ໃນວັນທີ 25 ທັນວາ 2020, ທີ່ສໍານັກງານໃຫຍ່ທະນາຄານຮ່ວມພັດທະນາ ໄດ້ມີພິທີເປີດໂຕ ຜະລິດຕະພັນບັດ Union Pay ແລະບັດ Visa Contactless.
![](https://tholakhong.com/wp-content/uploads/2020/12/133306601_3874443499289046_4734629869168221331_o-1024x683.jpg)
ເຊີ່ງເປັນກຽດເຂົ້າຮ່ວມໂດຍ ທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານທະນາຄານຮ່ວມພັດທະນາ, ທ່ານ ສຸລິສັກ ທໍານຸວົງ ຫົວໜ້າກົມຄຸ້ມຄອງລະບົບຊໍາລະສະສາງ ທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍແຂກຖືກເຊີນ ແລະ ຜູ້ບໍລິຫານລະດັບສູງ ແລະ ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
![](https://tholakhong.com/wp-content/uploads/2020/12/132946075_3874443359289060_2936851983565472552_o-1024x683.jpg)
ໃນພິທີດັ່ງກ່າວ ທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ ທະນາຄານຮ່ວມພັດທະນາ ໄດ້ຍົກໃຫ້ເຫັນ ການບໍລິການ ໃນຊ່ວງໄລຍະຫຼາຍປີທີ່ຜ່ານມາ ການໃຫ້ບໍລິການທາງດ້ານການເງິນໄດ້ມີການພັດທະນາຢ່າງຕໍ່ເນື່ອງ ສົ່ງຜົນເຮັດໃຫ້ຕົ້ນທຶນຂອງຜູ້ປະກອບການຫຼຸດລົງ ແລະເກີດຄວາມສະດວກວ່ອງໄວຕໍ່ຜູ້ບໍລິໂພກໃນການໃຊ້ບໍລິການຫຼາຍຂື້ນ ຈົນນຳໄປສູ່ການປ່ຽນພຶດຕິການການໃຊ້ຈ່າຍໃນວົງກວ້າງ. Contactless Payment ຫຼື ການຊຳລະເງິນແບບບໍ່ໄດ້ສຳພັດ ກໍເປັນອີກນະວັດຕະກຳໜື່ງທີ່ມີການເຕີບໂຕໃນຫຼາຍປະເທດທົ່ວໂລກ ແລະ ກາຍມາເປັນໜື່ງໃນທາງເລື່ອກຂອງວິທີການຊຳລະເງິນ.
![](https://tholakhong.com/wp-content/uploads/2020/12/133660755_3874444102622319_6765962671108890136_o-1024x683.jpg)
ໂດຍສະເພາະໃນຊ່ວງການລະບາດຂອງພະຍາດ COVID-19 ການຮັກສາໄລຍະຫ່າງ ແລະ ຫຼຸດຜ່ອນການສຳພັດລະຫວ່າງບຸກຄົນ ຊື່ງເປັນມາດຕະການທີ່ສຳຄັນໃນການຄວບຄຸ່ມການແຜ່ລະບາດ ເຮັດໃຫ້ Contatless Payment ເປັນລະບົບການຊຳລະເງິນທີ່ມີສຳພັດນ້ອຍທີ່ສຸດ.
![](https://tholakhong.com/wp-content/uploads/2020/12/133718806_3874443982622331_8456888111331389472_o-1024x683.jpg)
ປະໂຫຍດ ແລະ ຄວາມສຳຄັນຂອງ Contactless Payment ຄື ຫຼຸດຜ່ອນການຖືເງິນສົດ ຊື່ງນຳໄປສູ່ການຫຼຸດຜ່ອນຕົ້ນທຶນ ທັງເບື້ອງຂອງຜູ້ບໍລິໂພກ ແລະ ເບື້ອງຜູ້ປະກອນການ ທັງຕົ້ນທຶນໃນການຈັດເກັບ ແລະ ການຂົນຍ້າຍ ຫຼຸດຄວາມສ່ຽງການໂຈລະກຳ ທັງນີ້ໃນຊ່ວງການແຜ່ລະບາດຂອງ COVID-19, Contactless Payment ຍັງມີຄວາມສຳຄັນຕໍ່ການຊ່ວຍປ້ອງກັນການແຜ່ລະບາດໄດ້ອີກດ້ວຍ. ເນື່ອງຈາກເປັນການຊຳລະເງິນທີ່ຫຼຸດຜ່ອນການສຳພັດເງິນສົດຂອງຜູ້ບໍລິໂພກ ນອກຈາກນີ້ ເທັກໂນໂລຢີດັ່ງກ່າວຍັງເປັນການເພີ່ມຄວາມສະດວກວ່ອງໄວໃນການເຮັດທຸລະກຳທາງການເງິນ ໃຊ້ເວລາພຽງ 2 – 3 ວິນາທີ ກໍສໍາເລັດລາຍການ.
![](https://tholakhong.com/wp-content/uploads/2020/12/132435260_3874443462622383_8876098224058659043_o-1-1024x683.jpg)
ສະນັ້ນ, ທະນາຄານຮ່ວມພັດທະນາ ຈື່ງໄດ້ຕັດສິນໃຈເລັ່ງພັດທະນາເທັກໂນຢີດັ່ງກ່າວຂື້ນມາເພື່ອໃຫ້ສັງຄົມລາວໄດ້ນຳໃຊ້ ໃນນັ້ນປະກອບມີ ບັດ Union Pay Contactless ແລະ ບັດ Visa Debit Contactless ນອກຈາກນີ້ ທາງທະນາຄານຮ່ວມພັດທະນາ ຍັງໄດ້ພັດທະນາເຄື່ອງຮູດບັດ EDC ທີ່ຮອງຮັບການຊຳລະດ້ວຍວິທີດັ່ງກ່າວ ແລະ ມີບັນດາຮ້ານຄ້າທີ່ນຳໃຊ້ຈຳນວນຫຼາຍກວ່າ 600 ຮ້ານຄ້າໃນຂອບເຂດທົ່ວປະເທດ, ການຊໍາລະເງິນແບບບໍ່ໄດ້ສໍາພັດ ກໍເປັນອີກທາງເລືອກໜື່ງທີ່ມີການເຕີບໃຫຍ່ໃນຫຼາຍປະເທດທົ່ວໂລກ, ປະຈຸບັນທະນາຄານຮ່ວມພັດທະນາ ໄດ້ຮ່ວມມືກັບຫຼາຍອົງກອນ, ຫຼາຍສະຖາບັນ ແລະຫຼາຍບໍລິສັດ-ຫຼາຍໂຮງງານ ເພື່ອບໍລິການດ້ານການເງິນທີ່ຄົບວົງຈອນໃຫ້ກັບລູກຄ້າທຸກລະດັບຢ່າງເທົ່າທຽມກັນໂດຍປະຕິບັດຄໍຳຂວັນທີ່ວ່າ: ພວກເຮົາຈະ “ ເຕີບໃຫ່ຍໄປພ້ອມກັນ “
![](https://tholakhong.com/wp-content/uploads/2020/12/132878413_3874444055955657_261486683932001543_o-1024x683.jpg)