ສກອ-ໜັງສືພິມເສດຖະກິດການຄ້າຈັບມືກັນຈັດໂຄງການສົ່ງເສີມການອ່ານ

0
976

ສະມາຄົມການສຶກສາພາກເອກະຊົນລາວ (ສກອ) ຮ່ວມມືກັນກັບໜັງສືພິມເສດຖະກິດການຄ້າ ຈັດໂຄງການສົ່ງເສີມການອ່ານ ແລະ ການຮຽນຮູ້ ເພື່ອສົ່ງເສີມ, ພັດທະນາຄວາມຮູ້ ແລະ ທັກສະຄວາມສາມາດດ້ານຕ່າງໆຂອງນັກຮຽນໃຫ້ຫລາຍຂຶ້ນ.

ພິທີເຊັນສັນຍາການຮ່ວມມືຄັ້ງນີ້ໄດ້ຈັດຂຶ້ນໃນວັນທີ 2 ກຸມພາ 2021 ທີ່ຫ້ອງການສະມາຄົມການສຶກສາພາກເອກະຊົນລາວ ເຊິ່ງຮ່ວມລົງນາມ ລະຫວ່າງ ທ່ານ ປອ. ປະສິດທິຜົນ ພອນວັນທາ ຮອງປະທານ ສກອ ກັບ ທ່ານ ໃສຫລ້າຄໍາ ຂະຫຍອງເອກ ຫົວໜ້າບັນນາທິການໜັງສືພິມ ເສດຖະກິດການຄ້າ; ມີຮອງປະທານ ສກອ, ບັນດາທ່ານຜູ້ຕາງໜ້າ ສກອ ປະຈໍາເມືອງຕ່າງໆໃນນະຄອນຫລວງວຽງຈັນ ຈໍານວນໜຶ່ງເຂົ້າຮ່ວມ.

ໂຄງການດັ່ງກ່າວເປັນການຮ່ວມມື 2 ຝ່າຍເພື່ອຈັດກິດຈະກໍາ ແລະ ໂຄສະນາເຜີຍແຜ່ຜົນສຳເລັດ, ການຮຽນການສອນຂອງໂຮງຮຽນຕ່າງໆທີ່ເຂົ້າຮ່ວມໂຄງການ ແນໃສ່ຊຸກຍູ້ສົ່ງເສີມການສອນດີ-ຮຽນເກັ່ງ, ການບໍລິຫານທີ່ພົ້ນເດັ່ນ, ຄົ້ນຫານັກຮຽນທີ່ມີພອນສະຫວັນ ແລະ ຄວາມສາມາດຕາມໂຮງຮຽນຕ່າງໆ ໂດຍແມ່ນໜັງສືພິມເສດຖະກິດການຄ້າ ເປັນຝ່າຍດໍາເນີນການສໍາພາດ, ຈັດກິດຈະກໍາ ແລະ ໂຄສະນາເຜີຍແຜ່ຜ່ານໜັງສືພິມເສດຖະກິດການຄ້າ ແລະ ສື່ອອນລາຍຕ່າງໆຂອງໜັງສືພິມ, ເວັບໄຊ, ຢູທູບ, ເຟສບຸກ.

ໃນເບື້ອງຕົ້ນໂຄງການຈະສຸມໃສ່ການຈັດກິດຈະກຳ ໃນໂຮງຮຽນຢູ່ນະຄອນຫລວງວຽງຈັນ ຈາກນັ້ນຈະຂະຫຍາຍສູ່ຕ່າງແຂວງ ອິງຕາມເງື່ອນໄຂຕົວຈິງ ພາຍໃຕ້ແນວທາງປະກອບສ່ວນຊ່ວຍພັດທະນາວຽກງານການສຶກສາໃຫ້ມີຄຸນນະພາບຫລາຍຂຶ້ນ, ຊ່ວຍສົ່ງເສີມການອ່ານ ແລະ ການຮຽນຮູ້, ປູກຈິດສຳນຶກໃຫ້ຄົນລຸ້ນໃໝ່ໃສ່ໃຈສຶກສາຫາຄວາມຮູ້, ຊ່ວຍຍົກລະດັບຄວາມກ້າສະແດງອອກຂອງນັກຮຽນ, ຊ່ວຍພັດທະນາທັກສະ ແລະ ຄວາມສາມາດໃຫ້ນັກຮຽນໃນດ້ານຕ່າງໆ.

ບັນດາໂຮງຮຽນທີ່ເຂົ້າຮ່ວມໂຄງການ ຈະໄດ້ຮັບການເຜີຍແຜ່ຂໍ້ມູນຂ່າວສານ ແລະ ບົດຮຽນໃນດ້ານຕ່າງໆໃຫ້ສັງຄົມໄດ້ຮັບຮູ້ຫລາຍຂຶ້ນຜ່ານສື່ໜັງສືພິມເສດຖະກິດການຄ້າ.

ໂດຍ: ຂປລ

LEAVE A REPLY

Please enter your comment!
Please enter your name here