ການ​ນຳ​ແຂວງ ລົງ​ຕິດ​ຕາມ​ສະ​ພາບນ້ຳ​ຖ້ວມ ພ້ອມມອບ​ເຄື່ອງ​ຊ່ວຍ​ເຫຼືອ​ແກ່​ປະ​ຊາ​ຊົ​ນ​ຜູ້ຖືກໄພນໍ້າຖ້ວມຢູ່ເມືອງ​ພີນ

0
1007

ເນື່ອງຈາກສະພາບຝົນທີ່ຕົກລົງມາຢ່າງຕໍ່ເນື່ອງເຮັດ ໃຫ້ເກີດນ້ຳຖ້ວມໃນຫຼາຍເມືອງ ຂອງແຂວງສະຫວັນນະເຂດ ແລະເມືອງພີນກໍ່ເປັນເມືອງຫນຶ່ງທີ່ໄດ້ຮັບຜົນກະທົບໜັກ ພໍສົມຄວນ ຕໍ່ກັບສະພາບການດັ່ງ ກ່າວ, ດ້ວຍຄວາມເປັນຫ່ວງເປັນໃຍຕໍ່ການດຳລົງຊີວິດຂອງປະຊາຊົນດັ່ງນັ້ນ

.

ມາວັນທີ 12 ຕຸລາ 2020 ຜ່ານມານີ້ ທ່ານ ວຽງທະວີສອນ ເທບພະຈັນ ຄະນະປະຈຳພັກ ແຂວງສະຫວັນນະເຂດຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມພ້ອມດ້ວຍຄະນະຕ້ານໄພພິບັດຂັ້ນແຂວງໄດ້ເດີນທາງລົງມາຕິດຕາມເບິ່ງສະພາບການນ້ຳຖ້ວມຢ່າງເລັ່ງດ່ວນພ້ອມທັງນໍາເຄື່ອງບໍລິໂພກ-ອຸປະໂພກຈໍານວນໜຶ່ງມອບໃຫ້ອໍານາດການປົກຄອງເມືອງເພື່ອລົງແຈກຢາຍຕໍ່ໃຫ້ປະຊາຊົນທີ່ຖືກຜົນກະທົບໃນແຕ່ລະເຂດ ເຊິ່ງເຄື່ອງດັ່ງກ່າວແມ່ນໄດ້ຈາກການລະດົມຈາກຫຼາຍພາກສ່ວນ ລວມມູນຄ່າ 8 ລ້ານກວ່າກີບ.

.

ກ່າວຮັບເຄື່ອງໂດຍຮັບທ່ານ ສາລີ ວິນລາວັນ ເຈົ້າ ເມືອງໆພີນ ພ້ອມຄະນະໂອກາດນີ້, ທ່ານ ວຽງທະວີສອນ ເທບພະຈັນ, ເຈົ້າເມືອງໆພີນ ພ້ອມຄະນະກໍ່ ໄດ້ລົງສຳຫຼວດເບິ່ງພື້ນທີ່, ທີ່ຖືກນ້ຳຖ້ວມ ພ້ອມທັງນຳ ເອົາເຄື່ອງບໍລິໂພກ-ອຸປະໂພກທີ່ຈຳ ເປັນ ໄປມອບຊ່ວຍເຫຼືອແກ່ປະ ຊາຊົນບ້ານຕາດໄຮເຊ ທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມໃນຄັ້ງນີ້.

LEAVE A REPLY

Please enter your comment!
Please enter your name here