ຂ່າວຕ່າງປະເທດ: ເຊົ້າວັນທີ 11 ຕຸລາ 2020 ກູ້ໄພທີ່ປະເທດໄທ ໄດ້ລາຍງານເຫດການດ່ວນ, ເກີດອຸບັດຕິເຫດລົດໄຟຕໍາກັບລົດເມ ທີ່ສະຖານີລົດໄຟ ຄລອງແຂວງກັ່ນ ໝູ່ 7 ຕໍາບົນ ບາງເຕີຍ ອໍາເພີ ເມືອງ ຊະເຊີງເຊົາ. ທາງເຈົ້າໜ້າທີ່ ຕໍາຫຼວດ ບາງນໍ້າປ້ຽວ ໄດ້ເຂົ້າກວດສອບສາເຫດ. ໂດຍເບື້ອງຕົນມີຄົນເສຍຊີວິດຫຼາຍກວ່າ 20 ຄົນ.
![](https://laothai.org/wp-content/uploads/2020/10/screenshot_20201011_1040276650197903698093712.jpg)
ຈາກການກວດສອບຂໍ້ມູນເບື້ອງຕົນ ລົດເມຄັນດັ່ງກ່າວ ແມ່ນກໍາລັງຈະໄປທອດກັນຖິນ ເຊິ່ງເດີນທາງມາແຕ່ ຈັງຫວັດ ສະມຸດປະການ ເພື່ອຈະໄປວັດ ບາງປລານັກ ຈັ່ງຫວັດ ຊະເຊີງເຊົາ. ລົດເມມີຜູ່ໂດຍສານທັງໝົດປະມານ 60 ຄົນ. ຄາດການສາເຫດເບື້ອງຕົ້ນອາດມາຈາກການບໍ່ລຶ້ງເສັ້ນທາງ. ໂດຍຜູ່ຢູ່ໃນເຫດການໃດ້ໃຫ້ຂໍ້ມູນວ່າ ຕອນເກີດເຫດ ບໍ່ມ່ີໄມ້ກັ້ນທາງ ແລະ ຄົນຂັບອາຈະບໍ່ໄດ້ຍິນສຽງລົດໄຟ ຂະນະທີ່ລົດໄຟບີດແກ່ໃຫ້ສັນຍານ ເຖິງ 3ຄັ້ງ ກ່ອນເກີດເຫດສະຫຼົດດັ່ງກ່າວ.
![](https://laothai.org/wp-content/uploads/2020/10/screenshot_20201011_103933182149050680264184.jpg)
ທາງເຈົ້າໜ້າທີ່ທາງການຂອງໄທ ຈະດໍາເນີນການກວດຫາສາເຫດທີ່ແທ້ຈິງຕໍ່ໄປ.
![](https://laothai.org/wp-content/uploads/2020/10/screenshot_20201011_1039197182135385275838066.jpg)
.
![](https://laothai.org/wp-content/uploads/2020/10/screenshot_20201011_1039006418967435321831678.jpg)
.