ກອງພັນ 567 ປາຖະກາຖາວັນສ້າງສ້າງສ້າງຕັ້ງເຫຼົ່າຮົບຊ່າງແສງ ຄົບຮອບ 66 ປີ

0
2594

ກອງທັບ: ໃນຕອນເຊົ້າຂອງວັນທີ 23 ຕຸລາ 2020 ນີ້ ກອງພັນນ້ອຍ 567 (ເຫຼົ່າຮົບຊ່າງແສງ) ກອງພົນທີ 2 ໄດ້ຈັດພິທີ ປາຖະກາຖາເຫຼົ່າຄືນມູນເຊື້ອວັນສ້າງຕັ້ງເຫຼົ່າຮົບຊ່າງແສງ ຄົບຮອບ 66 ປີ ຂື້ນຢູ່ທີ່ ເດີ່ນກິລາກອງພັນດັ່ງກ່າວ ໂດຍການເຂົ້າຮ່ວມ ເປັນປະທານຂອງສະຫາຍ ພັນໂທ ສອນເພັດ ຈັນສົມ ຄະນະພັກກອງພົນ ຫົວໜ້າຫ້ອງເສນາທິການກອງພົນທີ 2 ມີບັນດາແຂກທີ່ຖືກເຊີນຈາກອົງການກອງພົນ ແລະ ພະນັກງານ-ນັກຮົບທົ່ວກອງພັນ 567 ເຂົ້າຮ່ວມ.

ໃນພິທີ ສະຫາຍ ພັນໂທ ທອງຄູນ ສຸວັນໃໝ່ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງກອງພັນ 567 ໄດ້ຂື້ນປາຖະກາຖາ ເຫຼົ່າຄືນມູນເຊື້ອ ເຫຼົ່າຮັບຊ່າງແສງກອງທັບປະຊາຊົນລາວ ໄດ້ກໍາເນີດເກີດຂຶ້ນໃນລະດູການເກັບເຂົ້ານາປີຂອງປະຊາຊົນລາວ ບັນດາເຜົ່າ, ຊຶ່ງກົງກັນກັບວັນທີ 23 ຕຸລາ ປີ 1954 ທີ່ບ້ານປູນ, ເຂດທີ່ຫມັ້ນແຫ່ງຫນຶ່ງຂອງແຂວງຫົວພັນ, ທ່າມກາງ ທີ່ສະພາບການຕໍ່ສູ້ສົງຄາມຮຸກຮານ ຂອງພວກລັດທິລ່າເມືອງຂຶ້ນແບບເກົ່າທີ່ດຸເດືອດຂ້ຽວຂາດ ແລະ ເປັນປີມ້ວນທ້າຍ ຂອງລັດທິລ່າເມືອງຂຶ້ນແບບເກົ່າ, ທີ່ເຂົ້າມາຮຸກຮານລາວ ມາເປັນເວລາ 60 ກວ່າປີ ຜ່ານມາ. ການຈັດຕັ້ງ ຂອງກົມກອງເຫຼົ່າຮົບຊ່າງແສງ ໃນເວລານັ້ນແມ່ນ ມີພຽງແຕ່ 1 ກອງຮ້ອຍເອກະລາດໃສ່ຊື່ວ່າ: ກອງຮ້ອຍ 400 ຊ່າງແສງ, ມີຈໍານວນພົນທັງຫມົດ 150 ສະຫາຍ ໂດຍແມ່ນ ທ່ານ ຄໍາໄຕ ປະເສີດໄຊ ເປັນຜູ້ ບັນຊາ ກອງຮ້ອຍ 400 ຊ່າງແສງ ເປັນອົງປະກອບຫນຶ່ງທີ່ສໍາຄັນ ໃນກອງທັບແນວລາວອິດສະຫຼະ,

ພໍໄດ້ຮັບການສ້າງຕັ້ງຂຶ້ນແລ້ວ ກອງຮ້ອຍດັ່ງກ່າວ ກໍ່ໄດ້ຮັບການມອບຫມາຍຫນ້າທີ່ອັນຫນັກຫນ່ວງ ຈາກຂັ້ນເທິງ ໃນການເຮັດຫນ້າທີ່ຮັບປະກັນ ເຊັ່ນ : ສູ້ຮົບ ປະສານສົມທົບ ກັບບັນດາເຫຼົ່າຮົບອື່ນໆ, ກໍ່ສ້າງ ເສັ້ນທາງ ຂົວ-ທາງການທະຫານ, ຂຸດຂູມຄອງ, ແຊມກາຍ, ກໍ່ສ້າງສະຫນາມ, ກໍ່ສ້າງເຄຫະສະຖານ, ສະຖານທີ່ເຮັດວຽກ ຂອງຜູ້ນໍາ ແລະ ເຮັດຫນ້າທີ່ລໍາລຽງຂົນສົ່ງ, ປຸກລະດົມຂົນຂວາຍ, ກໍ່ສ້າງຮາກຖານການເມືອງ ແລະ ເພີ່ມພູນ ຜະລິດຜົນ ຫາລ້ຽງກຸ້ມຕົນເອງ ຢ່າງຕັ້ງຫນ້າ.

ພາລະຫນ້າທີ່ຂອງກົມກອງໃນເວລານັ້ນ ແມ່ນເຕັມໄປດ້ວຍຄວາມ ຫຍຸ້ງຍາກສັບສົນ,ທາງດ້ານການປະກອບພາຫະນະກົນຈັກ, ຍຸດໂທອຸປະກອນຕ່າງໆ ຍັງແມ່ນແບບປະຖົມ ປະຖານ ນໍາໃຊ້ແຮງງານຄົນເປັນຈຸດຫນັກ ໃຊ້ຈົກ, ໃຊ້ຊ້ວນ, ພ້າ, ມີດ, ຂັວນ, ສຽມ ແລະ ອື່ນໆ ເຂົ້າໃນການ ບຸກເບີກເສັ້ນທາງ, ສ້າງສະຫນາມ, ຈໍານວນພົນການປະກອບພັດມີຫນ້ອຍ, ແຕ່ເຖິງຢ່າງໃດກໍ່ຕາມ ໂດຍປະຕິບັດຄໍາ ຂວັນທີ່ວ່າ: ທຸກສິ່ງທຸກຢ່າງແມ່ນຕີເອົາຊະນະ ຈັກກະພັດຜູ້ຮຸກຮານ ແລະ ທຸກສິ່ງຢ່າງ ເພື່ອພາລະກິດປົດປ່ອຍຊາດ ພະນັກງານນັກຮົບກອງຮ້ອຍ 400 ໄດ້ພ້ອມກັນຕັດສິນໃຈ ຜ່ານຜ່າອຸປະສັກຂໍ້ຫຍຸ້ງຍາກນາໆປະການ, ເຮັດທຸກວິທີທາງ ເພື່ອສໍາເລັດຫນ້າທີ່ ທີ່ໄດ້ຮັບມອບຫມາຍ ຈາກຂັ້ນເທິງ, ນອກນັ້ນຍັງໄດ້ຄຽງບ່າຄຽງໄລ່ກັບກົມກອງ ແລະ ເຫຼົ່າຮົບອື່ນໆເຄື່ອນໄຫວຕີສັດຕູ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການປົກປັກຮັກສາສອງແຂວງເຕົ້າໂຮມ , ທີ່ເປັນຖານທີ່ຫມັ້ນຍຸດທະສາດສໍາຄັນຂອງ ການປະຕິວັດໄວ້ໄດ້ຢ່າງຫມັ້ນຄົງ.

ທັ້ງນີ້ກໍ່ເພື່ອເຮັດພະນັກງານ-ນັກຮົບ ຮຸ່ນສືບທອດໄດ້ຮັບຮູ້ ໄດ້ຈົດຈຳລ້ຳລືກ ເຖິງຄຸນງາມຄວາມດີ ແລະ ມູນເຊື້ອຂອງກົມກອງ ກໍ່ຄືວິລະກຳຄວາມອົງອາດກ້າຫານ ມີໄຫວພິກສູ້ຮົບມີໄຊ ແລະ ຄວາມສາມັກຄີອັນແໜ້ນແກ່ນຂອງພະນັກງານ-ນັກຮົບຮຸ່ນກ່ອນທີໄດ້ສ້າງປະຫວັດສາດມາແລ້ວນັ້ນໃຫ້ຄົນຮຸ່ນຫຼັງໄດ້ສືບທອດພາລະກິດປະຫວັດສາດຕໍ່ໄປ.

ໂດຍ ສຸວັນໂນ ທະລັງສີ.

LEAVE A REPLY

Please enter your comment!
Please enter your name here