ໃນວັນທີ 14 ຕຸລາ 2020, ທຳນຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນລະຫວ່າງ ວັນທີ 13-14 ຕຸລາ 2020 ນີ້.
![](https://www.allinlaos.com/wp-content/uploads/2020/10/img_2287.jpg)
ໃນໂອກາດນີ້, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງທ່ານ ຫວັງ ອີ້ ພ້ອມດ້ວຍຄະນະໃນຄັ້ງນີ້, ເຊິ່ງເປັນການປະ ກອບສ່ວນອັນສຳຄັນ ເຂົ້າໃນການຈັດປະຕິບັດແຜນການຮ່ວມມື ລະຫວ່າງສອງພັກ, ສອງລັດ ລາວ-ຈີນ, ທັງເປັນການປະກອບສ່ວນສຳຄັນ ໃນການເສີມຂະຫຍາຍມູນເຊື້ອແຫ່ງການພົວພັນມິດຕະພາບ ແລະ ການ ຮ່ວມມືຍຸດທະສາດຮອບດ້ານ ແລະ ການເປັນຄູ່ຮ່ວມຊາຕາກຳສັງຄົມນິຍົມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
![](https://www.allinlaos.com/wp-content/uploads/2020/10/img_2289.jpg)
ທ່ານ ຫວັງ ອີ້ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ເປັນກັນເອງ ຂອງ ທ່ານ ບຸນຍັງ ວໍລະຈິດ ທີ່ໄດ້ເສຍສະຫລະເວລາອັນມີຄ່າ ໃນການຕ້ອນຮັບໃນຄັ້ງນີ້. ພ້ອມນີ້, ທ່ານ ຫວັງ ອີ້ ໄດ້ລາຍງານຜົນຂອງການເຄື່ອນໄຫວຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານ ປະທານປະເທດ ໄດ້ຮັບຊາບຕື່ມອີກ.
![](https://www.allinlaos.com/wp-content/uploads/2020/10/img_2291.jpg)
ໃນວັນດຽວກັນ, ທ່ານ ຫວັງ ອີ້ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຊັ່ນດຽວກັນ.
![](https://www.allinlaos.com/wp-content/uploads/2020/10/img_2292.jpg)
ຂ່າວ: ສົມຫວັງ
ພາບ: ເກດສະໜາ+ອ່າຍຄຳ
ຂ່າວສານປະເທດລາວ