ນໍາຈໍາເລີຍເຮັດແຜນປະກອບຄະດີຄາດຕະກໍາໂຫດສາມສົບທີ່ເມືອງສຸຂຸມາ

0
10000

ຈໍາປາສັກ: ໃນຕອນບ່າຍວັນທີ 14/10/2020, ທ່ານ ພັນໂທ ໄພຈິດ ໄຊຍະເດດ ຮອງຫ້ອງຕຳຫຼວດ ຜູ້ຊີ້ນໍາວຽກງານສືບສວນ-ສອບສວນ ກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ຖະແຫຼງກ່ຽວກັບຄະດີຄາຕະກຳ ຢູ່ບ້ານໃໝ່ວັງໝາກແຊວ(ຄຸ້ມທ່າດ່ານ) ເມືອງສຸຂຸມາ ໃນວັນທີ 2/10/2020 ທີ່ຜ່ານມາ ເຊິ່ງມີຜູ້ເສຍຊິວິດ 3 ຄົນ ຄື:

  1. ທ.ຫົງທອງ ຄຳພູມີ ອາຍຸ 39 ປີ ຫົວໜ້າໝໍລໍາເລື່ອງຄະນະ ເກດແກ້ວ ເພັດນໍ້າໃສ ຢູ່ບ້ານໃໝ່ວັງໝາກແຊວ.
  2. ທ.ໄພວັນ ວົງຈັນທາ ອາຍຸ 31 ປີ, ອາຊີບກຳມະກອນ ຢູ່ບ້ານສາມຂາ ເມືອງສຸຂຸມາ.
  3. ທ.ເຕີ້ນ ອາຍຸ 12 ປີ, ເປັນນັກຮຽນ ຢູ່ບ້ານໃໝ່ວັງໝາກແຊວ.

ຜູ້ຖືກຫາ ຊື່ ທ.ຄໍາໃໝ່ ດວງສາ ອາຍຸ 27 ປີ, ອາຊີບຊາວນາ ຢູ່ບ້ານໃໝ່ວັງໝາກແຊວ.

ຜ່ານການສືບສວນ-ສອບສວນ ພະຍານບຸກຄົນ ແລະ ການເກັບກຳຂໍ້ມູນຫຼັກຖານຢ່າງລະອຽດຈະແຈ້ງແລ້ວ ສາມາດສະຫຼຸບໄດ້ວ່າ: ຜູ້ລົງມືກໍ່ເຫດຄາຕະກໍາຄັ້ງນີ້ ແມ່ນ ທ.ຄໍາໃໝ່ ດວງສາ ແທ້ ແລະ ລົງມືກໍ່ເຫດພຽງຄົນດຽວ.

ສາເຫດ ແລະ ແຮງຈູງໃຈໃນການລົງມືກໍ່ເຫດ ແມ່ນຍ້ອນຄວາມຄຽດແຄ້ນສ່ວນຕົວ.

ຍ້ອນແນວນັ້ນ ເຈົ້າໜ້າທີ່ກ່ຽວຂ້ອງ ຈິ່ງໄດ້ນຳຕົວຜູ້ກ່ຽວໄປທຳແຜນທົດສອບ ປະກອບສໍານວນຄະດີ ເພື່ອສົ່ງອົງການໄອຍະການປະຊາຊົນແຂວງ ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

.

LEAVE A REPLY

Please enter your comment!
Please enter your name here