ຊົມເຊີຍ ປກສ ຄວ້າແຊ້ມບານເຕະຊາວຫນຸ່ມຊິງຂັນຮອງປະທານປະເທດ

0
1721

ການແຂ່ງຂັນເຕະບານຊາວຫນຸ່ມ ຊີງຂັນຜູ້ປະຈຳການຄະ ນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ຫົວໜ້າອະນຸກໍາມະການກະກຽມສະ ເຫຼີມສະຫຼອງວັນສໍາຄັນຂອງພັກຂອງຊາດ ປະຈຳປີ 2020 ພາຍຫລັງເລີ່ມແຂ່ງຂັນມາແຕ່ວັນທີ 13 ພະຈິກ ໄດ້ປິດລົງໃນຕອນແລງຂອງວັນທີ 18 ທັນວາ 2020 ທີ່ເດີ່ນບານ ເຕະລ້ານຊ້າງ, ບ້ານໜອງໄຮ, ເມືອງຫາດຊາຍຟອງ, ນະ ຄອນຫລວງວຽງຈັນ ໂດຍມີທີມບານເຕະທີ່ເປັນຊາວຫນຸ່ມຈາກບັນດາກະຊວງ-ອົງການເຂົ້າຮ່ວມແຂ່ງຂັນທັງໝົດ 22 ທີມ.

ຄູ່ຊີງຊະນະເລີດ ເປັນການພົບກັນລະຫວ່າງ ທີມຊາວ
ຫນຸ່ມ ກະຊວງ ປກສ ພົບ ທີມຊາວຫນຸ່ມກະຊວງສຶກສາທິ ການ ແລະ ກິລາ. ຜົນການແຂ່ງຂັນ ກະຊວງ ປກສ ຊະນະ 3 ປະຕູຕໍ່ 2 ໄດ້ແຊ້ມໄປຄອງ ໄດ້ຮັບເງິນລາງວັນ 12.000.000 ກີບ ພ້ອມຂັນລາງວັນ 1 ໜ່ວຍ ແລະ ຫຼຽນລາງວັນ. ກະຊວງ ສຶກສາທິການ ແລະ ກິລາ ໄດ້ຮອງຊະ ນະເລີດ ໄດ້ຮັບເງິນລາງວັນ 9.000.000 ກີບ ພ້ອມຫຼຽນລາງວັນ ແລະ ອັນດັບທີ 3 ໄດ້ແກ່ທີມຊາວຫນຸ່ມທະນາ ຄານແຫ່ງ ສປປ ລາວ ໄດ້ຮັບເງິນລາງວັນ 7.000.000 ກີບ ພ້ອມຫຼຽນລາງວັນ.

ນອກຈາກນີ້ ຍັງມີລາງວັນນັກເຕະຍິງປະຕູໄດ້ຫຼາຍ, ຜູ້ຮັກສາປະຕູດີເດັ່ນ, ຜູ້ຫຼິ້ນດີເດັ່ນ, ທີມມາ ລະຍາດດີເດັ່ນ ແລະ ທີມກອງເຊຍສ້າງສັນ ຕື່ມອີກ.

Lao National Radio

LEAVE A REPLY

Please enter your comment!
Please enter your name here