ເພື່ອປະກອບສ່ວນໃນການສະໜັບສະໜູນ ແຜນພັດທະນາບຸກຄະລາກອນຂອງຊາດ ທີ່ສອດຄ່ອງກັບແນວທາງຂອງພັກ ແລະ ລັດຖະບານ ທັງເປັນການໃຫ້ໂອກາດແກ່ນັກສຶກສາລະດັບມະຫາວິທະຍາໄລ ແລະ ວິທະຍາໄລຄູ; ບໍລິສັດ ເບຍລາວ ຈໍາກັດ ໄດ້ສືບຕໍ່ໂຄງການສານຝັນໃຫ້ແກ່ນັກສຶກສາ ທີ່ຮຽນດີ ຮຽນເກັ່ງ ແຕ່ຂາດເຂີນທາງດ້ານທຶນຮອນ ປະຈໍາສົກປີ 2020-2021 ຈໍານວນ 330 ທຶນຈາກ 7 ສະຖາບັນການສຶກສາໃນທົ່ວປະເທດປະກອບມີ: ມະຫາວິທະຍາໄລແຫ່ງຊາດ ມະຫາວິທະຍາໄລ ສຸພານຸວົງ, ມະຫາວິທະຍາໄລ ສະຫວັນນະເຂດ, ມະຫາວິທະຍາໄລ ຈໍາປາສັກ, ວິທະຍາໄລຄູ ສະຫວັນນະເຂດ, ວິທະຍາໄລຄູປາກເຊ ແລະ ສະຖາບັນວິຈິດສິນ ເຊິ່ງໂຄງການສານຝັນມອບທຶນການສຶກສາ ແກ່ນັກສຶກສາທີ່ຂາດເຂີນ ຂອງບໍລິສັດ ເບຍລາວ ເລີ່ມຕົ້ນມາແຕ່ປີ 2010 ເປັນຕົ້ນມາ. ຕັ້ງແຕ່ເລີ່ມຕົ້ນຈົນຮອດປັດຈຸບັນ ບໍລິສັດເບຍລາວໄດ້ມອບທຶນທັງໝົດຫຼາຍກວ່າ 3 ພັນ ກ່ວາທຶນ ໃນທົ່ວປະເທດ, ລວມເປັນງົບປະມານທັງໝົດ 10 ຕື້ ກີບ.
![](https://tholakhong.com/wp-content/uploads/2021/02/IMG_5810-1024x768.jpg)
ທ່ານ Henrik Juel Anderson (ເຮັນຣິກ ຈູນ ແອນເດີຊັນ) ຜູ້ບໍລິຫານສູງສຸດ ຂອງ ບໍລິສັດ ເບຍລາວ ຈຳກັດໄດ້ກ່າວວ່າ: ນັກສຶກສາຫຼາຍຄົນ ກຳລັງເກີດຂໍ້ສົງໃສໃນຕົນເອງວ່າ ເມື່ອຈົບໄປແລ້ວ ຈະເຮັດອາຊີບຫຍັງ ຈະສາມາດຫາລ້ຽງຄອບຄົວໄດ້ບໍ່ ແລະ ຈະສາມາດນຳໃຊ້ຄວາມຮູ້ທີ່ຕົນເອງໄດ້ຮຽນມາກອບອາຊີບໄດ້ບໍ່ ສິ່ງສຳຄັນທີ່ສຸດ ເຮົາຕ້ອງມີເປົ້າໝາຍໃນຊີວິດ ແລະ ວິໄສທັດທີ່ແນ່ນອນ ເຊິ່ງເລີ່ມຕົ້ນເຮັດໃນສິ່ງທີ່ເຮັດໄດ້. ນອກຈາກນີ້, ຕ້ອງມີຄວາມພະຍາຍາມ ແລະ ມີຄວາມມຸ້ງໜັ້ນ ເພາະສິ່ງເຫຼົານີ້ຈະເຮັດໃຫ້ປະສົບຜົນສຳເລັດໃນໜ້າທີ່ການງານໄດ້ຢ່າງແນ່ນອນ. ແລະ ກ່າວເຕີ່ມອີກວ່າ: ການສຶກສາ ເປັນພື້ນຖານແຫ່ງການດໍາລົງຊີວິດ, ຖ້ານັກຮຽນໄດ້ຮັບການສຶກສາທີ່ດີ ກໍ່ຈະມີໂອກາດປະສົບຜົນສໍາເລັດໃນອະນາຄົດ. ເຫັນໄດ້ຄວາມສໍາຄັນ ແລະ ຄວາມຈໍາເປັນດັ່ງກ່າວ ບໍລິສັດ ເບຍລາວ ຈໍາກັດ ຈຶ່ງໄດ້ສືບຕໍ່ຈັດກິດຈະກໍາ ມອບທຶນການສຶກສາ ໃຫ້ແກ່ນັກສຶກສາ ໃນຫຼາຍພື້ນທີ່ທົ່ວປະເທດຕໍ່ເນື່ອງກັນມາ ເປັນປີທີ 11.
![](https://tholakhong.com/wp-content/uploads/2021/02/IMG_5819-1024x768.jpg)
ນາງ ກັນຢົວລີ ນັກສຶກສາ ຈາກພາກວິຊາອອກແບບວິຈິດສິນ ສະຖາບັນວິຈິດສິນແຫ່ງຊາດ ເວົ້າວ່າ: ມີຄວາມຮູ້ສຶກ ພາກພູມໃຈຫຼາຍ ທີ່ໄດ້ຮັບທຶນການສຶກສາ ຈາກ ບໍລິສັດ ເບຍລາວ ຈໍາກັດ ໂດຍໄດ້ນໍາໃຊ້ທຶນການສຶກສາດັ່ງກ່າວ ເຂົ້າໃນການຊື້ອຸປະກອນການຮຽນ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍຈາກຄອບຄົວ.
![](https://tholakhong.com/wp-content/uploads/2021/02/IMG_5832-1024x768.jpg)
ບັນດານັກສຶກສາ ທີ່ໄດ້ຮັບທຶນ ຈາກບໍລິສັດ ເບຍລາວ ຈໍາກັດ ລ້ວນແລ້ວແຕ່ແມ່ນນັກສຶກສາ ທີ່ຕັ້ງໜ້າໃນການຄົ້ນຄວ້າຮໍ່າຮຽນ ຊຶ່ງມັນໄດ້ສະແດງອອກທາງດ້ານການປະພຶດ, ຄຸນສົມບັດ, ການເຄົາລົບນັບຖື ຄູບາອາຈານ ແລະ ໝູ່ຄູ່ ນອກຈາກນັ້ນ ນັກສຶກສາ ແຕ່ລະຄົນ ຍັງມີຜົນງານທີ່ໂດດເດັ່ນທາງດ້ານກິລາ, ສິລະປະ ວັນນະຄະດີ, ມີຜົນການຮຽນ ບໍ່ຫຼຸດຄາດໝາຍຄະແນນເກຣດສະເລ່ຍຕໍ່າສຸດ GPA 2.4 ເຖິງ 4.0.
![](https://tholakhong.com/wp-content/uploads/2021/02/IMG_5894-1024x768.jpg)
ຕະຫຼອດໄລຍະທີ່ຜ່ານມາ ບໍລິສັດ ເບຍລາວ ຈໍາກັດ ໄດ້ໃຫ້ຄວາມສໍາຄັນ ແລະ ມີຄວາມຮັບຜິດຊອບສູງຕໍ່ສັງຄົມ ໂດຍສະເພາະໃນວຽກງານການມີສ່ວນຮ່ວມ ໃນການສົ່ງເສີມ ຮັກສາຮີດຄອງປະເພນີ, ການປົກປັກຮັກສາສິ່ງແວດລ້ອມ, ກິລາ, ສາທາລະນະສຸກ ແລະ ການສຶກສາ ເພື່ອໃຫ້ຄົນລາວ ເປັນຄົນທີ່ມີຄວາມຮູ້ຄວາມສາມາດ ຄຽງຄູ່ກັບການພັດທະນາ ສ້າງສາປະເທດຊາດ ໃຫ້ນັບມື້ນັບຈະເລີນກ້າວໜ້າ ທຽບເທົ່າກັບສາກົນ.