ລັດຖະບານ ຍາມໃດກໍໃຫ້ຄວາມສໍາຄັນຕໍ່ກັບວຽກງານຄຸ້ມຄອງໄພພິບັດ

0
2117

ລັດຖະບານ ໃຫ້ຄວາມສໍາຄັນຕໍ່ກັບວຽກງານຄຸ້ມຄອງໄພພິບັດ ຄຽງຄູ່ກັບວຽກງານອື່ນໆ ຢ່າງແຂງແຮງເນື່ອງຈາກເປັນວຽກງານຫນື່ງທີ່ນອນຢູ່ໃນແນວທາງນະໂຍບາຍ ຂອງພັກແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານທີ່ກໍານົດນະໂຍບາຍຊ່ວຍເຫລືອດ້ານມະນຸດສະທໍາຕໍ່ປະຊາຊົນລາວບັນດາເຜົ່າແລະຜູ້ປະສົບເຄາະຮ້າຍຈາກໄພພິບັດ, ຍາດແຍ່ງເອົາການຊ່ວຍເຫລືອ ຈາກພາກສ່ວນຕ່າງໆໃນສັງຄົມສະຫມັກໃຈເຂົ້າມາມີສ່ວນຮ່ວມໃນວຽກງານຄຸ້ມຄອງໄພພິບັດເຮັດໃຫ້ຜູ້ ຖືກເຄາະຮ້າຍຈາກໄພທໍາມະຊາດໄດ້ຮັບການຊ່ວຍເຫລືອຢ່າງເຫມາະສົມແລະສາມາດກັບມາດໍາລົງຊີວິດຢ່າງເປັນປົກກະຕິ.

ໃນໂອກາດໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ13 ຕຸລາ 2020, ເນື່ອໃນໂອກາດວັດຄຸ້ມຄອງໄພ ພິບັດແຫ່ງຊາດ,ອາຊຽນ ແລະວັນຫຼຸດຜ່ອນໄພພິບັດສາກົນວັນທີ12 ຕຸລາ ຢູ່ກະຊວງແຮງງານແລະສະຫວັດດີການສັງຄົມ ທ່ານ ຄໍາແພງໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ວ່າ:ວຽກງານ ຄຸ້ມຄອງໄພພິບັດຍັງມີບົດບາດສໍາຄັນທາງດ້ານການແກ້ໄຂບັນຫາຍຸດທະສາດການພັດທະນາເສດຖະກິດສັງຄົມ, ການຂະຫຍາຍກໍາລັງການຜະລິດ, ການຜະລິດກະສິກໍາເພື່ອຄໍ້າປະກັນສະບຽງອາຫານ, ການຫັນເປັນອຸດສະຫະກໍາທີ່ທັນສະໄຫມລວມເຖີງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນເຜົ່າເນື່ອງຈາກບັນຫາໄພພິບັດທາງທໍາມະຊາດທີ່ເກີດຂື້ນແຕ່ລະຄັ້ງລ້ວນແຕ່ສ້າງຄວາມເສຍຫາຍໃນດ້ານຕ່າງໆເປັນຈໍານວນບໍ່ຫນ້ອຍເຊີ່ງລັດຖະບານໄດ້ມີແຜນການຕອບໂຕ້ຢ່າງທັນການໂດຍການຮ່ວມມືກັບບັນດາປະເທດເພື່ອນມິດສາກົນແລະພາກສ່ວນຕ່າງໆ ໃນສັງຄົມເພື່ອຟື້ນຟູພື້ນຖານໂຄງລ່າງດ້ານຕ່າງໆທີ່ໄດ້ຮັບຄວາມເສຍຫາຍຈາກໄພພິບັດໃຫ້ກັບຄືນສູ່ສະພາບປົກກະຕິ

ວຽກງານຄຸ້ມຄອງໄພພິບັດຍັງແມ່ນປັດໄຈສໍາຄັນທີ່ສົ່ງເສີມເຮັດໃຫ້ປະຊາຊົນລາວບັນດາເຜົ່າສາມາດໍາລົງຊີວິດຢ່າງມີຄວາມສຸກ,ມີຄວາມເຂັ້ມແຂງທາງດ້ານຮ່າງກາຍ, ມີພາລະນາໄມສົມບູນ,ສະນັ້ນລັດຖະບານກໍ່ຄືກະຊວງແຮງງານແລະສະຫວັດດີການສັງຄົມຕ້ອງສືບຕໍ່ປະຕິບັດນະໂຍບາຍການຊ່ວຍເຫລືອບັນເທົາທຸກແລະສົງເຄາະໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດເພື່ອໃຫ້ປະສົບໄພພິບັດແລະຜູ້ດ້ອຍໂອກາດສາມາດເຂົ້າເຖິງແລະໄດ້ຮັບການຊ່ວຍເຫລືອຢ່າງທັນການເປັນຕົ້ນ:ການຄໍ້າປະກັນສະບຽງອາຫານ, ໂພສະນາການ, ການສຶກສາ, ທີ່ຢູ່ອາໃສ ແລະ ການບໍລິການອື່ນໆ.

ທ່ານ ຄໍາແພງ ໄຊສົມແພງ ໃຫ້ຮູ້ຕື່ມວ່າ:ປະຈຸບັນລາວໄດ້ມີກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດຊື່ງໄດ້ຖືກຮັບຮອງແລະປະກາດໃຊ້ເປັນທາງການໃນເດືອນສິງຫາປີ2019ທີ່ຜ່ານມາ.ຈຸດປະສົງຂອງກົໝາຍສະບັບນີ້ ໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງໄພພິບັດ ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ, ປະສິດທິຜົນແລະທັນສະໄໝຮັບປະກັນການສະໜອງຂໍ້ມູນຂ່າວສານວ່ອງໄວ, ຊັດເຈນແນໃສ່ເຝົ້າລະວັງ,ຫຼຸດຜ່ອນຜົນກະທົບທີ່ເກີດຈາກໄພພິບັດຕໍ່ສູຂະພາບ, ຊີວິດ, ຊັບສິນຂອງລັດ, ລວມໝູ່, ປະຊາຊົນ, ສິ່ງແວດລ້ອມ ແລະ ໂຄງລ່າງພື້ນຖານພ້ອມທັງຟື້ນຟູ, ບູລະນະແລະກໍ່ສ້າງຄືນໃໝ່ຫຼັງໄພພິບັດ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຕາມທິດສີຂຽວ, ຍືນຍົງ ແລະ ຄວາມໝັ້ນຄົງຂອງຊາດ, ສໍາລັບຄວາມສຳຄັນ ແລະ ພັນທະຂອງລາວຕໍ່ການປະກອບສ່ວນເຂົ້າໃນວຽກງານຄຸ້ມຄອງໄພພິບັດຂອງອາຊຽນ ແລະ ສາກົນໄດ້ສະຫນັບສະຫນູນການຮັບຮອງເອົາບັນດານິຕິກຳກ່ຽວກັບການຫຼຸດຜ່ອນຄວາມສ່ຽງໄພພິບັດຂອງບັນດາຜູ້ນຳໂລກເຊັ່ນ: ສັນຍາປາຣີ ວ່າດ້ວຍການປ່ຽນແປງທາງດິນຟ້າອາ ກາດ, ເຊິ່ງຖືກຮັບຮອງເອົາໃນກອງປະ ຊຸມສະມັດຊາໃຫຍ່ອົງການ ສະຫະປະຊາດຄັ້ງທີ 70 ທີ່ ນິວຢອກ ແລະ ການ ຮັບຮອງເອົາຂອບແຜນງານເຊັນໄດວ່າດ້ວຍ ການຫຼຸດຜ່ອນຄວາມສ່ຽງໄພພິບັດ ໃນກອງປະຊຸມໂລກວ່າດ້ວຍການຫຼຸດຜ່ອນຄວາມສ່ຽງໄພພິບັດຄັ້ງທີ 3 ໃນປີ 2015 ທີ່ ປະເທດຍີ່ປຸ່ນ, ເຊິ່ງຂອບແຜນວຽກດັ່ງກ່າວ ໄດ້ເປັນທິດທາງ ແລະ ບ່ອນອີງອັນສຳຄັນໃນການປະສານງານແລະຈັດຕັ້ງປະຕິບັດຮ່ວມກັນເພື່ອຫຼຸດຜ່ອນ ຄວາມສ່ຽງໄພພິບັດໄປຄຽງຄູ່ກັບຍຸດທະສາດການພັດທະນາແບບຍືນຍົງ (SDG) ຈົນຮອດປີ 2030 ແລະ ອື່ນໆ.

ໂດຍ: ເດດອາລຸນ ແກ້ວວິໄລວົງ

LEAVE A REPLY

Please enter your comment!
Please enter your name here