດ້ສະດວກຂຶ້ນ.

.

.

ຫຼັງຈາກນັ້ນ ທ່ານລັດຖະມົນຕີ ແລະ ຄະນະ ໄດ້ເຄື່ອນ ໄຫວເພື່ອສໍາຫຼວດເບິ່ງສະພາບທາງເລກ 13 ເໜືອ ທີ່ມີຈຸດເປ່ເພ ເພື່ອແກ້ໄຂໃຫ້ມີຄວາມສະດວກໃນການສັນຈອນ ພ້ອມດຽວກັນນັ້ນ ຍັງໄດ້ໄປຕິດຕາມເບິ່ງສະພາບໂຄງການກໍ່ສ້າງທາງດ່ວນ ວຽງຈັນ-ວັງວຽງ ໃນນັ້ນ ທ່ານໄດ້ຊີ້ນໍາໃຫ້ໂຄງການປັບປຸງແກ້ໄຂແຍກແຕ່ເມືອງຫີນເຫີບເຂົ້າໄປເມືອງເຟືອງ ແຂວງວຽງຈັນ ເນື່ອງຈາກວ່າຈຸດດັ່ງກ່າວມີນໍ້າຂັງ ເປັນຕົມ ເຮັດການສັນຈອນໄປມາບໍ່ສະດວກ ແລະ ໃຫ້ໂຄງ ການແກ້ໄລຍະທີ່ບໍ່ໄດ້ມາດຕະຖານທີ່ນໍ້າຖ້ວມເມື່ອຝົນຕົກ ແລະ ຈຸດອື່ນໆ ອີກຈໍານວນໜຶ່ງ.

Cr: ເສດຖະກິດການຄ້າ

LEAVE A REPLY

Please enter your comment!
Please enter your name here