ໂຮງຮຽນເຕັກນິກ-ວິຊາຊີບສະຫວັນນະເຂດມອບໃບປະກາສະນີຍະບັດໃຫ້ແກ່ຜູ່ສຳເລັດການສຶກສາ

0
1540

ບັນຍາກາດຂອງການມອບຮັບໃບປະກາສະນີຍະບັດຄັ້ງນີ້ເຫັນວ່າມີຄວາມຄືກຄື້ນບັນດາພໍ່ແມ່ຜູ້ປົກຄອງ, ອ້າຍ, ເອອື້ຍ, ນ້ອງ, ຍາດຕີພີ່ນ້ອງກໍ່ໄດ້ມາຮ່ວມສະແດງຄວາມຍີນດີນໍາລູກຫລານຂອງຕົນຢ່າງລົ້ນເຫລືອ

ດັ່ງນັ້ນມາໃນວັນທີ 3 ທັນວາ2020 ນີ້,ຢູ່ສະໂມສອນຫ້ອງວ່າການເມືອງເຊໂປນແຂວງສະຫວັນນະເຂດໄດ້ຈັດພິທີມອບ-ຮັບໃບປະກາສະນີຍະບັດໃຫ້ແກ່ນັກຮຽນນັກສຶກສາຜູ້ສໍາເລັດການສຶກສາຊັ້ນກາງ(ລະບົບ9+3) ມີ 5 ສາຂາຊ່າງຄື: ລົດຍົນ, ໄຟຟ້າ, ຕັດຫຍິບປູກຝັງແລະລ້ຽງສັດ, ປະຈໍາສົກປີ2019-2020 ຂື້ນຢ່າງເປັນທາງການ,ໂດຍເປັນກຽດເຂົ້າຮ່ວມ ທ່ານບຸນເກື້ອ ໂຄດສົມບັດ,ຜູ້ອໍານວຍການວິທະຍາໄລເຕັກນິກ-ວີຊາຊີບແຂວງສະຫວັນນະເຂດ, ທ່ານ ຄໍາພອງ ໄຊທິບຸດ ຮອງເຈົ້າເມືອງເຊໂປນ, ເຂົ້າຮ່ວມມີບັນດາທ່ານໃນຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຄະນະຫ້ອງການອອ້ມຂ້າງ, ຄູອາຈານ ພ້ອມດ້ວຍນັກຮຽນນັກສຶກສາວິທະຍາໄລເຕັກນິກ-ວີຊາຊີບເມືອງເຊໂປນເຂົ້າຮ່ວມຢ່າງພ້ອມພຽງ,

ໃນພິທີຫລັງໄດ້ຜ່ານຂໍ້ຕົກລົງການຮຽນການສອນຂອງວິທະຍາໄລເຕັກນິກ-ວີຊາຊີບແຂວງສະຫວັນນະເຂດແລ້ວ ອາຈານ ສີວອນ ແກ້ວດວງດີ ໄດ້ຂື້ນຜ່ານບົດສະຫລຸບການເຄືອນໄຫວວຽກງານການຮຽນແລະການສິດສອນສົກປີ 2019-2020 ພ້ອມທິດທາງແຜນການສົກປີ200-2021, ອີງໃສ່ຜົນສໍາເລັດການສຶກສາຂອງນັກຮຽນສົກປີ 2019-2020 ທີ່ວິທະຍາເຂດເຊໂປນຈໍານວນ 81 ຄົນ, ຍີງ 26 ຄົນໃນ 5 ສາຂາວີຊາຄື:ສາຂາວີຊາ:ຕັດຫຍິບຈໍານວນ 11ຄົນ, ຍິງ9, ສາຂາວີຝິຊາໄຟຟ້າຈໍານວນ 31 ຄົນ,ຍີງ 3 ຄົນ, ສາຂາວີຊາລົດຍົນຈໍານວນ 22 ຄົນ,ປູກຝັງ 8 ຄົນ ຍິງ 6 ຄົນ,ລ້ຽງສັດ 9ຄົນ,ຍິງ7 ຄົນ

ຕອນທ້າຍກໍ່ໄດ້ຮັບຟັງການໂອ້ລົມຈາກທ່ານ ບຸນເກື້ອ ໂຄດສົມບັດ,ຜູ້ອໍານວຍການວິທະຍາໄລເຕັກນິກ-ວີຊາຊີບແຂວງສະຫວັນນະເຂດພ້ອມທັງມອບໃບປະກາສະນີຍະບັດໃຫ້ແກ່ນັກຮຽນນັກສຶກສາຊັ້ນກາງ (9+3) ຈໍານວນ 81 ຄົນ, ຍິງ 26 ໃນ 5 ສາຂາຢ່າງສົມກຽດ.

.

.

LEAVE A REPLY

Please enter your comment!
Please enter your name here