ຂໍ້ມູນຈາກກອງທຶນປົກປັກຮັກສາສິ່ງແວດລ້ອມ ພິທີເປີດ ປ້າຍປະກາດສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ ໄດ້ຈັດຂື້ນໃນວັນທີ 9 ມິຖຸນາ 2018 ທີ່ຜ່ານມາ ທີ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ,
![](https://www.allinlaos.com/wp-content/uploads/2020/10/2018-6-9_1-1024x768.jpeg)
ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນພິທີດັ່ງກ່າວ ທ່ານ ສົມມາດ ພົລເສນາ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ລາຍງານໂດຍຫຍໍ້ກ່ຽວກັບຄວາມເປັນມາຂອງການປະກາດສວນພຶກສາສາດ ຊຶ່ງມີບາງຕອນທີ່ສໍາຄັນເຊັ່ນວ່າ:
![](https://www.allinlaos.com/wp-content/uploads/2020/10/2018-6-9_2-1024x768.jpeg)
ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ດໍາເນີນການປັກຫຼັກໝາຍອ້ອມເຂດ B ຈໍານວນ 130 ຫຼັກ ກວມເນື້ອທີ່ຈໍານວນ 268 ເຮັກຕາ ແລະ ສ້າງປ້າຍຖາວອນປະກາດເປັນສວນພືກສາສາດຫ້ວຍຍາງ-ດົງໝາກຄາຍ ເພື່ອສືບຕໍ່ປູກຕົ້ນໄມ້ນາໆຊະນິດປະກອບສ່ວນໃນການເພີ່ມອັດຕາປ່າໄມ້ປົກຫຸ້ມຂອງປ່າໄມ້ກໍຄືປົກປັກຮັກສາ ແລະ ຄຸ້ມຄອງເຂດດັ່ງກ່າວໃຫ້ກາຍເປັນເຂດສີຂຽວໃນອະນາຄົດ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຈະໄດ້ສົມທົບກັບກະຊວງກະສິກໍາ ແລະ ປ່າໄມ້ ເພື່ອວາງແຜນການນໍາໃຊ້ພື້ນທີ່ສີຂຽວນີ້ໃຫ້ກາຍເປັນ ເຂດນິເວດວິທະຍາ ແລະ ແຫຼ່ງທ່ອງທ່ຽວທໍາມະຊາດເປັນບ່ອນພັກຜ່ອນສໍາລັບພະນັກງານກໍຄືພໍ່ແມ່ປະຊາຊົນທີ່ຢູ່ໃກ້ ແລະ ໄກ,
![](https://www.allinlaos.com/wp-content/uploads/2020/10/2018-6-9_12-1024x575.jpeg)
ທ່ານລັດຖະມົນຕີຍັງໄດ້ກ່າວຕື່ມອີກວ່າ: ອົງການປົກຄອງເມືອງໄຊທານີ, ຄະນະບ້ານດົງໝາກຄາຍ, ບ້ານໂນນສະຫວ່າງ ແລະ ພໍ່ແມ່ປະຊາຊົນ ທັງສອງບ້ານ ຈົ່ງໃຫ້ການຮ່ວມມືໃນການປົກປັກຮັກສາເຂດສີຂຽວນີ້ໃຫ້ກາຍເປັນສວນພຶກສາສາດໃນອະນາຄົດຢ່າງສົມບູນ ໃນພິທີຫຼັງສໍາເລັດປະກາດສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍແລ້ວຍັງໄດ້ຮ່ວມກັນປູກຕົ້ນໄມ້ຕື່ມອີກ.
![](https://www.allinlaos.com/wp-content/uploads/2020/10/2018-6-9_11-1024x575.jpeg)
ພາບຖ່າຍທາງດາວທຽມ ປີ 2016-2017
![](https://www.allinlaos.com/wp-content/uploads/2020/10/2020-10-11_184729.png)
ສະພາບປ່າ ໃນປະຈຸບັນ (ຖ່າຍພາບວັນທີ 9 ຕຸລາ 2020)
![](https://scontent.fvte2-2.fna.fbcdn.net/v/t1.0-0/p180x540/120956732_3732558880109090_7719267829754381411_o.jpg?_nc_cat=101&_nc_sid=8024bb&_nc_ohc=y6UkCck8vwMAX8sD9T6&_nc_ht=scontent.fvte2-2.fna&tp=6&oh=98e670a6144618cb92495644016b3277&oe=5FA7B7EA)