ບໍລິສັດ ໂລກ້າ ຈຳກັດ ມອບ 60 ລ້ານກີບ ສະໜັບສະໜຸນງານວາງສະແດງສິນຄ້າລາວ Made in Laos 2020

0
2075

ບໍລິສັດ ໂລກ້າ ຈຳກັດ ຜູ້ໃຫ້ບໍລິການແທັກຊີອອນລາຍ LOCA ແລະ ບໍລິການແອັບຊັອບປິ້ງອອນລາຍ LOCA Gro ໄດ້ມອບເງິນສະໜັບສະໜຸນງານວາງສະແດງສິນຄ້າ Made in Laos 2020 ມູນຄ່າ 60 ລ້ານກີບ.

ພິທີມອບຮັບເງິນສະໜັບສະໜຸນດັ່ງກ່າວມີຂຶ້ນທີ່ ຫ້ອງການສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໃນຕອນເຊົ້າຂອງວັນທີ 21 ທັນວາ 2020, ມອບໂດຍທ່ານ ສຸລິໂຍ ວົງດາລາ ຜູ້ອຳນວຍການບໍລິສັດ ໂລກ້າ ຈຳກັດ ແລະ ຮັບໂດຍທ່ານນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ.

ການສະໜັບສະໜຸນຈັດງານ Made in Laos ໃນຄັ້ງນີ້ ກໍເພື່ອເປັນການການສົ່ງເສີມຜະລິດຕະພັນລາວ ແລະ ຊ່ວຍຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19.

ບໍລິສັດ ໂລກ້າ ຈຳກັດ ເຊິ່ງເປັນໜຶ່ງໃນຫົວໜ່ວຍທຸລະກິດທີ່ສືບຕໍ່ສ້າງວຽກເຮັດງານທຳໃຫ້ກັບຄົນລາວໂດຍໃຊ້ເຕັກໂນໂລຊີເຂົ້າມາຊ່ວຍ ເຊື່ອວ່າ ງານວາງສະແດງສິນຄ້າລາວຄັ້ງນີ້ ຈະເປັນໂອກາດອັນດີໃຫ້ບັນດາຫົວໜ່ວຍທຸລະກິດ ໄດ້ມີເວທີໃນການໂຄສະນາສິນຄ້າ, ເປີດໂຕຜະລິດຕະພັນໃໝ່ໆຂອງບໍລິສັດຕ່າງໆ ພ້ອມທັງເປັນການສົ່ງເສີມການຜະລິດເປັນສິນຄ້າທີ່ມີຄຸນນະພາບຂອງລາວໃນທຸກຂະແໜງການທີ່ມີທ່າແຮງຂອງນະຄອນຫຼວງວຽງຈັນ ແລະ ທົ່ວປະເທດລາວ.

ງານວາງສະແດງສິນຄ້າລາວ Made in Laos 2020 ຈະຈັດຂຶ້ນທີ່ສູນການຄ້າລາວໄອເຕັກ ລະຫວ່າງວັນທີ 25 ທັນວາ 2020 ຫາ 3 ມັງກອນ 2021 ນີ້ ເຊິ່ງໃນໂອກາດນີ້ທາງ ບໍລິສັດ ໂລກ້າ ຈຳກັດ ກໍຈະໄດ້ເປີດໂຕແອັບໂລກ້າໂກຣ (LOCA Gro) ແອັບຊັອບປິ້ງອອນລາຍພາຍໃນງານດັ່ງກ່າວນີ້ ພ້ອມທັງນຳເອົາຮ້ານຄ້າຫຼາຍກວ່າ 100 ຮ້ານ ແລະ ສິນຄ້າຫຼາຍກວ່າ 10,000 ລາຍການ ໃຫ້ຜູ້ເຂົ້າຮ່ວມງານສາມາດສັ່ງຊື້ຜ່ານທາງແອັບພລິເຄຊັນເທິງມືຖື ແລະ ຈັດສົ່ງໄປເຖິງບ້ານຂອງຜູ້ຊື້.

LEAVE A REPLY

Please enter your comment!
Please enter your name here