ເຂົ້າຫຼາມປີ້ງໄກ່ ຂາຍໄດ້ ຕາມບ່ອນ ແລະ ກໍານົດວັນ ທີ່ຈັດສັນໄວ້ໃຫ້ເທົ່ານັ້ນ

0
2802

ຫົວໜ້າພະແນກຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວ ຊີ້ແຈງເພີ່ມຕື່ມ ກ່ຽວກັບ ການຂາຍເຂົ້າຫລາມປີ້ງໄກ່ ລວມເຖິງການຂາຍເຂົ້າປຸ້ນ ແລະຕົ້ມໄກ່ໃນມື້ໃສ່ບາດໃນງານບຸນນະມັດສະການພະທາດຫລວງວຽງຈັນປະຈຳປີນີ້ ຍັງມີປົກກະຕິຄືທຸກປີຜ່ານມາ.

ຫົວໜ້າພະແນກຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວ ຊີ້ແຈງໃນຕອນເຊົ້າ ວັນເສົາ ທີ 24.10.2020 ຕໍ່ວິທະຍຸກະຈາຍສຽງແຫ່ງຊາດວ່າ: ການຂາຍເຂົ້າຫລາມປີ້ງໄກ່ ລວມເຖິງການຂາຍເຂົ້າປຸ້ນ ແລະຕົ້ມໄກ່ໃນມື້ໃສ່ບາດໃນງານບຸນນະມັດສະການພະທາດຫລວງວຽງຈັນປະຈຳປີນີ້ ຍັງມີປົກກະຕິຄືທຸກປີຜ່ານມາ ແຕ່ຕ້ອງຂາຍພາຍໃນຂອບເຂດ ແລະຈຸດທີ່ຄະນະກຳມະການຮັບຜິດຊອບກຳນົດໃຫ້ຊື່ງຈະຢູ່ໃນບໍລິເວນເຂດກົມມະລຽນ, ເຂດວັດທາດຫລວງໃຕ້ ແລະ ບ້ານຊົງລາວເບື້ອງລຸ່ມພະທາດຫລວງເທົ່ານັ້ນ, ສ່ວນຢູ່ບໍລິເວນຮອບນອກຮົ້ວສະໜາມຫລວງ ລວມທັງທາງຄົນຍ່າງເຂດບໍລິເວນອ້ອມຮອບຈະ #ບໍ່ອະນຸຍາດໃຫ້ວາງຂາຍສິນຄ້າປະເພດຕ່າງໆຊະຊາຍຕາມແຄມທາງເໜືອນທຸກປີຜ່ານມາ ລວມເຖິງເຂົ້າຫຼາມປິ້ງໄກ່.

ທ່ານ ນາງ ວິໄລວອນ ຈັນທະລາຕີ, ຫົວໜ້າພະແນກຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວ ນະຄອນຫລວງວຽງຈັນ ໃຫ້ສຳພາດວ່າ: ການຈັດງານບຸນນະມັດສະການພະທາດຫລວງວຽງຈັນ, ປະຈໍາປີນີ້ ແມ່ນເນັ້ນໜັກໃສ່ການຮັກສາຮີດຄອງປະເພນີເທົ່ານັ້ນ ສ່ວນງານຕະຫລາດນັດວາງ ສະແດງສິນຄ້າ, ການຂາຍເຄື່ອງດື່ມທີ່ມີທາດເຫລົ້າ ແລະງານບັນເທີງຕ່າງໆ ແມ່ນໃຫ້ໂຈະກ່ອນ. ສ່ວນຮ້ານຂາຍອາຫານ, ເຄື່ອງດື່ມທີ່ບໍ່ມີທາດເຫລົ້າ,ຮ້ານຂາຍດອກໄມ້, ທູບທຽນ ເພື່ອບູຊາ ລວມເຖິງຮ້າຍຂາຍເຂົ້າຫລາມປີ້ງໄກ່ແມ່ນເຫັນດີໃຫ້ວາງຂາຍ ໂດຍໃຫ້ເວັ້ນໄລຍະຫ່າງ ແລະ ມີຫລາຍຈຸດ ຊື່ງຄະນະຮັບຜິດຊອບກໍ່ຄືອະນຸກຳມະການງານບຸນໄດ້ກຳນົດ ແລະຈັດສັນໄວ້ຢ່າງລະອຽດ ເພື່ອຫລີກເວັ້ນຄວາມສ່ຽງ ແລະປ້ອງກັນພະຍາດໂຄວິດ19.ຫົວໜ້າພະແນກຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວ ນະຄອນຫລວງວຽງຈັນ ໃຫ້ຮູ້ຕື່ມວ່າ:

ສຳລັບຊາວຄ້າຂາຍທີ່ມີຈຸດປະສົງຢາກນໍາເອົາອາຫານທີ່ຄະນະກຳມະການອະນຸຍາດໄປວາງຂາຍໃນງານສາມາດຕິດຕໍ່ໄດ້ໂດຍກົງກັບອະນຸກຳມະການຈັດງານຊື່ງຈະມີໜ່ວຍງານບໍລິການຢູ່ເດີນທາດຫລວງ. ງານບຸນນະມັດສະການພະທາດຫລວງວຽງຈັນໃນປີນີ້ ຈະຈັດຂື້ນເປັນເວລາ 3 ວັນ ລະ ຫວ່າງວັນທີ 29 ຫາ 31 ຕຸລານີ້ ໃນນີ້ມື້ຂຶ້ນ 13 ຄໍ່າເດືອນ 12 ລາວ ກົງກັບວັນທີ 29 ຕຸລານີ້ຈະມີພິທີຄອບໄຄວ່ ແລະ ແຫ່ຜາສາດເຜິ້ງ, ມື້ຂຶ້ນ 14 ຄໍ່າ ເດືອນ 12 ລາວ ກົງກັບວັນທີ 30 ຕຸລານີ້ ພິທີແຫ່ລູກຄີ ແລະ ແຂ່ງຂັນປະເພນີຕີຄີ, ມື້ຂຶ້ນ 15 ຄໍ່າ ເດືອນ 12 ລາວ ກົງກັບວັນທີ 31 ຕຸລານີ້ ຈະມີພິທີຕັກບາດ ແລະ ວຽນທຽນ.

ຂ່າວ: ຈັນທະສອນ ສີຫານາດ
Lao National Radio

LEAVE A REPLY

Please enter your comment!
Please enter your name here