ນະຄອນຫຼວງວຽງຈັນ: ວັນທີ 11/10/2020 ເວລາ 02:17 ໂມງ. ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດຈັກຕຳກັບລົດຈັກ. ຈຸດເກີດເຫດແມ່ນໄຟແດງຫໍປະຊຸມຫລັກ 5 ນະຄອນຫຼວງວຽງຈັນ.
![](https://www.allinlaos.com/wp-content/uploads/2020/10/120932852_3532778090114323_7449718953076562335_o-1024x576.jpg)
ໜ່ວຍກູ້ໄພອອກກວດສອບເຫດພົບວ່າ ມີລົດຈັກຕໍາກັນ 2 ຄັນ ສະພາບເພເສຍຫາຍສົມຄວນ ແລະ ມີຄົນເຈັບ 3 ຄົນ:
- ຜູ້ທີ 1:ເພດຊາຍ ອາຍຸ 22 ປີ ອາຊີບປະຊາຊົນ ບ້ານດົງນາໂຊກ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ. ອາການເບື້ອງຕົ້ນແມ່ນມີບາດແຜຢູ່ຫນ້າຜາກແລະຂໍ້ຕີນ.
![](https://www.allinlaos.com/wp-content/uploads/2020/10/120925034_3532779063447559_6732333910108791235_o-1024x576.jpg)
- ຜູ້ທີ 2:ເພດຊາຍ ອາຍຸ 22 ປີ ອາຊີບປະຊາຊົນ ບ້ານ ຕາດທອງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ. ອາການເບື້ອງຕົ້ນແມ່ນປາກແຕກແລະບາດແຜຕາມໃບຫນ້າ.
![](https://www.allinlaos.com/wp-content/uploads/2020/10/120962267_3532778926780906_1022236211623911199_o-1024x576.jpg)
- ຜູ້ທີ3:ເພດຍິງ ອາຍຸປະມານ 20-25ປີ ບໍ່ສາມາດຮູ້ຂໍ້ມູນທີ່ຢູ່ໄດ້. ອາການເບື້ອງຕົ້ນແມ່ນມີບາດແຜຢູ່ບໍລິເວນຫນ້າແລະມືທັງສອງເບື້ອງ(ສະລຶມສະລື).
![](https://www.allinlaos.com/wp-content/uploads/2020/10/121225199_3532779246780874_6676179374716176953_o-1024x576.jpg)
ດັ່ງນັ້ນໜ່ວຍກູ້ໄພມູນນິທິ1623 ຈຶ່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວນຳສົ່ງໂຮງຫມໍມິດຕະພາບ 150 ຕຽງ. ສ່ວນສາເຫດຂອງອຸບັດຕິເຫດ ຄັ້ງນີ້ ເຈົ້າໜ້າທີ່ກ່ຽວຂ້ອງຈະດໍາເນີນການກວດສອບຕໍ່ໄປ.
![](https://www.allinlaos.com/wp-content/uploads/2020/10/120928220_3532778596780939_4826211429753958849_o-1024x576.jpg)
ທ່ານໃດຢາກບໍລິຈາກກໍສາມາດບໍລິຈາກໄດ້ທີ່ເລກບັນຊີຂອງ ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ທີ່ເລກບັນຊີ:
- ຊື່ບັນຊີ: FOUNDATION FOR ASSISTING POOR PEOPLE OF LAO PDR.
- ເລກບັນຊີ: 092-12-00-01026649-001 LAK