ເຈົ້າເມືອງທ່າປາງທອງ ລົງເຄືອນໄຫວຕິດຕາມສະພາບນ້ຳຖ້ວມຕາມລຳນ້ຳເຊບັງຫຽງ

0
1090

ມາໃນລະຫວ່າງ 7 – 10 ຕຸລາ 2020 ເມືອງທ່າປາງທອງ ໄດ້ເກີດມີສະພາບຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍວັນ ເຮັດໃຫ້ປະລິມານນ້ຳຕາມລຳຫ້ວຍ, ລຳເຊສາຍຕ່າງໆໄດ້ເພີ່ມຂື້ນຢ່າງໄວວາ ໄຫຼລົ້ນເຂົ້າເນື້ອທີການຜະລິດ ແລະ ໜອງປາຂອງປະຊາຊົນໃນບາງພື້ນທີ່ພາຍໃນເມືອງ ເຮັດໃຫ້ເຂົ້ານາປີທີ່ກຳລັງຈະເກັບກ່ຽວໄດ້ຮັບພົນເສຍຫາຍ ແລະ ເສັ້ນທາງບາງບ້ານເຮັດໃຫ້ການສັນຈອນລະຫວ່າງບ້ານຕໍ່ບ້ານບໍ່ສາມາດໄປມາໄດ້ ຍ້ອນເສັນທາງຫຼາຍຈຸດຖຶກຕັດຂາດ ເມື່ອເຫັນໄດ້ຄືແນວນັ້ນ ການນຳຂອງເມືອງກໍ່ໄດ້ຮີບຮ້ອນລົງຕິດຕາມເບີ່ງສະພາບການດັ່ງກ່າວຢ່າງຮີບດ່ວນ

ໃນລະຫວ່າງວັນທີ 7 ຫາ 11 ຕຸລາ 2020 ເຊິ່ງນຳໂດຍທ່ານ ຄຳປະສົງຂົງຄຳເລຂາ ພັກເມືອງ ເຈົ້າທ່າປາງທອງ, ທ່ານ ອິນຕອງ ລືຄຳຫານ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ, ພ້ອມດ້ວຍຫ້ອງວ່າການເມືອງ, ຫ້ອງການກະສີກຳ ແລະ ປ່າໄມ້ເມືອງ , ຫ້ອງການ ແຮງງານສະຫວັດດີການ ແລະ ສັງຄົມເມືອງ , ຫ້ອງການສາທາລະນະສຸກ ເມືອງ,ຫ້ອງການ ສຶກສາທິການ ແລະ ກິລາເມືອງ ແລະ ຫ້ອງການທີກ່ຽວຂ້ອງ ກໍ່ໄດ້ພ້ອມພາກັນລົງເບີງສະພາບນ້ຳຖ້ວມໃນເບື້ອງຕົ້ນ 4 ຈຸດ ໂດຍສະເພາະຢູ່ຈຸດສຸມກະທອງເໜືອ ( ບ້ານ ໂນສີວິໄລ ,ຄຸ້ມປະໂຕ້ຍ), ຈຸດສຸມເຊປ໋ອງ ,ກຸ່ມກະທອງໃຕ້ ( ບ້ານແກ້ງສັງກູ) ແລະ ກຸ່ມທ່າພີ້ ( ບ້ານ ທ່າພີ່ ຄຸ້ມນາແຊງ) ເພື່ອປະເມີນເບີ່ງລະດັບນ້ຳໃນແຕ່ລະຈຸດ ທີມີຄວາມສຽງ ແລະ ກະກຽມຄວາມພ້ອມດ້ານຕ່າງໆ ເພື່ອໃຫ້ຄວາມຊ່ວຍເຫຼືອ ພໍ່ແມ່ປະຊາຊົນທີຢູ່ໃນພື້ນທີ່ສຽງ ໃຫ້ຢູ່ໃນຈຸດທີ່ປອດໄພ ແລະ ສຳລັບເມືອທ່າປາງທອງກໍ່ແມ່ນເປັນພື້ນທີ່ໜຶ່ງທີ່ໄດ້ຮັບອິນທິພົນຈາກພາຍຸ ເຮັດໃຫ້ມີຝົນຕົກໜັກມາແຕ່ຕອນເຊົ້າຂອງວັນທີ 7 ຕຸລາ 2020 ຈົນຮອດປະຈຸບັນນີ້ ກໍ່ບໍທັນໄດ້ເຊົ້າເຮັດໃຫ້ລະດັບນ້ຳໃນແຕ່ລະສາຍຕ່າງໆເພີ້ມຂື້ນສູງເປັນຕົ້ນແມ່ນ ເຊບັ້ງຫຽງ, ເຊປະເອມ ແລະ ເຊປ໋ອງ ແລະ ສາຍຫ້ວຍອື່ນໆ ກໍ່ໄດ້ເພີມຂື້ນໄວວາ ເຮັດນ້ຳໄຫຼເຂົ້າທົ່ງໄຮທົງນາ ຮົ້ວສ່ວນພື້ນທີ່ທຳການຜະລິດຂອງພໍ່ແມ່ປະຊົນເຮັດໃຫ້ມີພົນເສຍຫາຍຫຼາຍພໍສົມຄວນໂດຍສະເພາະເຂົ້ານາປີຢູ່ໃນໄລຍະການເກັບກ່ຽວ ບາງພື້ນທີ່ຈົມຢູ່ພື້ນນ້ຳ ແລະ ບາງພື່ນທີບໍ່ສາມາດໄປມາໄດ້

ຈາກນັ້ນໃນຕອນບ່າຍຂອງ ວັນທີ 11 ຕຸລາ 2020ນີ້ ທ່ານ ຄຳປະສົງ ຂົງຄຳ ເລຂາພັກເມືອງ ເຈົ້າເມືອງທ່າປາງ ພ້ອມດ້ວຍຄະນະນຳຂັ້ນເມືອງ ແລະ ຄະນະຄະນະຫ້ອງການ ທີ່ກ່ຽວຂ້ອງ ໄດ້ລົງພົບປະອຳນາດການປົກຄອງ ແລະ ພໍ່ແມ່ນປະຊາຊົນ ບ້ານທ່າພີ່ ( ຄຸ້ມນາແຊງ) ແລະ ບ້ານດອນຂາວ ທີ່ໄດ້ຍົກຍ້າຍຄອບຄົວທີ່ໄດ້ອອກມາຢູ່ສູນອົບພະຍົບທີ່ເມືອງກຳນົດໄວ້ ພ້ອມທັງໄດ້ມອບ ນ້ຳດື່ມຕຸກໃຫຍ່ຈຳນວນ 60 ຕຸກ, ນ້ຳດື່ມຕຸກນ້ອຍຈຳນວນ 178 ແຟັກ, ໝີ່ໄວໄວ 5 ແກັດ ແລະ ຜ້າບັດ 8 ພືນ ເຊີງລວມມູນຄ່າທັງໝົດ 3,140,000 ກີບ ( ສາມລ້ານໜຶ່ງແສນສີ່ສີບພັບກີບ). ໃຫ້ກັບອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນບ້ານດັ່ງກ່າວ ສໍາລັບພົນເສຍຫາຍຕ່າງໆ ແມ່ນຈະໄດ້ແຈ້ງໃຫ້ຊາບໃນພາຍຫຼັງ.

ພາບ-ຂາວ; ຈັນທະຈອນ ເນືອງອຸທອນ

LEAVE A REPLY

Please enter your comment!
Please enter your name here