ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວເຂົ້າຮ່ວມກອງປະຊຸມສໍາມະນາສາກົນທາງໄກ ຂອງບັນດາພັກການເມືອງ

0
1643

ໃນໂອກາດທີ່ ພັກກອມມູນິດຈີນ ເປັນເຈົ້າພາບຈັດກອງປະຊຸມສໍາມະນາສາກົນທາງໄກພາຍໃຕ້ຫົວຂໍ້: “ການຫຼຸດພົ້ນຈາກຄວາມທຸກຍາກ ແລະ ພາລະໜ້າທີ່ຂອງພັກການເມືອງ”ຢູ່ ແຂວງຟູຈ້ຽນ, ສປ ຈີນ ແຕ່ວັນທີ 12-13 ຕຸລາ 2020, ໂດຍມີຜູ້ຕາງໜ້າພັກການເມືອງຈຳນວນ 400 ກວ່າທ່ານ ຈາກ 100 ກວ່າປະເທດໃນໂລກ, ນອກນັ້ນ ຍັງມີສະຖານທູດຕ່າງປະເທດປະຈຳ ສປ ຈີນ, ຜູ້ຕາງໜ້າຂອງອົງການຈັດຕັ້ງສາກົນ ປະຈຳ ສປ ຈີນ, ສື່ມວນຊົນບັນດາປະເທດກໍາລັງພັດທະນາ ແລະ ຜູ້ຊ່ຽວຊານຕ່າງໆ ໄດ້ເຂົ້າຮ່ວມກອງປະຊຸມແບບທາງໄກ ແລະ ເຂົ້າຮ່ວມຢູ່ສະຖານທີ່ຕົວຈິງ.

ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສຜ່ານວິດີໂອທາງໄກ ໃນພິທີເປີດກອງປະຊຸມດັ່ງກ່າວ, ໂດຍໄດ້ຕີລາຄາເຖິງຄວາມໝາຍຄວາມສຳຄັນຂອງກອງປະຊຸມວ່າ: ຫົວຂໍ້ຂອງກອງປະຊຸມຄັ້ງນີ້ ມີຄວາມໝາຍສໍາຄັນດ້ານຍຸດທະສາດ ທັງມີລັກສະນະສາກົນ, ເພາະການລົບລ້າງຄວາມທຸກຍາກໃຫ້ແກ່ປະຊາຊົນ ແມ່ນໜຶ່ງໃນພາລະກໍາປະຫວັດສາດ, ທັງແມ່ນຄວາມຮັບຜິດຊອບ, ພັນທະ ແລະ ໜ້າທີ່ຂອງບັນດາພັກການເມືອງ ເພື່ອນໍາເອົາຄວາມຮັ່ງມີຜາສຸກໃຫ້ແກ່ປະຊາຊົນ. ກອງປະຊຸມ ເປັນໂອກາດທີ່ດີໃຫ້ແກ່ບັນດາພັກການເມືອງໃນໂລກ ໄດ້ຮັບຊາບເຖິງຜົນສໍາເລັດ, ຄວາມຫຍຸ້ງຍາກໃນການແກ້ໄຂຄວາມທຸກຍາກຂອງບັນດາປະເທດ, ທັງເປັນໂອກາດດີໃນການເພີ່ມທະວີການແລກປ່ຽນບົດຮຽນຮ່ວມກັນ ໃນການແກ້ໄຂຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີຜາສຸກໃຫ້ແກ່ປະຊາຊົນ.

ສະຫາຍເລຂາທິການໃຫຍ່ ຍັງໄດ້ຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປ ຈີນ ໃນຕະຫຼອດໄລຍະ 71 ປີທີ່ຜ່ານມາ ພາຍໃຕ້ການນໍາພາອັນຖືກຕ້ອງ, ປະດິດສ້າງ ແລະ ຮອບດ້ານຂອງ ພັກກອມມູນິດຈີນ, ຈາກທີ່ເປັນປະເທດທຸກຍາກຫຼ້າຫຼັງ, ປະເທດຈີນ ໄດ້ກາຍເປັນປະເທດຮັ່ງມີ, ເຂັ້ມແຂງ ແລະ ທັນສະໄໝ, ກໍາລັງການຜະລິດໄດ້ຮັບການປົດປ່ອຍ, ປະຊາຊົນຈີນຫຼາຍຮ້ອຍລ້ານຄົນ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກຂາດເຂີນທາງດ້ານວັດຖຸສິ່ງຂອງທີ່ເປັນປັດໃຈພື້ນຖານຂອງການດໍາລົງຊີວິດ ແລະ ກ້າວໄປເຖິງລະດັບທີ່ມີຄວາມອີ່ມໜໍາສໍາລານໂດຍພື້ນຖານ ພຽງໃນໄລຍະເວລາສັ້ນໆ, ເຊິ່ງເປັນປະກົດການທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງມວນມະນຸດ ແລະ ສະແດງຄວາມເຊື່ອໝັ້ນວ່າ,

ພາຍໃຕ້ການນໍາພາຂອງ ພັກກອມມູນິດຈີນ ທີ່ມີ ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ເປັນແກນກາງ, ດ້ວຍບົດຮຽນ, ປະສົບການທີ່ອຸດົມສົມບູນ ແລະ ຜົນສໍາເລັດອັນໂດດເດັ່ນໃນການແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນຂອງພັກກອມມູນິດຈີນ, ປະຊາຊົນຈີນຈະບັນລຸຜົນສໍາເລັດໃນການສ້າງສັງຄົມທີ່ອີ່ມໜໍາສໍາລານຢ່າງຮອບດ້ານ ຕາມທີ່ຄາດໝາຍໄວ້.ໃນໂອກາດດັ່ງກ່າວ, ສະຫາຍ ບຸນຍັງ ວໍລະຈິດ ຍັງໄດ້ຍົກໃຫ້ເຫັນບົດຮຽນໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ ສປປ ລາວ, ເຊິ່ງຍາມໃດ ພັກປະຊາຊົນປະຕິວັດລາວ ກໍ່ຖືເອົາວຽກງານການລຶບລ້າງຄວາມທຸກຍາກ ແລະ ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນລາວບັນດາເຜົ່າ ເປັນວຽກບູລິມະສິດອັນໜຶ່ງ ໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດແລະ ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ປະສົບຜົນສໍາເລັດເປັນກ້າວໆມາ.

ພ້ອມນັ້ນ, ສະຫາຍເລຂາທິການໃຫຍ່ ໄດ້ຕີລາຄາສູງຕໍ່ແນວຄວາມຄິດໃນການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດທີ່ສະເໜີໂດຍສະຫາຍເລຂາທິການໃຫຍ່ສີຈິ້ນຜິງ, ເຊິ່ງສອດຄ່ອງກັບທ່າອ່ຽງຂອງຍຸກສະໄໝ ແລະ ຮຽກຮ້ອງໃຫ້ບັນດາພັກການມືອງໃນໂລກ ຈົ່ງເພີ່ມທະວີການປະສານສົມທົບເຊິ່ງກັນແລະກັນ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອເຮັດໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ກ້າວໄປສູ່ຄວາມຮັ່ງມີຜາສຸກ, ປະກອບສ່ວນສູ້ຊົນເຮັດໃຫ້ບັນດາເປົ້າໝາຍສະຫະສະວັດແຫ່ງການພັດທະນາ ຂອງ ອົງການສະຫະປະຊາຊາດ ວາງໄວ້ ບັນລຸຕາມຄາດໝາຍ.

LEAVE A REPLY

Please enter your comment!
Please enter your name here