ສ້າງເສດຖະກິດຄອບຄົວ ລ້ຽງງົວຂາຍເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ

0
2134

ພະແນກກະສິກໍາ ແລະ ປ່າໄມ້ແຂວງສະຫວັນນະເຂດ ພ້ອມວິຊາການຈາກຂະແໜງລ້ຽງສັດ ແລະການປະມົງນໍາໂດຍທ່ານ ຄໍາຈັນ ສີດາວົງ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ລົງຊຸກຍູ້ການລ້ຽງສັດເປັນສິນຄ້າທີ່ເຮັດໃຫ້ມີລາຍໄດ້ຢ່າງເປັນກອບເປັນກໍາສາມາດປົດທຸກກາຍເປັນຄົນທີ່ມີກິນມີຢູ່ຢ່າງອີ່ມໜໍາສໍາລານສະດວກສະບາຍເປັນຕົ້ນແມ່ນ: ການລ້ຽງງົວເປັນຟາມຂອງຄອບຄົວທ້າວສໍາລານຄໍາມຸງ ຄຸນປະຊາຊົນບ້ານທ່າໂພ ແລະ ຄອບຄົວທ້າວກໍ່າປະຊາຊົນ ບ້ານຫົວຫາດ ເມືອງໄຊພູທອງ ຊຶ່ງເຫັນວ່າທັງສອງຄອບຄົວປະສົບຜົນສໍາເລັດເປັນທີ່ໜ້າ ຊື່ນຊົມ ອັນໄດ້ເຮັດໃຫ້ຄົນທ້ອງຖິ່ນພາຍໃນເມືອງ ແລະ ຕ່າງ ເມືອງຢາກຈະເອົາບົດຮຽນຂອງການລ້ຽງສັດນີ້ມາເປັນ ບົດຮຽນເພື່ອຄົ້ນຄິດໃນ ການຢາກລ້ຽງສັດ.

ໃນການລົງຊຸກຍູ້ການຜະລິດຂອງປະຊາຊົນໃນຄັ້ງນີ້ແມ່ນເພື່ອເປັນການກະຕຸ້ນໃຫ້ຄອບຄົວປະຊາຊົນຫລືກຸ່ມລ້ຽງສັດໃນເຂດທ້ອງຖິ່ນດັ່ງກ່າວໄດ້ ເພີ່ມຄວາມເອົາໃນໃສ່ຕໍ່ກັບການບົວລະບັດຮັກສາສັດລ້ຽງສໍາຄັນແມ່ນຮັບປະກັນບໍ່ໃຫ້ສັດຕິດພະຍາດ ຊຶ່ງຕ້ອງໄດ້ມີການສັກຢາຕາມ ລະດູການ ຈາກນີ້ກໍ່ໃຫ້ອາຫານ ຢ່າງພຽງພໍອັນສໍາຄັນກໍ່ແມ່ນໃຫ້ເຈົ້າຂອງຟາມມີການຕິດຕັ້ງ ແລະພົ່ນຢາຂ້າເຊື້ອພະຍາດໃນເວລາລົດຂົນ ສົ່ງເຂົ້າມາຮັບຊື້ເອົາສັດໄປ ບ່ອນອື່ນໃນນີ້ພະແນກກະສິກໍາ ແລະ ປ່າໄມ້ແຂວງຈະໃຫ້ຄໍາປຶກ ສາດ້ານເຕັກນິກ ແລະ ສະໜອງນໍ້າຢາໃຫ້ເບື້ອງອຸປະກອນ ແມ່ນໃຫ້ຜູ້ປະກອບການຊື້ເອງ.

ທ່ານ ສໍາລານ ຄໍາມຸງຄຸນ ເຈົ້າຂອງຫລ້ານ້ອຍຟາມໃຫ້ສໍາພາດວ່າ: ຕົນ ແລະ ຄອບຄົວໄດ້ສົນໃຈທໍາການລ້ຽງງົວແຕ່ປີ 2005 ເປັນຕົ້ນມາເວລານັ້ນ, ແມ່ນລ້ຽງແບບທໍາມະຊາດ ຊຶ່ງ ພາຍຫລັງທີ່ໄດ້ງົວຈາກຍາດພີ່ນ້ອງມອບໃຫ້ລ້ຽງໃນເມື່ອລ້ຽງໃຫຍ່ແລ້ວກໍ່ຂາຍ ແລະ ຕົກມາຮອດປີ 2017 ກໍ່ທໍາການຊື້ງົວເຂົ້າມາຕື່ມເປັນ 32 ໂຕເວລານັ້ນກໍ່ຮູ້ສືກສາມີຄວາມຫຍຸ້ງຍາກດ້ານຫຍ້າໃຫ້ງົວກິນ ກໍ່ເລີຍຈໍາຕ້ອງຂະຫຍາຍເນື້ອທີ່ທໍາການປູກຫຍ້າ, ຊື້ເຟືອງ ໃຫ້ສັດລ້ຽງກິນພໍດໍາເນີນກິດຈະການໄດ້ໄລຍະໜຶ່ງກໍ່ເຫັນ ວ່າ: ການລ້ຽງສັດກໍ່ມີຜູ້ສົນໃຈຫລາຍກໍ່ເລີຍຕັດສິນໃຈອອກ ທຶນຂອງຕົນເອງດໍາເນີນການປຸກສ້າງຟາມລ້ຽງກໍ່ເລີຍຊື້ງົວ ຈ່ອຍເຂົ້າມາລ້ຽງໃນຟາມຊຶ່ງຊື້ມາລ້ຽງໄດ້ 4-5 ເດືອນກໍ່ຂາຍ ອອກເຫນວ່າໄດ້ຈັບບາຍເງິນ ເປັນກໍາກໍ່ເລີຍເພີ່ມຄວາມ ຫ້າວ ເຫັນຂຶ້ນຕື່ມ.

ຮູບພາບປະກອບ

ປະຈຸບັນນີ້ພາຍໃນຟາມ ມີງົວທັງໝົດ 150 ໃນນັ້ນເປັນ ງົວລາດ 120 ໂຕ ແລະງົວພັນປະສົມ 30 ໂຕ ໂດຍຮູບແບບ ຂອງການລ້ຽງພາຍໃນຟາມແມ່ນຊື້ງົວເຂົ້າມາທອມໃນເມື່ອ ງົວພີແລ້ວກໍ່ຂາຍອອກຊຶ່ງໃນເດືອນໜຶ່ງສາມາດຂາຍງົວອອກປະມານ 40-50 ຖ້າ ເປັນງົວໃຫຍ່ຂະໜາດນໍ້າໜັກ 400 ກິໂລຂຶ້ນໄປແມ່ນຂາຍກິ ໂລລະ 30 ພັນກວ່າກີບແຕ່ໂຕງົວຫາກມີນໍ້າໜັກຫລຸດ 400 ກິໂລ ແມ່ນຂາຍກິໂລລະເກືອບ 30 ພັນກີບຊຶ່ງເຫັນວ່າລູກຄ້າມີຄວາມອາດສາມາດຊື້ໄດ້ ແລະ ໂຕງົວກໍ່ຂາຍໄດ້ຕະຫລອດ.

ຮູບພາບປະກອບ

LEAVE A REPLY

Please enter your comment!
Please enter your name here