ສະຫວັນນະເຂດ: ໃນວັນທີ 04 ພະຈິກ 2020 ຢູ່ຫ້ອງວ່າການ ແຂວງສະຫວັນນະເຂດ, ບໍລິສັດເບຍລາວຈຳກັດ ໄດ້ມອບນ້ຳດື່ມ ຂະໜາດ 1,5 ລິດ, ຈຳນວນ 4.000 ແພັກ ເຊິ່ງມີມູນຄ່າ 74 ລ້ານກີບ ເພື່ອຊ່ວຍເຫລືອປະຊາຊົນທີ່ປະສົບໄພນ້ຳຖ້ວມໃນແຂວງສະຫວັນນະເຂດ.
![](https://tholakhong.com/wp-content/uploads/2020/11/img_20201104_150501591375982209974762.jpg)
ເດືອນຕຸລາ 2020 ເປັນໄລຍະ ທີ່ມີສະພາບນໍ້າຖ້ວມ ໜັກໜ່ວງ ແລະ ຮຸນແຮງ ສໍາຫຼັບແຂວງ ສະຫວັນນະເຂດ ເນື່ອງຈາກມີພາຍຸຫຼາຍລູກ ພັດຜ່ານເຂົ້າເຂດ ພາກກາງ ຂອງ ສປປ ລາວ. ຂໍ້ມູນຈາກ ພະແນກພະລັງງານ ແລະ ສະຫວັດດີການສັງຄົມ ແຂວງສະຫວັນນະເຂດ ຊີ້ໃຫ້ຮູ້ວ່າ ປະຈຸບັນ ປະຊາຊົນ ຢູ່ 8 ເມືອງ ຂອງແຂວງ ປະກອບມີ ເຊໂປນ, ເມືອງນອງ, ວິລະບູລີ, ເມືອງພິນ ແລະ ອີກ 4 ເມືອງຕອນລຸ່ມ ລຽບຕາມລໍານໍ້າ ເຊບັ້ງຫຽງ ເຊັ່ນ ເມືອງຊົນນະບູລີ, ຈໍາພອນ, ສອງຄອນ ແລະ ທ່າປາງທອງ
![](https://tholakhong.com/wp-content/uploads/2020/11/img_20201104_15005716464276246421637.jpg)
ແມ່ນໄດ້ຮັບຜົນກະທົບຈາກນໍ້າຖ້ວມໜັກ, ເຮືອນຊານ ແລະ ເສັ້ນທາງ ຫຼາຍຫຼັງເປ່ເພ, ສັດລ້ຽງ ແລະ ຜົນຜະລິດກະສິກໍາ ເສຍຫາຍ ຢ່າງໜັກໜ່ວງ. ເຖິງແມ່ນວ່າ ປະຈຸບັນ ສະພາບນໍ້າຖ້ວມໄດ້ຫຼຸດລົງໄປແລ້ວ, ແຕ່ຄວາມເສຍຫາຍ ແລະ ຄວາມຕ້ອງການ ບັນດາປະຖົມປັດໃຈພື້ນຖານ ເຊັ່ນເຄື່ອງອຸປະໂພກ ບໍລິໂພກ ແມ່ນຍັງມີຄວາມຈໍາເປັນ ຢ່າງຮີບດ່ວນ.
![](https://tholakhong.com/wp-content/uploads/2020/11/fb_img_16044767412436638730099657341454.jpg)
ເພື່ອແບ່ງປັນ ແລະ ບັນເທົາຄວາມລໍາບາກ ໃຫ້ກັບພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ, ທາງບໍລິສັດເບຍລາວ ຈໍາກັດ ໄດ້ປະກອບສ່ວນນໍ້າດື່ມກາຫົວເສືອ ຈຳນວນ 4.000 ແພັກ, ຊຶ່ງກ່າວມອບໂດຍທ່ານ ໃຈເພັດ ບູລົມ ຜູ້ຈັດການຝ່າຍຂາຍປະຈຳພາກກາງ ແລະ ຕາງໜ້າຮັບໂດຍ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ, ຮອງເຈົ້າແຂວງ ແຂວງສະຫວັນນະເຂດ ພ້ອມດ້ວຍ ພະນັກງານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
![](https://tholakhong.com/wp-content/uploads/2020/11/fb_img_16044767452958341439938634071356.jpg)
ໃນໂອກາດນີ້, ຕາງຫນ້າໃຫ້ບໍລິສັດເບຍລາວຈຳກັດ ທ່ານ ໃຈເພັດ ບູລົມ ໄດ້ນຳເອົາຄວາມຫວ່ງໃຍ ຂອງບໍລິຫານ, ພະນັກງານ ກໍຄື ຄອບຄົວເບຍລາວ ມາຍັງພໍ່ແມ່ປະຊາຊົນ ຜູ້ປະສົບໄພນໍ້າຖ້ວມ, ພ້ອມທັງຊົມເຊີຍນໍ້າໃຈສາມັກຄີ ຮັກແພງ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ຂອງທຸກພາກສ່ວນ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການ ຊີ້ນຳ-ນຳພາຂອງການຈັດຕັ້ງທຸກຂັ້ນ, ການປະກອບສ່ວນຊ່ວຍເຫລືອ ແລະ ການຮ່ວມມື ຂອງທຸກພາກສ່ວນ ຈະຊ່ວຍເຮັດໃຫ້ການແກ້ໄຂ ແລະ ຟື້ນຟູຜົນກະທົບຄັ້ງນີ້ ຜ່ານໄປໄດ້ໂດຍໄວ.
![](https://tholakhong.com/wp-content/uploads/2020/11/fb_img_16044767430923576941391830480707.jpg)