ກົມນ້ຳມັນເຊື້ອໄຟເອົາໃຈໃສ່ໃນການເປັນເສນາທິການໃຫ້ແກ່ກອງທັບ ດ້ານການສະໜອງນ້ຳມັນເຊື້ອໄຟ

0
1220

ສະຫາຍ ພົນຈັດຕະວາ ສົມໃຈ ເພັດທະວົງສີ ກໍາມະການຄະ ນະພັກກົມໃຫຍ່ພະລາທິການ, ຫົວໜ້າກົມນໍ້າມັນເຊື້ອໄຟກອງທັບ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມກອງທັບວ່າ: ກົມນໍ້າມັນເຊື້ອໄຟ ແມ່ນຫົວໜ່ວຍການຈັດຕັ້ງໜຶ່ງພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງຂອງກົມໃຫຍ່ພະລາທິການກອງທັບໂດຍມີພາລະບົດບາດໃນການເປັນເສນາທິການໃຫ້ແກ່ກົມໃຫຍ່ພະລາທິການ ແລະ ກະຊວງປ້ອງກັນເທດກ່ຽວກັບວຽກງານນໍ້າມັນເຊື້ອໄຟ.

ໃນຊຸມປີຜ່ານມາພາຍໃຕ້ການຊີ້ນໍາຂອງກະຊວງປ້ອງກັນປະເທດ, ກໍຄືກົມໃຫຍ່ພະລາທິການກອງທັບ, ດັ່ງນັ້ນກົມນໍ້າມັນເຊື້ອ ໄຟໄດ້ເປັນເຈົ້າການເຄື່ອນໄຫວປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າ ແລະ ມີຜົນສໍາເລັດຢ່າງເພິ່ງພໍໃຈ, ໂດຍ ຖືເອົາ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກມາຈັດຕັ້ງຜັນຂະຫຍາຍໃຫ້ແທດເໝາະກັບໜ້າທີ່ການເມືອງຂອງຕົນໃນນີ້ຂົງເຂດວຽກງານພັກ-ວຽກງານການເມືອງກໍໄດ້ຖືສໍາຄັນ, ໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ, ສະມາຊິກພັກເພື່ອແນໃສ່ສ້າງຄວາມເຊື່ອໝັ້ນອັນໜັກແໜ້ນຕໍ່ການນໍາພາຂອງພັກແຕ່ລະໄລຍະ, ດ້ວຍການຈັດຕັ້ງເຊື່ອມຊຶມບັນດາມະຕິຂອງຄະນະພັກຂັ້ນເທິງ, ປາຖະກະຖາມູນເຊື້ອຂອງຊາດ, ຂອງພັກ ແລະ ຂອງກອງທັບ ອັນໄດ້ເຮັດໃຫ້ພະນັກງານ, ສະມາຊິກພັກພາຍໃນກົມມີຄວາມຮັບຮູ້, ເຂົ້າໃຈ, ເຊື່ອມຊຶມຕໍ່ແນວທາງຂອງພັກ, ມີຄວາມຫ້າວຫັນປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ.

บริษัทรับขนส่งน้ำมัน รถขนส่งน้ำมัน รถบรรทุกน้ำมัน - AMA Logistics - YouTube
ພາບປະກອບບົດຂ່າວ

ຄະນະພັກ-ຄະນະກົມ ໄດ້ສຸມໃສ່ການປັບປຸງ-ກໍ່ສ້າງໜ່ວຍພັກຂອງຕົນຕາມທິດສ້າງໜ່ວຍພັກໃຫ້ກາຍເປັນໜ່ວຍພັກປອດໄສ, ເຂັ້ມແຂງ, ໜັກແໜ້ນ, ເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜນພາຍໃນພັກ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ, ວິທີນໍາພາຕາມຫຼັກການລວມສູນປະຊາທິປະໄຕຂອງພັກຢ່າງເຂັ້ມງວດຈົນສາມາດນໍາພາກົມກອງ, ຂະແໜງການເຮັດສໍາເລັດໜ້າ ທີ່ການເມືອງຂອງຕົນເປັນຢ່າງດີ.

จีน 3 เพลา, 50,55 CBM  รถบรรทุกน้ำมันขนาดใหญ่ขนส่งผู้ผลิตรถพ่วงและผู้จัดจำหน่าย - ราคาโรงงาน -  WEIHUA
ພາບປະກອບບົດຂ່າວ

ປັດຈຸບັນໜ່ວຍພັກກົມນ້ໍາມັນເຊື້ອໄຟມີສະມາຊິກພັກທັງໝົດ 17 ສະຫາຍ, ເປັນສະມາຊິກພັກສົມບູນທັງໝົດຕະຫຼອດໄລຍະຜ່ານມາໜ່ວຍພັກໄດ້ຮັກສາ ແລະ ເສີມຂະຫຍາຍມູນເຊື້ອກອງຮາກຖານເຂັ້ມແຂງ, ໜ່ວຍພັກຮູ້ນໍາພາຮອບດ້ານ ແລະ ໄດ້ ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ແລະ ສະມາຊິກແຕ່ລະສະຫາຍໄດ້ເປັນສະມາຊິກພັກແຂງ, ໄດ້ຮັບນາມມະຍົດເປັນກອງ 3 ປອດ 2 ສະໄໝຕິດຕໍ່ກັນ, ຜ່ານມາກໍໄດ້ສັບຊ້ອນ-ປັບປຸງການຈັດຕັ້ງ ຫຼື ອົງການກົມ, ບັນດາສາງຍຸດທະສາດ ແລະ ກົມກອງຈໍານວນໜຶ່ງເພື່ອໃຫ້ແທດເໝາະກັບຄວາມຕ້ອງການຂອງວຽກງານ ແລະ ຄວາມຮູ້, ຄວາມສາມາດຂອງພະນັກງານທັງນີ້ກໍເພື່ອແນໃສ່ສ້າງພະນັກງານໃຫ້ມີຄວາມຮູ້-ຄວາມສາມາດໃນວຽກງານຕົວຈິງເພື່ອຮັບປະກັນໃຫ້ມີພະນັກງານສືບທອດ, ປ່ຽນແທນຕາມທິດຫັນເປັນໜຸ່ມໄດ້ຢ່າງຕໍ່ເນື່ອງ.

ใหม่เครื่องยนต์ดีเซลน้ำมันเชื้อเพลิงรถบรรทุกผู้ผลิต -ราคา - ชิโนรถบรรทุก
ພາບປະກອບບົດຂ່າວ

ສໍາລັບວຽກງານປ້ອງກັນ-ກວດກາຄະນະໜ່ວຍພັກໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານຮູ້ເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດໃຫ້ມີຄວາມເຂັ້ມແຂງໜັກແໜ້ນພ້ອມທັງຕິດຕາມກວດກາ, ປ້ອງກັນສະພາບແນວຄິດ ແລະ ການກະທໍາເພື່ອສະກັດກັ້ນບັນດາປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນແນໃສ່ເຮັດໃຫ້ກົມກອງ ກໍຄືໃນທົ່ວຂະແໜງການມີຄວາມສະຫງົບເປັນຢ່າງດີ.

ໃນນາມເປັນເສນາທິການໃຫ້ແກ່ຄະນະພັກອົງການກົມໃຫຍ່ພະລາທິການກອງທັບກໍຄືອົງຄະນະພັກກະຊວງປອງກັນປະເທດ, ຄະນະພັກກົມນໍ້າມັນເຊື້ອໄຟກໍໄດ້ວາງທິດທາງໃນການປັບປຸງ – ກໍ່ສ້າງຂະແໜງການເຊິ່ງໄດ້ກໍານົດເອົາ 7 ວຽກງານໃຫຍ່ເປັນຄາດໝາຍສູ້ຊົນແນ່ໃສ່ຫັນຂະແໜງການໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ແລະ ທັນສະໄໝແຕ່ສິ່ງສໍາຄັນແມ່ນການດໍາເນີນການກໍ່ສ້າງ ແລະ ປັບປຸງບັນດານິຕິກໍາຂອງວິຊາສະເພາະໃຫ້ສອດຄ່ອງກັບສະພາບການໃໝ່ຂອງກອງທັບ, ເປັນຕົ້ນແມ່ນໄດ້ປັບປຸງຂໍ້ກໍານົດກຽວກັບການແບ່ງຂັ້ນຄຸ້ມຄອງຄືນໃໝ່ເຊິ່ງໄດ້ແບ່ງຄວາມຮັບຜິດຊອບໃຫ້ອົງການນໍ້າມັນເຊື້ອໄຟຂັ້ນລຸ່ມຫຼາຍຂຶ້ນ.

ผู้ผลิตรถบรรทุกน้ำมันเชื้อเพลิงจีนใหม่ซัพพลายเออร์โรงงาน -  ราคาถูกใหม่บรรทุกน้ำมันเชื้อเพลิงรถบรรทุก - HUAI
ພາບປະກອບບົດຂ່າວ

ກົມນໍ້າມັນເຊື້ອໄຟເຮັດໜ້າທີ່ເປັນອົງການມະຫາພາກ, ມີໜ້າທີ່ຮັບປະກັນ ແລະ ຕິດຕາມກວດກາການຄຸ້ມຄອງ-ນໍາໃຊ້ຂອງອົງ ການນໍ້ມັນເຊື້ອໄຟຂັ້ນລຸ່ມ, ໄປຄຽງຄູ່ກັນນັ້ນກໍໄດ້ຫັນວຽກງານວິຊາສະເພາະໃຫ້ທັນສະໄໝເທື່ອລະກ້າວໂດຍການນໍາໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນວຽກງານດັ່ງກ່າວ, ຜ່ານການດໍາເນີນວຽກງານຕົວຈິງເຫັນວ່າມີປະສິດທິຜົນສູງເຮັດໃຫ້ການຮັບປະກັນນໍ້າມັນເຊື້ອໄຟໄດ້ເຂົ້າສູ່ລວງເລິກ, ສາມາດຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນຂະແໜງການ, ພ້ອມນັ້ນກໍໄດ້ຈັດຕັ້ງຄຸ້ມຄອງ-ນໍາໃຊ້ງົບປະມານທີ່ຂັ້ນເທິງອະນຸມັດຕາມຫຼັກການ-ການເງິນຢ່າງເຂັ້ມງວດ, ທຸກການຈັດຊື້-ຈັດຈ້າງລ້ວນແຕ່ໄດ້ຜ່ານຄະນະກວດກາການຈັດຊື້ຈັດຈ້າງຂອງກະຊວງ, ການຈັດຊື້-ນໍາເຂົ້ານໍ້າມັນເຊື້ອໄຟ, ອຸປະກອນເຕັກນິກນໍ້າມັນເຊື້ອໄຟແມ່ນຈັດຊື້ຕາມຄວາມ ຕ້ອງການນໍາໃຊ້ຕົວຈິງຂອງພາຫະນະເຕັກນິກໃນກອງທັບເຊິ່ງ ໃນຊຸມປີຜ່ານມາໄດ້ຈັດຊື້ ແລະ ນໍາເຂົ້ານໍ້າມັນທຸກຊະນິດໄດ້ 46.870.204 ລິດ, ຈັດຕັ້ງສະໜອງເບີກຈ່າຍຮັບປະກັນໃຫ້ ແຜນການວຽກງານຕ່າງໆຈຳນວນ 45.727.785 ລິດ

ພ້ອມນີ້ ກໍໄດ້ນໍາໃຊ້ງົບປະມານເຂົ້າໃນ ການກໍ່ສ້າງ, ບົວລະບັດ, ສ້ອມແປງພື້ນຖານ ໂຄງ ລ່າງ ໃນນີ້ໄດ້ກໍ່ສ້າງສາງນ້ໍາມັນຂັ້ນຍຸດທະສາດ 1 ແຫ່ງ, ກໍ່ສ້າງປໍ້າເບີກຈ່າຍນໍ້າ ມັນທີ່ທັນສະໄໝໃຫ້ 26 ກົມກອງ, ບົວລະບັດ-ສ້ອມແປງປະກອບ-ຕິດຕັ້ງລະບົບຮັບ-ຈ່າຍທີ່ທັນສະໄໝໃຫ້ສາງນໍ້າມັນຂັ້ນຍຸດທະສາດໄດ້ 9 ສາງ, ຟື້ນຟູ, ສ້ອມແປງພາຫະນະເຕັກນິກເບີກຈ່າຍນໍ້າມັນເຄື່ອນທີ່ ແລະ ຂົນສົ່ງໄດ້ 8 ຄັນ, ດັດແປງປະກອບຊີ ແຕັກໃສ່ພາຫະນະສໍາລັບຂົນສົ່ງນໍ້າມັນໄດ້ 2 ຄັນ, ປະກອບອຸປະກອນເບີກຈ່າຍຍ່ອຍໃຫ້ບັນດາ ກົມກອງໄດ້ 300 ຊຸດ.

China SINOTRUK HOWO 24000L 8X4 ราคาถูก 371 แรงม้า 12  ล้อน้ำมันเตาน้ำมันดีเซลผู้ผลิตและโรงงานผู้จัดจำหน่ายถังน้ำมันปิโตรเลียม -  SINOTRUCK
ພາບປະກອບບົດຂ່າວ

ສ່ວນວຽກງານການຮ່ວມມືກັບຕ່າງປະເທດ ກໍໄດ້ເຄື່ອນໄຫວຢ້ຽມຢາມແລກປ່ຽນບົດຮຽນຢູ່ ສ.ສ ຫວຽດນາມ, ຣັດເຊຍ, ພົວ ພັນຈັດຊື້ນໍ້າມັນຈູດ, ນໍ້າມັນຫຼໍ່ລື້ນພິເສດ ຈາກ ສສ ຫຽດນາມ ແລະ ຣັດເຊຍ. ສໍາລັບວຽກງານປັບປຸງກໍ່ສ້າງກໍາລັງໄດ້ກໍ່ສ້າງພະນັກງານວິຊາສະເພາະລະບົບຊັ້ນກາງໄດ້ 3 ຊຸດ ຈໍານວນ 60 ສະຫາຍ, ຊັ້ນຕົ້ນວິໄຈນໍ້າມັນ 1 ຊຸດ ຈໍາ ນວນ 20 ສະຫາຍ, ຊັ້ນຕົ້ນຄຸ້ມຄອງນໍ້າມັນເຊື້ອໄຟ 3 ຊຸດ ຈໍານວນ 130 ສະຫາຍໃນນີ້ມີກໍາລັງກະຊວງ ປກສ 30 ສະຫາຍ, ສົ່ງໄປຮຽນວິຊາສະເພາະນໍ້າມັນເຊື້ອໄຟ ລະດັບປະລິຍາຕີ ຢູ່ ສສ ຫວຽດ ນາມ 6 ສະຫາຍ, ສະຫະພັນ ຣັດເຊຍ 10 ສະຫາຍ, ໄປບໍາລຸງໄລຍະສັ້ນຢູ່ ສສ ຫວຽດນາມ 20 ສະຫາຍ, ໄດ້ຄົ້ນຄ້ວາແປ ແລະ ຮຽບຮຽງເອກະສານວຽກງານນໍ້າມັນເຊື້ອໄຟຂອງກອງທັບປະເທດເພື່ອນບ້ານໄດ້ 800 ໜ້າ, ຂຶ້ນຫ້ອງສິດສອນຊ່ວຍຄະນະວິຊາຄູນໍ້າມັນເຊື້ອໄຟຢູ່ວິທະນາຄານພະລາທິການໄດ້ຫຼາຍຮ້ອຍຊົ່ວໂມງ.

ນອກຈາກວຽກງານວິຊາສະເພາະແລ້ວ ໃນຊຸມປີຜ່ານມາກົມນໍ້າມັນເຊື້ອໄຟຍັງໄດ້ ເອົາໃຈໃສ່ຊີ້ນໍາ-ນໍາພາກົມກອງ, ອົງການ, ກົມ ແລະ ບັນດາສາງນໍ້າມັນທີ່ຂຶ້ນກັບໃຫ້ມີຄວາມສະ ຫງົບ, ປອດໄພ ແລະມີຄວາມໜັກ ແໜ້ນ, ຈັດຕັ້ງຮັບປະກັນ ແລະ ຄຸ້ມ ຄອງນໍ້າມັນເຊື້ອໄຟໃຫ້ທຸກວຽກງານໄດ້ຄົບຖ້ວນ, ທັນເວລາ ແລະ ຍັງມີສ່ວນແຮໄວ້ສາມາດຮັບປະກັນໃຫ້ທຸກການເຄື່ອນໄຫວຂອງ ກອງທັບໄດ້ເຮັດສໍາເລັດໜ້າທີ່, ທົ່ວຂະແໜງການໄດ້ຮັບການປັບປຸງ ແລະ ຫັນເປັນທັນສະໄໝເທື່ອລະກ້າວ, ສາມາດຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນຂະແໜງການໃຫ້ໝົດໄປຢ່າງສິ້ນເຊີ້ງ ແລະ ເພື່ອສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດທີ່ຈະໄຂຂຶ້ນໃນມໍ່ໆນີ້ ໃຫ້ມີຄວາມໝາຍຄວາມສໍາຄັນຢ່າງເລິກເຊິ່ງ ກົມນໍ້າມັນເຊື້ອໄຟ ກໍຄືບັນດາສາງນໍ້າມັນທີ່ຂຶ້ນກັບ ກໍໄດ້ຖືເອົາວຽກງານດ້ານວິຊາສະເພາະຂອງຕົນເປັນຈຸດສຸມຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະ ຊວງປ້ອງກັນປະເທດວາງອອກໂດຍສະເພາະແມ່ນການຈັດຕັ້ງ ຮັບປະກັນ ແລະ ຄຸ້ມຄອງນໍ້າມັນ ເຊື້ອໄຟ ເວລາໃດກໍຮັບປະກັນໃຫ້ທຸກແຜນການວຽກງານຂອງກອງທັບໃຫ້ຄົບຖ້ວນ, ທັນເວລາ, ຮັບປະກັນໃຫ້ກົມກອງມີຄວາມສະຫງົບປອດໄພ, ເອົາໃຈໃສ່ການປະຕິບັດ 7 ລະບອບ 18 ວຽກໃຫ້ເຂັ້ມງວດ, ເອົາໃຈໃສ່ສຶກສາອົບຮົມໃຫ້ພະນັກງານ-ນັກຮົບເຂົ້າໃຈ, ເຊື່ອມຊຶມ, ກໍາແໜ້ນແນວທາງນະໂຍບາຍຂອງພັກກໍຄືຄວາມຮັບຜິດ ຊອບຕໍ່ໜ້າທີ່ການເມືອງຂອງຕົນ, ຕັ້ງໜ້າປັບປຸງຄ້າຍຄູໃຫ້ເປັນລະບຽບຮຽບຮ້ອຍ, ສະອາດ ແລະ ສວຍງາມ ແລະ ເຂົ້າຮ່ວມທຸກຂະບວນການແຂ່ງຂັນທີ່ຂັ້ນເທິງຈັດຂຶ້ນ, ພ້ອມກັນນັ້ນກໍໄດ້ຕັ້ງໜ້າສ້າງວຽກງານພະລາທິການກັບທີ່ ເພື່ອປັບປຸງຊີວິດການເປັນຢູ່ຂອງ ພະນັກງານ-ນັກຮົບພາຍໃນກົມ ກອງໃຫ້ດີຂຶ້ນເລື້ອຍໆ.

ໂດຍ: ແສງເດືອນ

LEAVE A REPLY

Please enter your comment!
Please enter your name here