ບັນດາກຸ່ມປະເທດອາຊຽນ ມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ຈຳນວນ 795.744 ຄົນ ແລະ ເສຍຊີວິດ 19.380 ຄົນ ສ່ວນ ສປປ ລາວ ແມ່ນບໍ່ພົບຜູ້ຕິດເຊື້ອໃໝ່

0
688

ມາຮອດວັນທີ 14 ຕຸລາ 2020 ໃນບັນດາກຸ່ມປະເທດອາຊຽນ ມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ຈຳນວນ 795.744 ຄົນ ແລະ ເສຍຊີວິດ 19.380 ຄົນ, ສ່ວນ ສປປ ລາວ ແມ່ນບໍ່ພົບຜູ້ຕິດເຊື້ອໃໝ່.

ທ່ານ ນາງ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 14 ຕຸລາ 2020 ວ່າ: ສະພາບການເຝົ້າລະວັງພະຍາດໂຄວິດ-19 ຢູ່ ສປປ ລາວ ຮອດ 17 ໂມງຂອງວັນທີ 13 ຕຸລາ ຜ່ານມາ ມີຜູ້ເດີນທາງເຂົ້າມາລາວ ທັງໝົດ 1.866 ຄົນ. ໃນນັ້ນ, ຜ່ານດ່ານ ລາວ-ໄທ 1.103 ຄົນ (ແຮງງານລາວກັບມາແຕ່ໄທ 85 ຄົນ); ຜ່ານດ່ານ ລາວ-ຈີນ 53 ຄົນ, ໃນນັ້ນ ແຮງງານລາວ 21 ຄົນ, ແຮງງານຈີນ 10 ຄົນ, ເຫຼືອນັ້ນ ແມ່ນ ຄົນຂັບລົດສົ່ງສິນຄ້າ; ຜ່ານດ່ານ ລາວ-ຫວຽດນາມ 710 ຄົນ ເຊິ່ງເຂົ້າມາໂດຍຖືກອະນຸຍາດຈາກຄະນະສະເພາະກິດ (ໃນນັ້ນ ມີນັກສຶກສາ 64 ຄົນ, ແຮງງານຫວຽດນາມ 43 ຄົນ, ລັດຖະການຫວຽດນາມ 31 ຄົນ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ ເຊິ່ງສ່ວນຫຼາຍ ແມ່ນເຂົ້າມາປ່ຽນຖ່າຍສິນຄ້າ ແລະ ປ່ຽນຜູ້ຂັບລົດຢູ່ດ່ານ);

ຈຸດຜ່ານແດນລາວ-ກຳປູເຈຍ, ຈຸດຜ່ານແດນລາວ-ມຽນມາ ແລະ ສະໜາມບິນສາກົນວັດໄຕ ແມ່ນບໍ່ມີຄົນຜ່ານເຂົ້າມາ. ເຊິ່ງທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ ແລະ ປັດຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນທີ່ຍັງເປີດຢູ່ທັງໝົດ 35 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.478 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດໂຄວິດ-19 ທ່ານ ນາງ ດຣ. ລັດສະໝີ ວົງຄຳຊາວ ໄດ້ກ່າວຕື່ມວ່າ: ໃນວັນທີ 13 ຕຸລາ 2020 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 205 ຄົນ, ໃນນັ້ນ ມີແຮງງານລາວມາແຕ່ໄທ 92 ຕົວຢ່າງ, ແຮງງານຫວຽດນາມ 6 ຕົວຢ່າງ, ແຮງງານໄທ 99 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 8 ຕົວຢ່າງ; ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບຜູ້ຕິດເຊື້ອໃໝ່; ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດວັນທີ 13 ຕຸລາ ໄດ້ເກັບຕົວຢ່າງມາກວດທັງໝົດ 58.890 ຕົວຢ່າງ, ກວດພົບເຊື້ອສະສົມ 23 ຄົນ ໂດຍປັດຈຸບັນ ມີພຽງ 1 ຄົນທີ່ຕິດເຊື້ອພະຍາດໂຄວິດ-19 ແລະ ສືບຕໍ່ປິ່ນປົວຢູ່ໂຮງໝໍມິດຕະພາບ ຄືກໍລະນີ 23 ແລະ ບໍ່ມີອາການຜິດປົກກະຕິຫຍັງ.

ທັງນີ້, ດ້ານການລະບາດຂອງພະຍາດໂຄວິດ-19 ຢູ່ບັນດາປະເທດໃກ້ຄຽງ ແລະ ໃນໂລກ ຮອດວັນທີ 14 ຕຸລາ 2020 ທົ່ວໂລກມີການລະບາດ ທັງໝົດ 214 ປະເທດ/ເຂດ; ມີການຢັ້ງຢືນຜູ້ຕິດເຊື້ອ 38.312.310 ຄົນ; ເສຍຊິວິດ 1.089.441 ຄົນ ກວມເອົາ 2,84% ຂອງຜູ້ຕິດເຊື້ອ; ປີ່ນປົວຫາຍດີ 28.808.212 ຄົນ ເຊິ່ງກວມເອົາ 75,1% ຂອງຜູ້ຕິດເຊື້ອທັງໝົດ. ປະເທດທີ່ມີການລາຍງານການຕິດເຊື້ອ ແລະ ເສຍຊີວິດຫຼາຍກວ່າໝູ່ ແມ່ນສະຫະລັດອາເມຣິກາ ມີຜູ້ຕິດເຊື້ອສະສົມ 8.081.984 ຄົນ, ເສຍຊີວິດສະສົມ 220.698 ຄົນ; ສ່ວນຢູ່ຂົງເຂດອາຊີ ແມ່ນປະເທດອິນເດຍ ທີ່ມີທ່າອ່ຽງການຕິດເຊື້ອ ໂຄວິດ-19 ເພີ່ມຂຶ້ນ, ມີຜູ້ຕິດເຊື້ອສະສົມ 7.237.082 ຄົນ ແລະ ຜູ້ຕິດເຊື້ອມື້ດຽວສູງເຖິງ 63.517 ຄົນ ແລະ ໃນບັນດາກຸ່ມປະເທດອາຊຽນ ມາຮອດວັນທີ 14 ຕຸລາ 2020 ມີການຢັ້ງຢືນ ຜູ້ຕິດເຊື້ອແລ້ວ 795.744 ຄົນ ແລະ ເສຍຊີວິດ 19.380 ຄົນ.

ສະນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງ ທຸກພາກສ່ວນໃນສັງຄົມ ຈົ່ງພາກັນເອົາໃຈໃສ່ສືບຕໍ່ປະຕິບັດ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 1049/ຫສນຍ, ລົງວັນທີ 30 ກັນຍາ 2020 ຢ່າງຖືກຕ້ອງ ແລະ ເຄັ່ງຄັດ; ພ້ອມດຽວກັນນັ້ນ ກໍ່ສືບຕໍ່ປະຕິບັດການດຳລົງຊີວິດປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ ເປັນຕົ້ນ ແມ່ນ: ອອກຈາກບ້ານເມື່ອມີຄວາມຈຳເປັນ; ໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານ ຫຼື ໄປສະຖານທີ່ ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ; ລ້າງມືເລື້ອຍໆ ດ້ວຍນໍ້າສະອາດໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ; ປະຕິບັດຮັກສາໄລຍະຫ່າງ 1-2 ແມັດຂຶ້ນໄປ; ກິນອາຫານທີ່ປຸງແຕ່ງສຸກໃໝ່ໆ; ແຍກຂອງໃຊ້ສ່ວນຕົວ ບໍ່ໃຊ້ຮ່ວມກັບຜູ້ອື່ນ; ເມື່ອກັບຮອດບ້ານ ຄວນອາບນ້ຳ ແລະ ປ່ຽນເສື້ອຜ້າທັນທີ; ການປະຕິບັດທັງໝົດນີ້ ກໍ່ແມ່ນເພື່ອຫຼຸດຜ່ອນ ແລະ ສະກັດກັ້ນການລະບາດບໍ່ໃຫ້ຂະຫຍາຍເປັນວົງກວ້າງ.

LEAVE A REPLY

Please enter your comment!
Please enter your name here