ນະຄອນຫຼວງວຽງຈັນ: ລາຍງານຈາກ 1624 ໃຫ້ຮູ້ວ່າ ໃນວັນທີ 11 ຕຸລາ 2020 ເວລາ 21:00 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີເຫດລົດໃຫຍ່ຕຳກັບລົດຈັກ ເຂດບ້ານຊຽງຄວນ ເມືອງຫາດຊາຍຟອງ ແຂວງ ນະຄອນຫຼວງວຽງຈັນ
![](https://www.allinlaos.com/wp-content/uploads/2020/10/121310761_1641317986047589_2462045157281619133_o-1024x768.jpg)
ທີມກູ້ຊີບກູ້ໄພນະຄອນຫຼວງ (ເຂດ2ເມືອງຫາດຊາຍຟອງ) ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 01 ຄົນເປັນເພດຊາຍ ອາຍຸ 38 ປີ ຢູ່ບ້ານ ທ່າພະ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ໂດຍມີ ອາການເບືອງຕົ້ນແມ່ນ:ຂາຫັກເບື້ອງຊ້າຍແລະ ກະທົບຫົວເຮັດໃຫ້ເສຍຊີວິດຄາທີ່. ດັ່ງນັ້ນໜ່ວຍກູ້ໄພຈື່ງປະສານງານຫາເຈົ້າໜ້າທີ່ແລະມ້ຽນສົບເພື່ອໃຫ້ພີ່ນ້ອງປະກອບພິທີທາງສາສະໜາ.
![](https://www.allinlaos.com/wp-content/uploads/2020/10/121232587_1641317906047597_6344259979349371033_o-1024x768.jpg)
ອຸບັດຕິເຫດຄັ້ງນີ້ມີລົດຮ່ວມເຫດ 2 ຄັນ ຄືລົດຈັກ ແລະ ລົດເກັງ. ສາເຫດຂອງການເກີດອຸບັດຕິເຫດ ທາງເຈົ້າໜ້າທ່ີ່ກ່ຽວຂ້ອງຈະດໍາເນີນການຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.
![](https://www.allinlaos.com/wp-content/uploads/2020/10/121165530_1641318072714247_6363186571376509272_o-1024x768.jpg)
.
![](https://www.allinlaos.com/wp-content/uploads/2020/10/121482834_1641317872714267_722846145968465343_o-1024x768.jpg)
.
![](https://www.allinlaos.com/wp-content/uploads/2020/10/120956691_1641317849380936_8085645580735386912_o-1024x768.jpg)
ສະແດງຄວາມເສຍໃຈກັບຄອບຄົວຜູ່ເສຍຊີວິດ
- ອຸປະຕິເຫດສຸກເສີນໂທ : 🚑 1624 🚑
- ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ
- – ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ
- – ອຸປະກອນການແພດຕ່າງໆ
- ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
- ຕິດຕໍ່ສອບຖາມ:020 2244 1624 ຫຼື ໂອນບັນຊີ
- ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ
- ຊື່ບັນຊີ:THE ASSOCIATION OF VOLUNTARY RESCUE VIENTIANE
- ເລກບັນຊີ: LAK 010120000993902001