75 ປີ ວັນປະກາດເອກະລາດ 12 ຕຸລາ

0
1683

ມື້ນີ້ປວງຊົນລາວທົ່ວປະເທດ ຮ່ວມລະນຶກ 75 ປີ ວັນປະກາດເອກະລາດວັນທີ 12 ຕຸລາ 1945 ເປັນວັນສຳຄັນທາງປະຫວັດສາດ ແລະ ມີຄວາມໝາຍສຳລັບ ປະເທດຊາດ ແລະ ປະຊາຊົນບັນດາເຜົ່າລາວເຮົາ ອັນມີທີ່ໄປທີ່ມາຕາມປະຫວັດສາດດ່ັງຕໍ່ໄປນີ້.

ພາຍຫລັງມີພັກກອມມູນິດອິນດູຈີນຊີ້ນຳ-ນຳພາ ແລະ ໄດ້ສ້າງຕັ້ງຄະນະພັກແຄ້ວນລາວຂຶ້ນໃນວັນທີ 6 ກັນຍາ 1934 ເພື່ອນຳພາຂະບວນການຕໍ່ສູ້ຂອງປະຊາຊົນຢູ່ລາວແລ້ວ, ຄະນະພັກແຄ້ວນລາວກໍໄດ້ປຸກລະດົມຂົນຂວາຍປະຊາຊົນແຕ່ລະເຂດໃນທົ່ວປະເທດຈົ່ງ ສາມັກຄີກັນເປັນຈິດໜຶ່ງໃຈດຽວພ້ອມກັນລຸກຂຶ້ນຕໍ່ສູ້ກັບການຢຶດຄອງ, ກົດຂີ່ຂູດຮີດຂອງຈັກກະພັດຝຣັ່ງ ແລະ ຟາດຊິດຍີ່ປຸ່ນ.

ໃນປີ 1945 ຟາດຊິດຍີ່ປຸ່ນໄດ້ຍອມຈຳນົນຕໍ່ຝ່າຍພັນທະມິດໃນສົງຄາມໂລກຄັ້ງທີສອງ, ໂດຍກຳເອົາກາລະໂອກາດດັ່ງກ່າວປະຊາຊົນລາວທົ່ວປະເທດໄດ້ລຸກຂຶ້ນ ຍາດເອົາອຳນາດມາມມືຕັ້ງແຕ່ວັນທີ 18 ສິງຫາ ຫາຕົ້ນ ເດືອນກັນຍາ 1945 ໄດ້ສ້າງຕັ້ງອຳນາດການປົກຄອງຂອງຕົນຂຶ້ນຢູ່ໃນຫລາຍທ້ອງຖິ່ນໃນທົ່ວປະເທດ, ໄດ້ສ້າງຕັ້ງກຳລັງປະກອບອາວຸດເພື່ອປ້ອງກັນຕົວເມືອງຢູ່ໃນຕົວເມືອງໃຫຍ່ໆເຊັ່ນ: ວຽງຈັນ, ທ່າແຂກ, ສະຫວັນນະເຂດ, ຊຳເໜືອ, ຊຽງຂວາງ ແລະ ຫລວງພະບາງ.

ມາຮອດວັນທີ 12 ເດືອນ ຕຸລາ 1945 ລັດຖະບານຊົ່ວຄາວ ລາວເອກະລາດ ໄດ້ຮັບການສ້າງຕັ້ງຂຶ້ນທັງປະກາດປະເທດລາວເປັນປະເທດເອກະລາດ, ນີ້ລະຄືສັນຍາລັກ ຂອງ ວັນທີ 12 ຕຸລາ ເຊິ່ງເປັນ ປະຫວັດສາດເລີ່ມແລກແຮກ ໝານຂອງຂະບວນການຕໍ່ສູ້ຢ່າງຢຶດເຢື້ອຍາວນານຂອງການປະຕິວັດລາວ.

ແນວໃດກໍຕາມ, ການຕໍ່ສູ້ຂອງປະຊາຊົນລາວກໍຍັງບໍ່ທັນຢຸດຢັ້ງຍ້ອນວ່າພາຍຫລັງຍີ່ປຸ່ນໄດ້ເສຍໄຊໃນສົງຄາມໂລກຄັ້ງທີສອງແລ້ວໃນຕົ້ນປີ 1946 ຝຣັ່ງໄ້ດກັບຄືນມາຮຸກຮານລາວອີກເປັນຄັ້ງທີສອງ, ການມາຢຶດຄອງລາວຄັ້ງທີສອງ ມັນແຕກຕ່າງກັບຄັ້ງທີໜຶ່ງ ຄື: ຄັ້ງທີໜຶ່ງເພິ່ນມາຢຶດຄອງ ແລ້ວມາປັນດິນລາວກັບສະຫຍາມ ເຊິ່ງເວລານັ້ນປະເທດ ລ້ານຊ້າງຂອງພວກເຮົາສະຫຍາມພວມຢຶດຄອງຢູ່.

ຕໍ່ມາກໍຖືກຍີ່ປຸ່ນເຂົ້າບຸກຕີ ແລະ ເອົາດາບສະມູໄຮໄລ່ ພັນກັນຢູ່ກາງເມືອງແລ້ວເພິ່ນ ກໍປົບໜີຕາຍໄປທາງໃຜທາງ ມັນໃນຖານະຜ່າຍແພ້ສົງຄາມກັບຍີ່ປຸ່ນ, ຢູ່ມາບໍ່ທັນພໍປີຍີ່ ປຸ່ນໄດ້ຈຳນົນ ຕໍ່ສົງຄາມໂລກຄັ້ງທີສອງຍ້ອນພັນທະມິດ ນຳພາ ໂດຍອາເມລິກາເປັນຫົວ ໂຈກເອົາລະເບີດປະລະມະ ນູສອງລູກໄປຖິ້ມໃສ່ເມືອງຮີ ໂຣຊິມາ ກັບນາກາຊາກິ ຈຳເປັນ ຍີ່ປຸ່ນຕ້ອງໄດ້ຖິ້ມດາບສະມູໄຣ ໜີ ຕາຍໃຫ້ປືນກະລັງກັບມັດ ຕະຣັງຊິດຂອງຝຣັ່ງ.

ບາງຄົນຈົນໄດ້ຂ້າໂຕຕາຍບໍ່ຍອມກັບບ້ານສ່ວນວ່າຝຣັ່ງ ກັບເຂົ້າມາຮຸກຮານລາວຄັ້ງທີສອງ ເບື້ອງຕົ້ນເຂົາກໍເຂົ້າ ຢຶດປາກເຊ, ຂຶ້ນມາສະຫວັນນະເຂດຕໍ່ໃສ່ທ່າແຂກ ພໍດີຖືກ ປະຊັນ ສູ້ຮົບກັນຢ່າງດຸເດືອດ ກັບກຳລັງແນວລາວອິດສະ ຫລະພາຍໃຕ້ການນຳພາຂອງ ສະເດັດສຸພານຸວົງ ກັບທ່ານ ສິງກະໂປ ຢູ່ທ່າແຂກຈົນເຮັດ ບັ້ນຮົບໃນວັນທີ 21 ມີນາ 1946 ກາຍເປັນບັ້ນຮົບທີ່ດຸເດືອດ ນອງເລືອດດັ່ງປະຫວັດສາດ ລາວໄດ້ກ່າວໄວ້.

ເຖິງປານນັ້ນກໍຕາມ, ຂະບວນການຕໍ່ສູ້ຂອງປະຊາຊົນ ກໍຍັງບໍ່ທັນສິ້ນສຸດໝົດຍຸກ ຝຣັ່ງ ແລ້ວພັດມາຕໍ່ໃສ່ອາເມລິກາ ຈົນມາຮອດປີ 1975 ຈຶ່ງ ສາມາດປົດປ່ອຍປະເທດຊາດ ລົບລ້າງລະບອບສັກດີນາລ່າ ເມືອງຂຶ້ນແລ້ວປະກາດສ້າງ ຕັ້ງປະເທດລາວໃໝ່ຄື: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນແທນອັນເປັນຈຸດອາວະສານ ຂອງລັດທິລ່າເມືອງຂຶ້ນ ແບບເກົ່າຂອງຝຣັ່ງ, ລັດທິລ່າເມືອງຂຶ້ນແບບໃໝ່ ຂອງ ຈັກກະພັດອາເມລິກາ ທັງເປັນ ຈຸດອາວະສານຂອງການປົກຄອງໃນລະບອບສັກດີນາທີ່ປົກ ຄອງບ້ານເມືອງມາຫລາຍ ຮ້ອຍປີ ເສຍຊາດເສຍແຜ່ນດິນໄປກາຍເຄິ່ງສົມກັບວ່າ ສັກດີນາລາວໃນຍຸກສັດຕະວັດທີ 19 ບໍ່ເຂັ້ມບໍ່ແຂງ, ບໍ່ສ້າງບໍ່ສາ, ເປັນຄົນຫົວເກົ່າເຕົ່າລ້ານປີແຕ່ລະມື້ນອນແຕ່ຢູ່ໃນວັງຂັງ ເຝົ່າສາວສະໜົມຈົນບ້ານເມືອງ ຈິບຫາຍວາຍວອດເກືອບວ່າບໍ່ມີເຊື້ອຊາດລາວ ແລະ ປະເທດລາວໃນແຜນທີ່ໂລກ.

ທີ່ມາ: ຂປລ

LEAVE A REPLY

Please enter your comment!
Please enter your name here