ໃນວັນທີ 10 ຕຸລາ 2020 ທີ່ຜ່ານມານີ້ຢູ່ທີ່ໂຮງຮຽນປະຖົມບ້ານໂຄກສະຫວ່າງເມືອງຍົມມະລາດແຂວງຄຳມ່ວນ ສະມາຄົມອ໋ອບໂຣດນະຄອນຫຼວງວຽງຈັນ ມອບອຸປະກອນການຮຽນໃຫ້ແກ່ ນ້ອງນັກຮຽນທີ່ໂຮງຮຽນປະຖົມບ້ານໂຄກສະຫວ່າງ ໃຫ້ກຽດເປັນປະທານໂດຍທ່ານ ປາລີ ປັນຍາຮັກ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ເຊິ່ງມີບັນດາທ່ານ ສະມາຄົມອ໋ອບໂຣດນະຄອນຫຼວງວຽງຈັນ, ອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ ແລະ ນ້ອງນັກຮຽນປະຖົມບ້ານໂຄກສະຫວ່າງເຂົ້າຮ່ວມຢ່າງພ້ອມພຽງ.
![](https://scontent.fvte3-1.fna.fbcdn.net/v/t1.0-9/121009248_339304880731761_6464358292060864430_n.jpg?_nc_cat=102&_nc_sid=730e14&_nc_ohc=NJ8X1F53DIUAX8ggVEo&_nc_ht=scontent.fvte3-1.fna&oh=408894984120b25102c05f5d36aa438d&oe=5FAAE361)
.
![](https://scontent.fvte3-1.fna.fbcdn.net/v/t1.0-9/121006588_339304577398458_3338448227131699593_n.jpg?_nc_cat=100&_nc_sid=730e14&_nc_ohc=KrvfjzCblG0AX-_4lWn&_nc_ht=scontent.fvte3-1.fna&oh=9057833167a95b9c471265fae39f954e&oe=5FADC619)
.
![](https://scontent.fvte3-1.fna.fbcdn.net/v/t1.0-9/121073351_339304904065092_2985391319821584735_n.jpg?_nc_cat=110&_nc_sid=730e14&_nc_ohc=M5nhqU5HgckAX_orIgX&_nc_ht=scontent.fvte3-1.fna&oh=90eab25dae315f55cf362070c89449db&oe=5FAC81BF)
.
![](https://scontent.fvte3-1.fna.fbcdn.net/v/t1.0-9/121235691_339304864065096_8922435256886004229_n.jpg?_nc_cat=104&_nc_sid=730e14&_nc_ohc=j2eSRspaXLAAX9_xQG6&_nc_ht=scontent.fvte3-1.fna&oh=33ff58d2bc4afb69d38384fea5f8813a&oe=5FADD362)
ເພື່ອເປັນການສົ່ງເສີມທາງດ້ານການສຶກສາ ແລະ ເພື່ອໃຫ້ນ້ອງນັກຮຽນໄດ້ມີອຸປະກອນການຮຽນທີ່ຄົບຖ້ວນ ສະນັ້ນ, ທາງສະມາຄົມອ໋ອບໂຣດນະຄອນຫຼວງວຽງຈັນຈຶ່ງໄດ້ລະດົມນຳເອົາເຄື່ອງ ແລະ ອຸປະກອນດັ່ງກ່າວມາມອບໃຫ້ນອກຈາກນີ້ທາງສະມາຄົມອ໋ອບໂຣດນະຄອນຫຼວງວຽງຈັນຍັງໄດ້ຊ່ວຍເຫຼືອໂຕະນັກຮຽນຈຳນວນ 10 ຊຸດລວມມູນຄ່າ 2,000,000 ກີບ
![](https://scontent.fvte3-1.fna.fbcdn.net/v/t1.0-9/121015133_339304557398460_1978486198656394332_n.jpg?_nc_cat=106&_nc_sid=730e14&_nc_ohc=pxnpApJ5GWMAX8YdXPe&_nc_ht=scontent.fvte3-1.fna&oh=829afa9c8d2cfbb2756995a4db58e089&oe=5FAA09FA)
.
![](https://scontent.fvte3-1.fna.fbcdn.net/v/t1.0-9/121036202_339304524065130_4841355851192833376_n.jpg?_nc_cat=101&_nc_sid=730e14&_nc_ohc=sv4U7wKBQSgAX8Bnhk5&_nc_ht=scontent.fvte3-1.fna&oh=78d0d3bbe7c19b5de7875d755bf0afc9&oe=5FAA3E47)
ໂດຍໃຫ້ກຽດຕາງໜ້າຮັບໂດຍທ່ານ ປາລີ ປັນຍາຮັກ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ຫຼັງຈາກນັ້ນທາງສະມາຄົມອ໋ອບໂຣດນະຄອນຫຼວງ ແລະ ອຳນາດການປົກຄອງບ້ານ ກໍ່ໄດ້ຮ່ວມກັນແຈກຢາຍເຄື່ອງ ແລະ ອຸປະກອນການຮຽນໃຫ້ແກ່ນ້ອງນັກຮຽນ ເຊິ່ງປະກອບມີ 2 ໂຮງຮຽນຄື: ໂຮງຮຽນປະຖົມສົມບູນບ້ານໂຄກສະຫວ່າງ ແລະ ໂຮງຮຽນປະຖົມສົມບູນບ້ານໂພນສັງ.
![](https://scontent.fvte3-1.fna.fbcdn.net/v/t1.0-9/121085176_339304550731794_2479139487949766238_n.jpg?_nc_cat=100&_nc_sid=730e14&_nc_ohc=6j9ltqjvGFYAX9m1C7c&_nc_ht=scontent.fvte3-1.fna&oh=2d2f111cde3cfe92e172959223049bc6&oe=5FABADA6)
.
![](https://scontent.fvte3-1.fna.fbcdn.net/v/t1.0-9/121343393_339304680731781_1990612460552662656_n.jpg?_nc_cat=101&_nc_sid=730e14&_nc_ohc=2wjrPqOqiwgAX8__lPY&_nc_ht=scontent.fvte3-1.fna&oh=9418dd316954b4b01c60925678930e71&oe=5FAA7579)
ຫຼັງຈາກນັ້ນທ່ານ ປາລີ ປັນຍາຮັກ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ຍັງໄດ້ຂື້ນໂອ້ລົມ ແລະ ສະແດງຄວາມຂອບໃຈມາຍັງສະມາຄົມອ໋ອບໂຣດນະຄອນຫຼວງວຽງຈັນ ທີ່ໃຫ້ການຊ່ວຍເຫຼືອທາງດ້ານອຸປະກອນການຮຽນໃຫ້ແກ່ນ້ອງນັກຮຽນ ແລະ ທ່ານກໍ່ຍັງໄດ້ມອບໃບຍ້ອງຍໍຊົມເຊີຍໃຫ້ທາງສະມາຄົມອ໋ອບໂຣດນະຄອນຫຼວງວຽງຈັນອີກດ້ວຍ.
![](https://scontent.fvte3-1.fna.fbcdn.net/v/t1.0-9/121228320_339304567398459_8526247032698930280_n.jpg?_nc_cat=102&_nc_sid=730e14&_nc_ohc=wYQZ74eafWQAX_ZP_vQ&_nc_ht=scontent.fvte3-1.fna&oh=2ce5fcc03302edc43d2ff5cb54d6a6e3&oe=5FACBF2B)
.
![](https://scontent.fvte3-1.fna.fbcdn.net/v/t1.0-9/121229694_339304710731778_8547644732825148817_n.jpg?_nc_cat=103&_nc_sid=730e14&_nc_ohc=510UaGZAAugAX-6f6Nu&_nc_oc=AQlzb6_6SD_VkTdTlGHIUPX0PAPIickxEMeclzU-Xxk9-dMQ3FTfUaPtstaUdq0AqsE&_nc_ht=scontent.fvte3-1.fna&oh=a598711cb6b1fe4d1a508724d39cc3cc&oe=5FAD4F51)
ເກັບພາບບັນຍາກາດງານປັນນ້ຳໃຈຊ່ວຍເຫຼືອສັງຄົມ
ພາບ – ຂ່າວໂດຍ: ຄຳພູວາ ໄຊຍະອ່ອນຕາ