ເກັບຕົວຢ່າງມາກວດແລ້ວ! ບໍ່ພົບຜູ້ຕິດເຊື້ອໃໝ່ໂຄວິດ-19

0
1083

ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19 ໃຫ້ສໍາພາດຕໍ່ສື່ມວນຊົນ

ຕອນເຊົ້າວັນທີ 13 ຕຸລາ 2020 ທີ່ກະຊວງສາທາລະນະສຸກ ເຖິງວຽກງານເຝົ້າລະວັງ COVID-19ຢູ່ ສປປ ລາວວ່າ: ໃນວັນທີ 12 ຕຸລາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 607 ຄົນ,ໃນນັ້ນມີ ແຮງງານລາວມາແຕ່ໄທ 211ຕົວຢ່າງ,ແຮງງານຈີນ 382ຕົວຢ່າງ, ແຮງງານຫວຽດນາມ 10 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 3 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ມີອາການ 1 ຕົວຢ່າງ; ຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ, ແຕ່ເດືອນມັງກອນ ຮອດ ວັນທີ 12ຕຸລາ2020 ໄດ້ເກັບຕົວຢ່າງມາກວດທັງໝົດ 58,685ຕົວຢ່າງ ,ກວດພົບເຊື້ອສະສົມ23ຄົນ.

ປິ່ນປົວດີແລ້ວ 22ຄົນ, ຍັງເຫລືອແຕ່ ຄົນເຈັບຕິດເຊື້ອພະຍາດ ກໍລະນີທີ 23 ທີ່ພວມສືບຕໍ່ປີ່ນປົວຢູ່ໂຮງໝໍມິດຕະພາບ ແລະບໍ່ມີອາການຮ້າຍແຮງ.

ດຣ. ລັດສະໝີ ວົງຄຳຊາວ ໃຫ້ຮູ້ເຖິງສະພາບການລະບາດຂອງພະຍາດCOVID-19 ຂອງບັນດາປະເທດໃກ້ຄຽງແລະ ໃນໂລກວ່າ: ມາຮອດວັນທີ 13 ຕຸລາ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 214 ປະເທດ/ເຂດແຄ້ວນ; ມີຜູ້ຕິດເຊື້ອພະຍາດ COVID-19 ທັງໝົດ 38,049,049ຄົນ; -ເສຍຊິວິດ 1,084,707ຄົນ ກວມເອົາ 2.85 % ຂອງຜູ້ຕິດເຊື້ອທັງໝົດ; ປີ່ນປົວດີ 28,557,839ຄົນ ເຊິ່ງກວມເອົາ 75.1% ຂອງຜູ້ຕິດເຊື້ອທັງໝົດ; ປະເທດທີ່ມີການລາຍງານການຕິດເຊື້ອແລະເສຍຊີວິດຫຼາຍກວ່າໝູ່ ແມ່ນສະຫະລັດອາເມຣິກາ ເຊິ່ງມີຜູ້ຕິດເຊື້ອສະສົມ 8,037,789ຄົນ, ເສຍຊີວິດສະສົມ 220,011ຄົນ. ຂົງເຂດອາຊີ ແມ່ນປະເທດອິນເດຍ ທີ່ມີທ່າອ່ຽງໃນການຕິດເຊື້ອ COVID-19 ເພິ່ມຂຶ້ນ, ມີຜູ້ຕິດເຊື້ອສະສົມ 7,175,880ຄົນ ແລະຜູ້ຕິດເຊື້ອມື້ດຽວສູງເຖິງ 54,045ຄົນ; ໃນບັນດາປະເທດສະມາຊິກອາຊຽນ ມາຮອດວັນທີ 13 ຕຸລາ 2020 ມີຜູ້ຕິດເຊື້ອພະຍາດ COVID-19 ທັງໝົດ 788,149 ຄົນ ແລະເສຍຊີວິດ19,214ຄົນ.

ຍ້ອນວ່າ ຈຳນວນຜູ້ຕິດເຊື້ອແລະຜູ້ເສຍຊີວິດຈາກທົ່ວໂລກຍັງມີທ່າອ່ຽງເພິ່ມສູງຂຶ້ນຢ່າງຕໍ່ເນື່ອງ; ອີງໃສ່ສະພາບການດັ່ງກ່າວເພື່ອຫຼຸດຜ່ອນ ແລະ ຢັບຢັ້ງ ການລະບາດແຜ່ລາມຂອງພະຍາດ, ຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມຈົ່ງໄດ້ເອົາໃຈໃສ່ສືບຕໍ່ປະຕິບັດການດຳລົງຊີວິດປົກກະຕິແບບໃໝ່ໃຫ້ກາຍເປັນຄວາມຊິນເຄີຍເປັນຕົ້ນແມ່ນ: ອອກຈາກບ້ານເມື່ອມີຄວາມຈຳເປັນ ໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານຫຼືໄປສະຖານທີ່ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ ລ້າງມືເລື້ອຍໆດ້ວຍນໍ້າສະອາດໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ ປະຕິບັດຮັກສາໄລຍະຫ່າງ 1-2 ແມັດຂຶ້ນໄປ ກິນອາຫານທີ່ປຸງແຕ່ງສຸກໃໝ່ໆ ແຍກຂອງໃຊ້ສ່ວນຕົວບໍ່ໃຊ້ຮ່ວມກັບຜູ້ອື່ນ ເມື່ອກັບຮອດບ້ານຄວນອາບນ້ຳແລະປ່ຽນເສື້ອຜ້າທັນທີ ການປະຕິບັດທັງໝົດນີ້ກໍ່ແມ່ນເພື່ອຫຼຸດຜ່ອນແລະສະກັດກັ້ນການລະບາດບໍ່ໃຫ້ຂະຫຍາຍເປັນວົງກວ້າງ.

LEAVE A REPLY

Please enter your comment!
Please enter your name here